ລັດຖະບານ ພິຈາລະນາ ຮັບຮອງດ້ານຫຼັກການ ໂຄງການ ລົງທຶນກໍ່ສ້າງເສັ້ນທາງລົດໄຟ ລາວ-ຫວຽດນາມ

ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍຍົກລັດຖະມົນຕີຜູ້ປະຈຳການ ໄດ້ລາຍງານຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນາ ນີ້ ວ່າ: ໂຄງການພັດທະນາເສັ້ນທາງລົດໄຟລາວ-ຫວຽດນາມ ຖືເປັນໂຄງການຍຸດທະສາດທີ່ສໍາຄັນທາງດ້ານ ການເຊື່ອມໂຍງເຊື່ອມຈອດຂອງປະເທດ ທີ່ນອນໃນແຜນພັດທະນາເສດຖະກິດແລະສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026-2030 ເຊິ່ງເປັນໂຄງການທີ່ລັດຖະບານລາວ ແລະ ຫວຽດນາມ ໃຫ້ການສະໜັບສະໜູນ ແລະ ໄດ້ຖືກບັນຈຸເຂົ້າໃນບັນໂຄງການບູລິມະສິດຂອງກອງປະຊຸມຮ່ວມມືທະວີພາຄີລະຫວ່າງ ລັດຖະບານ ລາວ ແລະ ຫວຽດນາມ ແຕ່ປີ 2021 ເປັນຕົ້ນມາ, ພ້ອມທັງສອດຄ່ອງກັບແຜນການເຊື່ອມໂຍງ ຕາມແລວທາງເສດຖະກິດຕະເວັນອອກ-ຕາເວັນຕົກ ຕາມນະໂຍບາຍໃນການຫັນຈາກປະເທດບໍ່ມີຊາຍແດນ ຕິດທະເລ ກາຍເປັນປະເທດຈຸດໃຈກາງເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນ ແລະສາກົນ.
ຜ່ານມາ ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈໍາປີ 2025 ໄດ້ປຶກສາຫາລື ແລະ ພິຈາລະນາ ກ່ຽວກັບໂຄງການດັ່ງກ່າວ, ຊຶ່ງລັດຖະບານ ໄດ້ເຫັນດີຮັບຮອງດ້ານຫຼັກການ, ພ້ອມນັ້ນ ໄດ້ລາຍງານຕໍ່ ກອງປະ ຊຸມກົມການເມືອງ ຮ່ວມກັບ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 15 ມັງກອນ 2026 ແລະ ໄດ້ຮັບ ການຕົກລົງເຫັນດີ ແລະ ມີທິດຊີ້ນໍາໃນບາງບັນຫາແລ້ວ. ສະນັ້ນ, ເພື່ອເປັນການອໍານວຍຄວາມສະດວກໃຫ້ ໂຄງການດັ່ງກ່າວ ໄດ້ດໍາເນີນການຈັດຕັ້ງປະຕິບັດ, ລັດຖະບານ ຈຶ່ງສະເໜີມາຍັງກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ເພື່ອຮັບຮອງດ້ານຫຼັກການ.
ໂຄງການທາງລົດໄຟ ລາວ-ຫວຽດນາມ ເລີ່ມຈາກນະຄອນຫຼວງວຽງຈັນ ຫາ ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ ມີໄລຍະທາງທັງໝົດປະມານ 562 ກິໂລແມັດ, ເຊິ່ງໃນນັ້ນ ໄດ້ແບ່ງອອກເປັນ 3 ຊ່ວງໄລະຍະ ຄື: ຊ່ວງທີ 1A: ແຕ່ ຕົວເມືອງທ່າແຂກ ຫາ ມູຢ່າ ຊາຍແດນລາວ-ຫວຽດນາມ ມີຄວາມຍາວ 147 ກມເຊິ່ງໄດ້ເລີ່ມຕົ້ນຈາກການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວມະຫາຊົນ ເພື່ອສຶກສາສໍາຫຼວດ ແລະ ອອກແບບລະອຽດໂຄງການ ໃນວັນທີ 15 ຕຸລາ 2019; ຊ່ວງທີ 1B ແຕ່ ມູຢ່າ ແຂວງກວາງບິ່ງ ຫາ ທ່າເຮືອຫວຸ້ງອ່າງ ແຂວງຮ່າຕິ່ງ ໄລຍະທາງ 103 ກມ, ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ຫຸ້ນສ່ວນກຸ່ມເດວກາ (DEOCA Group Joint Stock Company) ຄັ້ງວັນທີ 28 ຕຸລາ 2022 ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການ ເຊິ່ງປະຈຸບັນກຳລັງດຳເນີນບັນດາຂະບວນການອະນຸມັດຢູ່ ໃນ ສສ ຫວຽດນາມ ຕາມລະບຽບການ. ຊ່ວງທີ 2 ແຕ່ ນະຄອນຫຼວງວຽງຈັນ ຫາ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ໄລຍະທາງ 312,8 ກມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ ຄັ້ງວັນ ທີ 29 ມິຖຸນາ 2022. ປະຈຸບັນໄດ້ຮັບການເຫັນດີດ້ານຫຼັກການໃຫ້ຕໍ່ MOU ໂຄງການດັ່ງກ່າວເພື່ອໃຫ້ມີເວລາໃນການສຶກສາຄວາມເປັນໄປໄດ້ຢ່າງລະອຽດ ແລະຮອບດ້ານອີງຕາມຜົນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກເຫັນວ່າ ໂຄງການ ຈະສ້າງ ຜົນປະໂຫຍດໃຫ້ແກ່ ເສດຖະກິດຂອງ ຂອງປະເທດຄື: ປະກອບສ່ວນຕໍ່ເສດຖະກິດ-ສັງຄົມ 21,99 ຕື້ ໂດລາສະຫະລັດ; ຜົນປະໂຫຍດທັງໝົດທີ່ລັດຖະບານ ຈະໄດ້ຮັບແມ່ນ 76,33 ຕື້ ໂດລາສະຫະລັດ; ອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ແລະ ສ້າງລາຍຮັບຈາກການຂົນສົ່ງ ໄດ້ ຫຼາຍກວ່າ 32,60 ຕື້ ໂດລາສະຫະລັດ; ປະຫຍັດເວລາຈາກການຂົນສົ່ງ ເຊິ່ງຕີມູນຄ່າເປັນ 2,79 ຕື້ ໂດລາສະຫະລັດ; ສາມາດສ້າງວຽກເຮັດງານທໍາ ຈາກປີ 2030 ເປັນຕົ້ນໄປ ຈໍານວນ 853 ຄົນ/ມື້ ແລະ ປີ 2050 ຈໍານວນ 10.133 ຄົນ/ມື້; ປະລິມານຂົນສົ່ງສິນຄ້າ ຈາກ ຈໍານວນ 5,079ໂຕນ/ມື້ ໃນປີ 2030 ເປັນຕົ້ນໄປ ແລະ ເພີ່ມຂຶ້ນ ເປັນ 47,133 ໂຕນ/ມື້ ໃນປີ 2050.
ໂຄງການພັດທະນາກໍ່ສ້າງທາງລົດໄຟລາວ-ຫວຽດນາມ ຊ່ວງແຕ່ທ່າແຂກ ຫາ ມູຢາ ເປັນໂຄງການບູລິມະສິດຕາມແຜນການເສີມຂະຫຍາຍການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ລາວ ແລະ ຫວຽດນາມ ກໍຄືແຜນການເຊື່ອມໂຍງກັບພາກພື້ນ ແລະສາກົນເຊິ່ງເປັນໂຄງການລົງທຶນຂະໜາດໃຫຍ່, ມີມູນຄ່າການລົງທຶນທີ່ສູງ ໂດຍເປັນການສະເໜີຂໍພັດທະນາລົງທຶນຈາກພາກເອກະຊົນພາຍໃນປະເທດທີ່ເປັນບໍລິສັດມີຄວາມຈິງໃຈເຮັດແທ້ທຳຈິງດ້ວຍການລົງທຶນໃນຮູບແບບ BOT ແລະມີຄວາມຈໍາເປັນຕ້ອງໄດ້ລະດົມທຶນຈາກສາກົນເຂົ້າມາພັດທະນາໂຄງການດັ່ງກ່າວ.