.

ວັນທີ 23 ມີນາ 2026 “ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ທອງລຸນ ສີສຸລິດ ເພື່ອສະແດງຄວາມຊົມເຊີຍຕໍ່ທ່ານທີ່ໄດ້ຮັບເລືອກຕັ້ງເປັນປະທານປະເທດລາວອີກສະໄໝໜຶ່ງ.”
.
ສອງປະເທດຈີນ-ລາວແມ່ນປະເທດສັງຄົມນິຍົມທີ່ເປັນບ້ານໃກ້ເຮືອນຄຽງ ແລະຮ່ວມຊາຕາກຳ, ສອງຝ່າຍມີຄວາມຈິງໃຈ ແລະໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະກັນມາໂດຍຕະຫຼອດ, ໂດຍໄດ້ສະໜັບສະໜູນເຊິ່ງກັນ ແລະກັນຢ່າງເດັດດ່ຽວຕໍ່ຜົນປະໂຫຍດແກນກາງ ແລະບັນຫາທີ່ສສອງຝ່າຍມີຄວາມສົນໃຈເປັນຢ່າງຍິ່ງ, ໄດ້ສະແດງໃຫ້ເຫັນເຖິງມິດຕະພາບອັນແໜ້ນແຟ້ນທີ່ເປັນສະຫາຍ ແລະ ອ້າຍນ້ອງກັນ.
ປີ 2026 ແມ່ນປີທີ່ຈີນ ແລະລາວສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນຄົບຮອບ 65 ປີ ແລະປີມິດຕະພາບຈີນ- ລາວ, ສອງຝ່າຍຈະຈັດຫຼາຍກິດຈະກຳສະເຫຼີມສະຫຼອງ ເພື່ອເພີ່ມພະລັງແຮງຂັບເຄື່ອນໃໝ່ເຂົ້າໃນການເສີມສ້າງມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ປີນີ້ແມ່ນປີເລີ່ມຕົ້ນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈີນ 05 ປີ ຄັ້ງທີ 15 ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດລາວ 05 ປີຄັ້ງທີ 10, ສອງປະເທດລ້ວນແຕ່ຢູ່ໃນໄລຍະສຳຄັນຂອງການພັດທະນາໃຫ້ຈະເລີນຮຸ່ງເຮືອງ, ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງສອງຝ່າຍຈະມີອະນາຄົດທີ່ກວ້າງຂວາງກວ່າເກົ່າ.
ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການພັດທະນາສາຍພົວພັນຂອງສອງພັກ-ສອງລັດ, ຍິນດີຮ່ວມກັບທ່ານ ທອງລຸນ ສີລຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ, ສ້າງແຜນຜັງໃໝ່ຂອງການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວກ້າວເຂົ້າສູ່ລະດັບສູງກວ່າເກົ່າ, ສ້າງຄວາມຜາສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງປະເທດ ແລະສ້າງຜົນປະໂຫຍດຫຼາຍກວ່າເກົ່າເຂົ້າໃນສັນຕິພາບ ແລະການພັດທະນາໃນພາກພື້ນ.
ໃນມື້ດຽວກັນ, ທ່ານ ຫຼີຊຽງ ນາຍົກລັດຖະມົນຕີຈີນກໍໄດ້ສົ່ງສານຊົມເຊີຍເຖິງທ່ານ ສອນໄຊ ສີພັນດອນ ທີ່ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີລາວ ໂດຍລະບຸວ່າ: ຍິນດີຮ່ວມກັນຊີ້ນຳ-ນຳພາພາກສ່ວນຕ່າງໆ ແລະທ້ອງຖິ່ນຕ່າງໆຂອງສອງປະເທດເພີ່ມທະວີການແລກປ່ຽນ ແລະການຮ່ວມມື, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ໄດ້ຮັບຜົນງານທີ່ອຸດົມສົມບູນກວ່າເກົ່າ.