
ພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນນະຄອນຫຼວງວຽງຈັນລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 31 ມີນາ 2026 ທີ່ຫ້ອງວ່າການປົກ ຄອງນະຄອນຫຼວງວຽງຈັນ (ນວ) ເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ນວ ແລະ ພາກສ່ວນກ່ຽວຂ້ອງ.
ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນນະຄອນຫຼວງວຽງຈັນໄດ້ລາຍງານກ່ຽວກັບການຈັດຕັັ້ງປະຕິບັດວຽກງານການນໍາພາ-ຊີ້ນໍາ ຂອງຫ້ອງການຄະນະກໍາມະການສົົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ ໃນໄລຍະຜ່ານມາ ແລະ ທິດທາງສືບຕໍ່ໃນຕໍ່ໍ່ໜ້າໂດຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນເປັນຕົ້ນການລົງທຶນກິດຈະການສໍາປະທານ ແລະ ກິດຈະການຄວບຄຸມມີ 78 ໂຄງການ ໃນນັ້ນໄດ້ເຊັນສັນຍາສໍາປະທານແລ້ວ 40 ໂຄງ ການ ມູນຄ່າການລົງທຶນ 776 ລ້ານໂດລາສະຫະລັດ ມີເນື້ອທີ່ສໍາປະທານ 496 ເຮັກຕາ ແລະ ມີ ບົດບັນທຶກຄວາມເຂົ້າໃຈ (MOU) 38 ໂຄງການ ແລະ ໄດ້ອອກໃບອະນຍາດລົງທຶນທັງໝົດ 217 ໃບ ຄົ້ນ ຄວ້າສ້າງໂຄງການໃນບັນຊີຮຽກການລົງທຶນຢູ່ນະຄອນຫຼວງວຽງຈັນ (ປີ 2021–2025)ລວມທັງໝົດມີ 38 ໂຄງການ ຄາດຄະເນມູນຄ່າການລົງທຶນທັງໝົດ 10.678,98 ຕື້ກີບ ແລະ ອື່ນໆ ພ້ອມນັ້ນກໍໄດ້ຍົກໃຫ້ເຫັນຂໍ້ຄົງຄ້າງ ແລະ ແຜນການໃນຕໍ່ໜ້າທີ່ຈະຕ້ອງປັບປຸງແກ້ໄຂ.
ໃນພິທີຕາງໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ໄດ້ຜ່ານຂໍ້ຕົກລົງ ເລກທີ 08/ຄປນວ ວ່າດ້ວຍການຍົກຍ້າຍພະນັກງານນຳພາຄຸ້ມຄອງໂດຍໄດ້ຍົກຍ້າຍທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ສະພາປະຊາ ຊົນ ນວ ພ້ອມທັງຜ່ານມະຕິຕົກລົງ ເລກທີ 11/ຄປນວ ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ ໂດຍໄດ້ແຕ່າງຕັ້ງທ່ານ ທະນົງສິນ ແສງພະວົງ ເປັນຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ (ຜູ້ໃໝ່) ໂອກາດນີ້ທ່ານ ປອ ອາດສະພັງທອງ ສີພັນດອນ ກໍໄດ້ໂອ້ລົມຕໍ່ພິທີດັ່ງກ່າວອີກດ້ວຍ.