ສະແກນລາຍນິ້ວມື ຊຳຊຸງກາແລັກຊີ S10 ຍັງບໍ່ປອດໄພ

Samsung Galaxy S10 ແລະGalaxy S10+ ມາພ້ອມກັບລະບົບສະແກນລາຍນິ້ວມືໃນໜ້າຈໍໃຊ້ເຕັກໂນໂລຊີ Ultrasonic Sensorຊຶ່ງ Samsung ຢືນຢັນວ່າມີຄວາມປອດໄພ ແລະ ແນ່ນອນກວ່າສະແກນລາຍນິ້ວມື ປົກກະຕິໃນຕະຫຼາດໃນເວລານີ້ແຕ່ເຖິງຈະບອກວ່າປອດໄພແຕ່ກໍຍັງຖືກຫຼອກໄດ້.

ຜູ້ໃຊ້ງານຊື່ Darkshark ໄດ້ ໂພສພາບຜ່ານ Imgur ຢືນຢັນວ່າສະແກນລາຍນິ້ວມືຂອງ Galaxy S10 ສາມາດຫຼອກໄດ້ດ້ວຍພາບ ລາຍນິ້ວມື 3 ມິຕິໄດ້ (3D-printed fingerprint) ໂດຍວິທີທີ່ Darkshark ໃຊ້ບໍ່ໄດ້ຍາກ ເລີຍ Darkshark ໃຊ້ວິທີການຖ່າຍພາບລາຍນິ້ວມືຈາກຈອກເຫຼົ້າ ແວງດ້ວຍຍົກກ້ອງສະມາດໂຟນ ທຳມະດາຈາກນັ້ນໃຊ້ Photoshop ເພີ່ມ Contrast, ສ້າງ alpha mask ຫຼັງຈາກນັ້ນເພີ່ມ ມິຕິດ້ວຍໂປຣແກຣມ 3DS Max ແລ້ວໃຊ້ AnyCubi PhotonLCD resin printer ເພື່ອພິມພາບ 3D ອອກມາ ແລະນຳໄປຫຼອກສະແກນລາຍນິ້ວມືຂອງ Galaxy S10 ໄດ້ຢ່າງແນບນຽນທັງນີ້ Darkshark ລະບຸວ່າເຂົາໄດ້ ລອງເຖິງ 3ເທື່ອຈຶ່ງສຳເລັດແຕ່ ເມື່ອເຮັດໄດ້ແລ້ວລະບົບສະແກນ ລາຍນິ້ວມືກໍຖືກຫຼອກໄດ້ຢ່າງງ່າຍ ດາຍຊຶ່ງຫາກກ້ອງ DSLR ພ້ອມກັບເລນຊູມຈະເຮັດໃຫ້ເຮົາສາມາດເກັບລາຍນິ້ວມືຈາກຜູ້ໃຊ້ງານຄົນອື່ນໆໄດ້ເນື່ອງຈາກກ້ອງ DSLR ສາມາດເກັບພາບໄດ້ດີກວ່າສະ ມາດໂຟນຢູ່ແລ້ວແຕ່ Huawei P30 Pro ກໍຊູມໄດ້ໂດຍລາຍລະອຽດຍັງໃຊ້ດີເຊັ່ນດຽວກັນ.ຈາກເຫດການດັ່ງກ່າວເຮັດ ໃຫ້ເກີດການຕັ້ງຄຳຖາມວ່າລະບົບສະແກນລາຍນິ້ວມືໃນໜ້າຈໍນັ້ນແທ້ ຈິງແລ້ວປອດໄພແທ້ ຫຼື ບໍ່.

Samsung Galaxy S10 ແລະGalaxy S10+ ມາພ້ອມກັບລະບົບສະແກນລາຍນິ້ວມືໃນໜ້າຈໍໃຊ້ເຕັກໂນໂລຊີ Ultrasonic Sensorຊຶ່ງ Samsung ຢືນຢັນວ່າມີຄວາມປອດໄພ ແລະ ແນ່ນອນກວ່າສະແກນລາຍນິ້ວມື ປົກກະຕິໃນຕະຫຼາດໃນເວລານີ້ແຕ່ເຖິງຈະບອກວ່າປອດໄພແຕ່ກໍຍັງຖືກຫຼອກໄດ້.

ນສພ ເສດຖະກິດ-ສັງຄົມ