ລັດຖະບານ ປະກາດຕົວເລກຄາດໝາຍ ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບ 5% ໃນໄລຍະ 5 ປີຕໍ່ໜ້າ

ໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ໃນຕອນບ່າຍວັນທີ 23 ມີນາ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນສະເຫນີ ຄາດໝາຍສູ້ຊົນດ້ານເສດຖະກິດ-ສັງຄົມ ສໍາລັບໄລຍະ 5 ປີຕໍ່ໜ້າ ເພື່ອຊຸກຍູ້ການເຕີບໂຕຢ່າງຍືນຍົງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ.
ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ລັດຖະບານໄດ້ວາງຄາດໝາຍດ້ານເສດຖະກິດ-ສູ້ຊົນໃຫ້ GDP ໃນໄລຍະ 5 ປີ ຂະຫຍາຍຕົວສະເລ່ຍ 6% ຕໍ່ປີຂຶ້ນໄປ; GDP ຕໍ່ຫົວຄົນ ໃຫ້ໄດ້ 3,104 ໂດລາສະຫະລັດ ແລະ GNI ຕໍ່ຫົວຄົນ ໃຫ້ໄດ້ 2,914 ໂດລາສະຫະລັດ ໃນປີ 2030; ສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 554,400 ຕືັ້ກີບ ເທົ່າກັບ 20.95% ຂອງ GDP ຂຶ້ນໄປ, ລາຍຈ່າຍງົບປະມານ ຢູ່ໃນລະດັບ 528,400 ຕື້ກີບ ເທົ່າກັບ 19.96% ຂອງ GDP ແລະ ເກີນດຸນງົບປະມານ 26,000 ຕື້ກີບ ເທົ່າກັບ 0.98% ຂອງ GDP; ສູ້ຊົນຫຼຸດຜ່ອນໜີ້ສິນສາທາລະນະໃຫ້ຢູ່ໃນລະດັບຕໍ່າກວ່າ 70% ຂອງ GDP.
ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງການຄວບຄຸມອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບບໍ່ເກີນ 5% (±2%), ຄັງສາຮອງເງິນຕາຕ່າງປະເທດ ໃຫ້ສາມາດກຸ້ມການນໍາເຂົ້າ 5 ເດືອນຂຶ້ນໄປ, ຄຸ້ມຄອງການສົ່ງອອກ-ນໍາເຂົ້າ ຜ່ານລະບົບທະນາຄານ ແລະ ໃຫ້ນໍາເງິນຕາຕ່າງປະເທດ ຈາກການສົ່ງອອກເຂົ້າມາ ໃຫ້ໄດ້ຢ່າງໜ້ອຍ 75%; ສູ້ຊົນລະດົມການລົງທຶນ ໃຫ້ໄດ້ 636,178 ຕື້ກີບ ເທົ່າກັບ 24% ຂອງ GDP ຂຶ້ນໄປ; ສູ້ຊົນການຜະລິດເຂົ້າ ໃຫ້ໄດ້ 4 ລ້ານໂຕນຕ ຕໍ່ປີ, ການສົ່ງອອກຜະລິດຕະພັນກະສິກໍາ ແລະ ປ່າໄມ້ ໃຫ້ໄດ້ 1.9 ຕື້ໂດລາສະຫາລັດຕໍ່ປີ, ດຶງດູດນັກທ່ອງທ່ຽວຕ່າງປະເທດ ໃນ 5 ປີ ໃຫ້ໄດ້ 22 ລ້ານເທື່ອຄົນ ສ້າງລາຍຮັບ ປະມານ 8 ຕື້ໂດລາສະຫະລັດ; ສູ້ຊົນຜະລິດກະແສໄຟຟ້າ ໃຫ້ 333,562.60 ລ້ານກິໂລວັດໂມງ ແລະ ມູນຄ່າການຜະລິດ ແລະ ປຸງແຕ່ງແຮ່ທາດ ໃຫ້ໄດ້284,432.8 ຕືັ້ກີບ.
ການສະເໜີຕົວເລກຄາດໝາຍດັ່ງກ່າວ ແມ່ນເພື່ອເປັນທິດທາງລວມໃຫ້ແກ່ທຸກພາກສ່ວນໃນການຫັນປ່ຽນໂຄງສ້າງເສດຖະກິດຂອງ ສປປ ລາວ ໃຫ້ກ້າວໄປສູ່ຄວາມທັນສະໄໝ ແລະ ເປັນເຈົ້າຕົນເອງຢ່າງແທ້ຈິງ.