ປີນີ້ ເມືອງອາດສະພອນ ວາງແຜນເກັບລາຍຮັບສ່ວຍສາອາກອນ ໃຫ້ໄດ້ 33 ຕື້ກວ່າກີບ

ຂະແໜງການເງິນເມືອງອາດສະພອນ ແຂວງສະຫວັນນະເຂດ ເລັ່ງຊຸກຍູ້ການຈັດເກັບລາຍຮັບງົບປະມານແຫ່ງລັດ ປະຈຳປີ 2026 ໂດຍວາງຕົວເລກຄາດໝາຍສູ້ຊົນໃຫ້ໄດ້ທັງໝົດກວ່າ 33.98 ຕື້ກີບ ພ້ອມຍູ້ແຮງການນຳໃຊ້ລະບົບທັນສະໄໝເຂົ້າໃນການຄຸ້ມຄອງຫົວໜ່ວຍທຸລະກິດຢ່າງເຕັມຮູບແບບ.
ໃນຕອນເຊົ້າວັນທີ 23 ມີນາ 2026 ນີ້, ຢູ່ທີ່ຫ້ອງວ່າການເມືອງອາດສະພອນ ໄດ້ຈັດກອງປະຊຸມຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງວຽກງານວິຊາສະເພາະເກັບລາຍຮັບເຂົ້າງົບປະມານ ປະຈຳ 3 ເດືອນຕົ້ນປີ 2026. ກອງປະຊຸມດັ່ງກ່າວໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຄອງມາ ເຮົ້າຂອງຄູນ ຮອງເຈົ້າເມືອງອາດສະພອນ ແລະ ທ່ານ ບົວສອນ ສີສຸລາດ ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະຫ້ອງການເງິນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ວິລະເດດ ສີລະປັນຍາ ຫົວໜ້າສ່ວຍສາອາກອນປະຈຳເມືອງອາດສະພອນ ໄດ້ລາຍງານໃຫ້ຮູ້ວ່າ: ໃນປີ 2026 ນີ້, ເມືອງອາດສະພອນມີຫົວໜ່ວຍທຸລະກິດໃນຄວາມຮັບຜິດຊອບທັງໝົດ 4,208 ຫົວໜ່ວຍ ເຊິ່ງປັດຈຸບັນໄດ້ນຳເຂົ້າສູ່ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS) ຄົບຖ້ວນແລ້ວ. ສຳລັບຕົວເລກຄາດໝາຍລາຍຮັບສ່ວຍສາອາກອນແມ່ນວາງໄວ້ທີ່ 33.98 ຕື້ກວ່າກີບ ເຊິ່ງກວມເອົາທັງລາຍຮັບສ່ວຍສາອາກອນ, ຄ່າທຳນຽມ-ຄ່າບໍລິການ, ພາສີທີ່ດິນ ແລະ ລາຍຮັບຈາກຊັບສິນລັດ.
ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ເຫັນວ່າມີຜົນງານທີ່ພົ້ນເດັ່ນໃນການນຳໃຊ້ລະບົບດິຈິຕອນ ເຂົ້າໃນການເກັບລາຍຮັບ ເປັນຕົ້ນແມ່ນ: ການເກັບຄ່າທຳນຽມທາງ ປະຕິບັດຜ່ານລະບົບທະນາຄານໄດ້ແລ້ວ 2.25 ຕື້ກວ່າກີບ, ເທົ່າກັບ 46.96% ຂອງແຜນການປີ; ການເກັບອາກອນທີ່ດິນ ປະຕິບັດຜ່ານລະບົບທະນາຄານໄດ້ຫຼາຍກວ່າ 107 ລ້ານກີບ.
ໃນຕອນທ້າຍຂອງກອງປະຊຸມ, ຄະນະປະທານໄດ້ມີຄຳເຫັນເນັ້ນໜັກໃຫ້ຂະແໜງການເງິນ ແລະ ພາກສ່ວນກ່ຽວຂ້ອງ ເພີ່ມທະວີຄວາມຮັບຜິດຊອບໃນການຈັດເກັບລາຍຮັບໃຫ້ຄົບຖ້ວນ ແລະ ທັນເວລາ. ໂດຍສະເພາະແມ່ນການເລັ່ງຊຸກຍູ້ການເກັບອາກອນທີ່ດິນ, ຄ່າທຳນຽມລົດປະຈຳປີ ແລະ ການອອກໃບຕາດິນ. ພ້ອມທັງຊີ້ນຳໃຫ້ກວດກາຄືນບັນດາຫົວໜ່ວຍທຸລະກິດທີ່ມີລາຍຮັບຕ່ຳກວ່າ 50 ລ້ານກີບ ເພື່ອໃຫ້ມີການປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ ແລະ ເປັນເອກະພາບກັນໃນທົ່ວເມືອງ ເພື່ອຮັບປະກັນໃຫ້ງົບປະມານແຫ່ງລັດໄດ້ຮັບການຈັດເກັບຢ່າງມີປະສິດທິພາບສູງສຸດ.