ສອງແຂວງພາກໃຕ້ ຄອງແຊັມບານເຕະນັກຮຽນມັດທະຍົມທົ່ວປະເທດ ຊີງຂັນລັດຖະມົນຕີ ສສກ

ປິດສາກລົງຢ່າງສະຫງ່າງາມ ສຳລັບການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາ (ຍິງ-ຊາຍ) ທົ່ວປະເທດ ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ຄັ້ງທີ VIII ຫຼື "Copa Coca-Cola Laos 2026" ໂດຍທີມນັກເຕະຈາກແຂວງສາລະວັນ ແລະ ແຂວງຈຳປາສັກ ສາມາດຄວ້າແຊັມໄປຄອບຄອງຢ່າງສົມກຽດ.
 
ພິທີປິດການແຂ່ງຂັນໄດ້ຈັດຂຶ້ນຢ່າງຄຶກຄື້ນ ໃນວັນທີ 27 ມີນາ 2026 ທີ່ສະໜາມກິລາລ້ານຊ້າງສະເຕດ້ຽມ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ, ແລະ ທ່ານ ພະສິນ ປັນດີ ຜູ້ຈັດການໃຫຍ່ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ, ພ້ອມດ້ວຍຄະນະນຳຈາກພາກສ່ວນຕ່າງໆ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ຜ່ານການແຂ່ງຂັນທີ່ເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ສົມສັກສີ, ຜົນການແຂ່ງຂັນມີດັ່ງນີ້:
- ປະເພດທີມຊາຍ ລາງວັນຊະນະເລີດ ຕົກເປັນຂອງ ແຂວງສາລະວັນ, ອັນດັບ 2 ແມ່ນ ມສ ນາຊາຍທອງ ແລະ ອັນດັບ 3 ແຂວງສະຫວັນນະເຂດ;
- ປະເພດທີມຍິງ: ລາງວັນຊະນະເລີດ ໄດ້ແກ່ ແຂວງຈຳປາສັກ ເຊິ່ງສາມາດປ້ອງກັນແຊັມເກົ່າປີ 2024 ໄວ້ໄດ້ຢ່າງງົດງາມ, ອັນດັບ 2 ມຕ ບໍ່ໂອ ແລະ ອັນດັບ 3 ແຂວງຫຼວງພະບາງ.
ໃນໂອກາດນີ້, ຄະນະຈັດງານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງສູງມາຍັງ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ ທີ່ໄດ້ເປັນກຳລັງແຮງສຳຄັນ ແລະ ໃຫ້ການສະໜັບສະໜູນດ້ານງົບປະມານໃນການຈັດການແຂ່ງຂັນລາຍການນີ້ມາຢ່າງຍາວນານເຖິງ 8 ປີຊ້ອນ ທີ່ຢູ່ຄຽງຂ້າງວົງການກິລາລາວ ຂອງ ໂຄຄາ-ໂຄລາ ບໍ່ພຽງແຕ່ເປັນການສ້າງໂອກາດໃຫ້ເຍົາວະຊົນໄດ້ສະແດງຄວາມສາມາດ, ແຕ່ຍັງເປັນການວາງຮາກຖານອັນເຂັ້ມແຂງໃຫ້ແກ່ການພັດທະນານັກກິລາບານເຕະໃນລະດັບຊາດ.
ໃນໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວຊົມເຊີຍນັກກິລາທຸກຄົນທີ່ທຸ່ມເທທັງແຮງກາຍແຮງໃຈ ແລະ ສະແດງໃຫ້ເຫັນເຖິງຄວາມສາມັກຄີ. ທ່ານເນັ້ນໜັກວ່າ ເວທີນີ້ເປັນຫຼາຍກວ່າການແຂ່ງຂັນ ແຕ່ເປັນການສ້າງພອນສະຫວັນເພື່ອຫຼໍ່ຫຼອມນັກກິລາເຍົາວະຊົນກ້າວໄປສູ່ການເປັນນັກກິລາທີມຊາດ ແລະ ອາຊີບໃນອະນາຄົດ ພາຍໃຕ້ນ້ຳໃຈນັກກິລາ "ຮູ້ແພ້, ຮູ້ຊະນະ ແລະ ຮູ້ອະໄພ".
ພ້ອມກັນນັ້ນ, ຄະນະຈັດງານໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ ທີ່ໃຫ້ການສະໜັບສະໜູນຫຼັກມາຢ່າງຍາວນານເຖິງ 8 ປີຊ້ອນ ແລະ ບໍລິສັດ ຮຸ່ງອາລຸນ ການຄ້າ ເອເລັກໂຕນິກ ຈຳກັດ ທີ່ຮ່ວມເປັນຕົວແທນຈັດການແຂ່ງຂັນ ເຊິ່ງຖືເປັນກຳລັງແຮງສຳຄັນໃນການພັດທະນາວົງການກິລາບານເຕະລະດັບຮາກຖານຂອງລາວໃຫ້ເຂັ້ມແຂງ.
ກ່ອນກ່າວປິດການແຂ່ງຂັນຢ່າງເປັນທາງການ, ທ່ານປະທານໄດ້ກ່າວອວຍພອນໄຊເນື່ອງໃນໂອກາດບຸນປີໃໝ່ລາວ ທີ່ໃກ້ຈະມາຮອດນີ້ ໃຫ້ແກ່ທຸກພາກສ່ວນມີແຕ່ຄວາມສຸກ ແລະ ສຸຂະພາບແຂງແຮງ, ພ້ອມທັງຕັ້ງເປົ້າໝາຍພົບກັນໃໝ່ໃນປີໜ້າ ດ້ວຍມາດຕະຖານການແຂ່ງຂັນທີ່ຍິ່ງໃຫຍ່ກວ່າເກົ່າ.