ກອງປະຊຸມຄະນະກຳມະການຊີ້ນຳ ແຜນງານພັດທະນາທ້ອງຖິ່ນ (LDP) ທົບທວນຄວາມຄືບໜ້າ ປະຈຳປີຜ່ານມາ

 
ຄະນະກຳມະການຊີ້ນຳແຫ່ງຊາດ ແຜນງານພັດທະນາທ້ອງຖິ່ນ (ລາວ/338) ໄດ້ໄຂກອງປະຊຸມຂຶ້ນໃນວັນທີ 20 ມີນາ 2026 ໂດຍການເປັນປະທານໂດຍ ທ່ານນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ Thomas Lammar, ອຸປະທຸດ ລາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ ແລະ ທ່ານ Jean-Gabriel Duss, ຜູ້ອຳນວຍການພາກພື້ນດ້ານການຮ່ວມມື ສຳລັບຂົງເຂດແມ່ນໍ້າຂອງ, ອົງການ SDC ຂອງ ສະວິດເຊີແລນ. ແລະ ການເຂົ້າຮ່ວມຂອງພາກສ່ວນກ່ຽວຂ້ອງຫຼາຍກວ່າ 120 ທ່ານ ທີ່ມາຈາກຂະແໜງການ, ທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ.
 
ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອທົບທວນຄວາມຄືບໜ້າ, ຜົນສຳເລັດຕົ້ນຕໍ 2025, ຜົນການປະເມີນ ກາງສະໄໝຂອງ ແຜນງານ ພັດທະນາທ້ອງຖິ່ນ ທີ່ດໍາເນີນໃນປີ 2025, ແລະ ຮັບຮອງແຜນວຽກ ສຳລັບ ປີ 2026. ແຜນງານ ພັດທະນາທ້ອງຖິ່ນ ໄດ້ຮັບການສະໜູນຈາກລັດຖະບານ ລຸກຊຳບວກ ແລະ ລັດຖະບານ ສະວິດເຊີແລນ ມູນຄ່າຫຼາຍກວ່າ 41 ລ້ານເອີໂຣ ມີໄລຍະເວລາຈັດຕັ້ງປະຕິບັດ 2023-2027 ເຊິ່ງມີຈຸດປະສົງຕົ້ນຕໍເພື່ອສົ່ງເສີມການພັດທະນາແບບຍືນຍົງ.
 
ໃນພິທີເປີດກອງປະຊຸມ, ທ່ານນາງ ພອນວັນ ອຸທະວົງ ໄດ້ກ່າວຄວາມຂອບໃຈຕໍ່ປະເທດ ລຸກຊຳບວກ ແລະ ປະເທດສະວິດເຊີແລນ ພ້ອມທັງເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມສອດຄ່ອງຂອງ ແຜນງານ ພັດທະນາທ້ອງຖິ່ນ ໃນການປະກອບສ່ວນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ແລະ 10 ໂດຍສະເພາະ ແຜນການ 5 ປີ ຄັ້ງທີ 10 (2026-2030) ທີ່ຈະສະເໜີຮັບຮອງຢູ່ ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ 10 ທີ່ຈະດຳເນີນລະຫວ່າງ ວັນທີ 23-27 ມີນາ 2026. ແຜນງານ ພັດທະນາທ້ອງຖິ່ນ ສະໜັບສະໜູນໂດຍກົງ ເປົ້າໝາຍໃຫຍ່ທີ 2 (ດ້ານຊັບພະຍາກອນມະນຸດ), 3 (ດ້ານການພັດທະນາ) ແລະ 6 (ດ້ານການຄຸ້ມຄອງບໍລິຫານລັດ) ດ້ວຍການສະໜອງໂຄງລ່າງພື້ນຖານທີ່ຈຳເປັນ, ການສົ່ງເສີມກອງທຶນພັດທະນາບ້ານ ແລະ ການຍົກລະດັບຂີດຄວາມສາມາດຂອງພາກລັດຢູ່ທຸກລະດັບ ແລະ ຢູ່ໃນຫຼາຍຂົງເຂດ.
ຜ່ານການຈັດຕັ້ງປະຕິບັດ ປີ 2025 ທີ່ຜ່ານມາ ສາມາດສະຫຼຸບບາງຜົນສຳເລັດ ແລະ ຄວາມຄືບໜ້າ ເປັນຕົ້ນ 226 ບ້ານຂອງ 4 ແຂວງເປົ້າໝາຍ ໄດ້ເລີ່ມຈັດຕັ້ງ ແຜນພັດທະນາບ້ານແບບມີສ່ວນຮ່ວມ, ສໍາເລັດກິດຈະກໍາ:
✅ ກອງທຶນພັດທະນາບ້ານ ຫຼາຍກວ່າ 220 ກິດຈະກຳ
✅ ຍົກລະດັບຂີດຄວາມສາມາດໃນຫຼາກຫຼາຍຫົວຂໍ້ສຳລັບພະນັກງານລັດຖະກອນ ແລະ ຜູ້ມີສ່ວນຮ່ວມຂອງແຜນງານຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຈຳນວນ 395 ຄັ້ງ
✅ ໂຄງການພື້ນຖານໂຄງລ່າງຈຳນວນ 140 ໂຄງການໄດ້ມີຄວາມຄືບໜ້າ
✅ ລິເລີ່ມໂຄງການສົ່ງເສີມໂພຊະນາການ, ການສຶກສາ ແລະ ການຫຼຸດຜ່ອນຄວາມສ່ຽງໄພພິບັດ
✅ ຍົກສູງຄຸນນະພາບ ແລະ ການເຂົ້າເຖິງບໍລິການດ້ານການເງິນໃນລະບົບ ຢູ່ເຂດຫ່າງໄກສອກຫຼີກ
✅ ເຊື່ອມສານເອົາວຽກງານ ຄວາມສະເໝີພາບຍິງ-ຊາຍ, ຄົນພິການ, ສັງຄົມ, ແລະ ກຸ່ມຄົນທີ່ມີຄວາມບອບບາງສູງ ເພື່ອຮັບປະກັນການມີສ່ວນຮ່ວມ ແລະ ໄດ້ຮັບຜົນປະໂຫຍດຢ່າງເທົ່າທຽມກັນ.
ທ່ານ Thomas Lammar, ອຸປະທຸດ ແຫ່ງ ລາຊະອານະຈັກ ລຸກຊຳບວກ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ແຜນງານນີ້ໄດ້ຖືກອອກແບບເພື່ອສົ່ງເສີມການພັດທະນາທ້ອງຖິ່ນໃນລະດັບບ້ານ ຊຶ່ງເປັນພາກສ່ວນຈັດຕັ້ງປະຕິບັດຕົວຈິງ ເພື່ອຮັບປະກັນເປົ້າໝາຍຜູ້ມີສ່ວນຮ່ວມໃນແຜນງານ ໄດ້ຜົນປະໂຫຍດໂດຍກົງ ແລະ ແທ້ຈິງ. ຂ້າພະເຈົ້າເຊື່ອໝັ້ນ ວ່າ ແຜນງານ ພັດທະນາທ້ອງຖິ່ນ ສາມາດປະກອບສ່ວນໃນຄວາມພະຍາຍາມຂອງ ລັດຖະບານ ສປປ ລາວ ໃນການຫຼຸດຜ່ອນຄວາມທຸກຍາກ ໂດຍຮັບປະກັນວ່າຊັບພະຍາກອນຂອງແຜນງານ ແລະ ໂອກາດຈະສາມາດໄປຮອດໄປເຖິງຜູ້ທີ່ມີຄວາມຕ້ອງການຫຼາຍທີ່ສຸດ.”
ພ້ອມນີ້, ກອງປະຊຸມໄດ້ ຮັບຮອງແຜນວຽກ ແລະ ງົບປະມານສຳລັບ ປີ 2026 ໂດຍຈະສຸມໃສ່ການເລັ່ງຈັດຕັ້ງປະຕິບັດກິດຈະກຳທີ່ກຳນົດໄວ, ລວມທັງແກ້ໄຂຂໍ້ຄົງຄ້າງ ດ້ວຍການເປັນເອກະພາບກັນກ່ຽວກັບມາດຕະການໃນການຈັດຕັ້ງປະຕິບັດ, ການປັບປຸງກົນໄກການໃນການປະສານງານ, ການຕິດຕາມ ແລະ ການປະເມີນຜົນ ແລະ ອື່ນໆ. ພາກສ່ວນກ່ຽວຂ້ອງ ແລະ ຄູ່ຮ່ວມພັດທະນາ ໄດ້ຢັ້ງຢືນທີ່ຈະສືບຕໍ່ສະໜັບສະໜູນການພັດທະນາທ້ອງຖິ່ນ ເພື່ອບໍ່ປະປ່ອຍໃຜໄວ້ຂ້າງຫຼັງ.