
ເວທີປຶກສາຫາລືການເງິນພາກໃຕ້ທົ່ວໂລກປີ 2026 ກຳນົດຈະຈັດຂຶ້ນໃນວັນທີ 25 ຫາ 26 ມີນາ ທີ່ນະຄອນຫຼວງ ປັກກິ່ງ.
ເວທີປຶກສາຫາລືໃນປີນີ້ຈັດຂື້ນພາຍໃຕ້ຫົວຂໍ້ "ສ່ອງແສງສະຫວ່າງພາກໃຕ້ທົ່ວໂລກ" ໂດຍສຸມໃສ່ຫົວຂໍ້ຫຼັກຄື "ນຳພາ ສະພາບຄ່ອງຂອງເງີນທຶນສີຂຽວສາກົນ" ເຊີ່ງຈະເຕົ້າໂຮມເອົາຜູ້ນຳຂອງສະຖາບັນການເງິນ, ຜູ້ຊ່ຽວຊານ ແລະ ຜູ້ນຳ ອຸດສາຫະກຳຈາກ ທັງຈີນ ແລະ ຕ່າງປະເທດມາຮ່ວມກັນເພື່ອ ຄົ້ນຫາຮູບແບບການພັດທະນາທາງດ້ານການເງິນທີ່ສອດ ຄ່ອງກັບຄວາມຕ້ອງການຂອງພາກໃຕ້ທົ່ວໂລກ, ເຊິ່ງເປັນການສ້າງແຮງພັກດັນໃໝ່ເຂົ້າໃນສະຖຽນລະພາບ ແລະ ຄວາມ ຈະເລີນຮຸ່ງເຮືອງທາງເສດຖະກິດໂລກ.
ສະມາຄົມເວທີປຶກສາຫາລືຈະຖືກຈັດຕັ້ງເປັນກົນໄກການດຳເນີນງານໄລຍະຍາວ, ເຊິ່ງເຮັດໜ້າທີ່ເປັນກົນໄກທີ່ສະໝໍ່າ ສະເໝີສຳລັບການກຳນົດວາລະ, ການປະສານງານດ້ານຊັບພະຍາກອນ ແລະ ການອຳນວຍຄວາມສະດວກໃນການ ຮ່ວມມືຕະຫຼອດປີ.
ໃນຂະນະດຽວກັນ, ເວທີດັ່ງກ່າວຈະມີການເຜີຍແຜ່ດັດຊະນີທີ່ສຸມໃສ່ການພັດທະນາການຄ້າສີຂຽວໃນພາກໃຕ້ທົ່ວໂລກ. ນອກຈາກນັ້ນ, ຈະຈັດຕັ້ງສູນວາງສະແດງສຳລັບວິທີແກ້ໄຂແບບຍືນຍົງ ແລະ ຈະມີການປະກາດຈັດກອງປະຊຸມຄູ່ຮ່ວມມື ຂໍ້ມູນຂ່າວສານດ້ານເສດຖະກິດ ໜຶ່ງແລວ ໜຶ່ງເສັ້ນທາງ (BREIP) ຄັ້ງທີ 3 ດ້ວຍ.
ນອກນັ້ນ, ຈະມີການປາຖະກະຖາ, ການບັນຍາຍໂດຍຜູ້ຊ່ຽວຊານ ແລະ ການປືກສາຫາລືໂຕະມົນເພື່ອເຊື້ອເຊີນຕົວແທນ ຈາກອົງກອນຈັດຕັ້ງສາກົນ, ອົງການຄຸ້ມຄອງດ້ານການເງິນ, ສະຖາບັນການເງິນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ບໍລິສັດໃຫຍ່ໆ ເຂົ້າຮ່ວມການປືກສາຫາລືໃນຫົວຂໍ້ສຳຄັນ "ສະພາບຄ່ອງຂອງເງີນທຶນສີຂຽວ".
ນອກຈາກນັ້ນ, ຍັງຈະມີການເຜີຍແຜ່ວາລະສານສາກົນກ່ຽວກັບການເງິນພາກໃຕ້ທົ່ວໂລກໃນເວທີປຶກສາຫາລືດັ່ງກ່າວ ໂດຍມີ ຈຸດປະສົງເພື່ອເພີ່ມທະວີບົດບາດຂອງພາກໃຕ້ທົ່ວໂລກໃນວຽກງານການເງິນສາກົນ.
ເວທີປຶກສາຫາດັ່ງກ່າວຈັດໂດຍຫ້ອງການແບຣນສຳນັກງານຂ່າວຊີນຮວາ, ສຳນັກງານຂໍ້ມູນຂ່າວສານເສດຖະກິດຈີນ, ສູນຂໍ້ມູນຂ່າວສານທາງການເງິນແຫ່ງຊາດ, ໜັງສືພີມຫຼັກຊັບຈີນ, ໜັງສືພິມຫຼັກຊັບຊຽງໄຮ, ໜັງສືພິມຂໍ້ມູນເສດ ຖະກິດລາຍວັນ ແລະ ວາລະສານຟໍຈູນກຮຸບຮ່ວມເປັນເຈົ້າພາບຈັດ, ໂດຍມີເຟີນຈີ້ວກຮຸບເປັນຄູ່ຮ່ວມມືຫຼັກ ແລະ ທະນາຄານກະສິກຳຈີນ (ABC) ເປັນຄູ່ຮ່ວມມືຍຸດທະສາດ. Zeekr ສະໜອງການບໍລິການດ້ານຍານພາຫະນະສຳລັບ ເວທີປຶກສາໃນຄັ້ງນີ້. (ແກ້ໄຂໂດຍ Hu Pingchao)
ບັນນາທິການ: Duan Jing