ສສຊ ເຂດທີ 7 ຕັ້ງຂໍ້ສັງເກດ "ໄລຍະເວລາສຳປະທານ 50 ປີ ອາດຍາວເກີນໄປ ເມື່ອທຽບກັບໄລຍະຄືນທຶນພຽງ 14 ປີ"

ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ວັນທີ 24 ມີນາ 2026 ນີ້, ທ່ານ ຄຳແສນ ສີສະວົງ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ປະກອບຄຳເຫັນໃສ່ ບົດລາຍງານ ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ, ຊື່ງເປັນໂຄງການລົງທຶນຂະໜາດໃຫຍ່ຂອງລັດ ໂດຍສະເພາະແມ່ນການກຳນົດໄລຍະເວລາສຳປະທານ ທີ່ອາດບໍ່ສົມຄູ່ກັບຜົນປະໂຫຍດທາງດ້ານການເງິນຂອງໂຄງການ.
 
ທ່ານ ຄຳແສນ ສີສະວົງ ໄດ້ຍົກຂຶ້ນວ່າ: ຕາມບົດວິພາກທາງດ້ານການເງິນ ເຫັນວ່າໂຄງການດັ່ງກ່າວມີໄລຍະເວລາຄືນທຶນພຽງ 14 ປີ ແລະ ມີຕົວຊີ້ວັດທາງດ້ານ IRR ທີ່ດີ. ດັ່ງນັ້ນ, ການກຳນົດໄລຍະເວລາສຳປະທານໄວ້ສູງເຖິງ 50 ປີ ຈຶ່ງຖືວ່າຍາວເກີນໄປ. ທ່ານໄດ້ສະເໜີໃຫ້ລັດຖະບານພິຈາລະນາປັບຫຼຸດໄລຍະເວລາສຳປະທານລົງມາຢູ່ໃນລະຫວ່າງ 35 ຫາ 40 ປີ ເພື່ອໃຫ້ສອດຄ່ອງກັບບົດຮຽນຂອງສາກົນ ແລະຮັບປະກັນຜົນປະໂຫຍດສູງສຸດຂອງລັດ.
ນອກຈາກນີ້, ທ່ານຍັງໄດ້ຕັ້ງຂໍ້ສັງເກດວ່າ: ຫາກໄລຍະສຳປະທານຍາວຄືດັ່ງກ່າວ, ຄວນມີການດັດປັບໄລຍະເວລາຄືນທຶນໃຫ້ຍັບອອກໄປ ເຊັ່ນ ຈາກ 14 ປີ ເປັນ 20 ຫຼື 25 ປີ. ເນື່ອງຈາກວ່າ ຫາກຜູ້ລົງທຶນຕ້ອງການຄືນທຶນໃນໄລຍະສັ້ນເກີນໄປ, ອາດມີການຕັດງົບປະມານດ້ານການບູລະນະ ແລະ ພັດທະນາສັງຄົມອອກ ເພື່ອຫຼຸດຕົ້ນທຶນການລົງທຶນ. ດັ່ງນັ້ນ, ຫາກໄລຍະຄືນທຶນຍາວອອກໄປ, ຈະຊ່ວຍໃຫ້ສາມາດເພີ່ມມູນຄ່າການບູລະນະຮັກສາສັງຄົມໃຫ້ຫຼາຍຂຶ້ນ ແລະຄວນລະບຸໄວ້ໃນສັນຍາຕົ້ນສະບັບຢ່າງຊັດເຈນ.
 
ນອກຈາກເລື່ອງຕົວເລກທາງເສດຖະກິດແລ້ວ, ສສຊ ຍັງໄດ້ເນັ້ນໜັກໃຫ້ລັດຖະບານເອົາໃຈໃສ່ຕໍ່ການຊົດເຊີຍຜົນກະທົບຕໍ່ປະຊາຊົນ ເຊັ່ນ: ມາດຕະການໃນສັນຍາ: ສະເໜີໃຫ້ລະບຸມາດຕະການແກ້ໄຂຜົນກະທົບ ແລະ ການຊົດເຊີຍໄວ້ໃນສັນຍາຕົ້ນສະບັບຢ່າງລະອຽດ ເພື່ອໃຫ້ມີຄວາມສັກສິດໃນການຈັດຕັ້ງປະຕິບັດ; ການຈຳແນກຂໍ້ມູນ: ຕ້ອງມີການວິເຄາະຜົນກະທົບດ້ານສັງຄົມ ແລະ ສິ່ງແວດລ້ອມຢ່າງຈະແຈ້ງ ເປັນຕົ້ນແມ່ນເນື້ອທີ່ດິນກະສິກຳ, ດິນປຸກສ້າງ, ໂຮງຮຽນ, ໂຮງໝໍ ແລະ ຈຳນວນໝູ່ບ້ານທີ່ຈະຕ້ອງໄດ້ຍົກຍ້າຍ ເພື່ອໃຫ້ສາມາດຄິດໄລ່ເປັນຕົວເລກເສດຖະກິດທີ່ຊັດເຈນໃນການຊົດເຊີຍ.
ເພື່ອຫຼຸດຜ່ອນຫາງສຽງສັງຄົມ ແລະ ເຮັດໃຫ້ໂຄງການດຳເນີນໄປຢ່າງຮາບລື່ນ, ທ່ານ ຄຳແສນ ສີສະວົງ ໄດ້ສະເໜີແນວທາງໃໝ່ທີ່ຫຼາຍປະເທດກຳລັງນຳໃຊ້ ຄືການບວກເອົາຄ່າໃຊ້ຈ່າຍດ້ານຄວາມຮັບຜິດຊອບຕໍ່ສັງຄົມ (CSR) ເຂົ້າເປັນສ່ວນໜຶ່ງຂອງຕົ້ນທຶນໂຄງການແຕ່ຫົວທີ. ວິທີນີ້ຈະຊ່ວຍໃຫ້ການພັດທະນາພື້ນຖານໂຄງລ່າງ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນເຂດທີ່ຕິດພັນກັບໂຄງການ ໄດ້ຮັບການປັບປຸງໄປພ້ອມໆກັບການເລີ່ມຕົ້ນຂອງໂຄງການ.
 
ທ່ານໄດ້ສະເຫນີໃຫ້ລັດຖະບານທົບທວນຄືນບັນດາເງື່ອນໄຂໃນສັນຍາ ເພື່ອຮັບປະກັນຄວາມຍຸຕິທຳ ແລະຜົນປະໂຫຍດຮ່ວມກັນຂອງທັງສາມຝ່າຍ ຄື: ຜູ້ລົງທຶນ, ລັດຖະບານ ແລະປະຊາຊົນ.
ຂ່າວ: ສາວລາວໃຕ້