ເມືອງຊົນນະບູລີ ຈັດພິທີປາຖະກະຖາຫວນຄືນມູນເຊື້ອ 3 ວັນປະຫວັດສາດສຳຄັນຂອງຊາດ ແລະ ຂອງສາກົນ

 
ໃນວັນທີ 18 ມີນາ 2026 ນີ້, ຄະນະໂຄສະນາອົບຮົມເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ 3 ວັນປະຫວັດສາດສຳຄັນ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955 - 22 ມີນາ 2026), ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946 - 21 ມີນາ 2026) ແລະ ວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910 - 8 ມີນາ 2026). ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງສົມເກຍດຢູ່ທີ່ສະໂມສອນຂອງເມືອງ ໂດຍໃຫ້ກຽດປາຖະກະຖາຂອງ ທ່ານ ນາງ ຄອນສະຫວັນ ແກ້ວດວງດີ, ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ໂດຍມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ສະມາຊິກແມ່ຍິງ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
 
ໃນພິທີ, ທ່ານ ນາງ ຄອນສະຫວັນ ແກ້ວດວງດີ ໄດ້ຍົກໃຫ້ເຫັນເຖິງຂະບວນການປະຕິວັດແຫ່ງການກຳເນີດ ແລະ ວິວັດທະນາການແຫ່ງການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 71 ປີຜ່ານມາ. ພ້ອມທັງເນັ້ນໜັກເຖິງທາດແທ້ຂອງພັກທີ່ຍາມໃດກໍມີຄວາມຈົ່ງຮັກພັກດີ, ຢຶດໝັ້ນໃນແນວຄິດ-ທິດສະດີມາກ-ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ ຢ່າງໜັກແໜ້ນ. ພັກເຮົາໄດ້ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ເສີມຂະຫຍາຍຄວາມສາມັກຄີເປັນເອກະພາບ ແລະ ເປັນເຈົ້າການໃນການປັບປຸງປ່ຽນແປງຕົນເອງຢູ່ສະເໝີເພື່ອບຳລຸງສ້າງຖັນແຖວສະມາຊິກພັກໃຫ້ມີຄວາມເປັນແບບຢ່າງນຳໜ້າ, ມີຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດທີ່ຜຸດຜ່ອງ ເພື່ອເປັນກຳລັງແຮງສູ້ຮົບໃນທຸກຂົງເຂດວຽກງານ.
 
ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາຫວນຄືນມູນເຊື້ອວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ຈາກ ທ່ານ ແສງເພັດ ຈັນທານຸວົງ, ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ເຊິ່ງໄດ້ຍົກໃຫ້ເຫັນເຖິງວີລະກຳອັນລ້ຳເລີດໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ. ວັນທີ 21 ມີນາ ໄດ້ກາຍເປັນວັນຄຽດແຄ້ນຂອງປະຊາຊົນລາວ ຕໍ່ກັບການກະທຳອັນໂຫດຮ້າຍທາລຸນຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ເປັນແວ່ນແຍງອັນໃສແຈ້ງຂອງນ້ຳໃຈສູ້ຮົບຢ່າງພິລະອາດຫານ, ຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງ ລາວ-ຫວຽດນາມ ພາຍໃຕ້ການບັນຊາອັນເດັດດ່ຽວຂອງ ປະທານ ສຸພານຸວົງ ທີ່ຍັງຄົງຝັງເລິກຢູ່ໃນດວງໃຈຂອງປະຊາຊົນຕະຫຼອດໄປ. ໃນໂອກາດດຽວກັນ, ທ່ານ ນາງ ໄຂ່ມຸກ ທິລາວົງ, ຮອງປະທານສະຫະພັນແມ່ຍິງເມືອງກໍໄດ້ປາຖະກະຖາເນື່ອງໃນວັນແມ່ຍິງສາກົນ ຄົບຮອບ 116 ປີ ເພື່ອລະນຶກເຖິງການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທຳ ແລະ ບົດບາດອັນສຳຄັນຂອງແມ່ຍິງໃນການພັດທະນາສັງຄົມ ແລະຄອບຄົວ.