ສີໃໝ່! Huawei Y7 Pro 2019 ສີແດງປະກາລັງສົດໃສ

ຫົວເຫວີຍແນະນຳHuawei Y7 Pro 2019 ສີໃໝ່ Coral Red ແດງປະກາລັງສຸດ ລິມິດເຕັດອິດິຊັນສີແດງໂທນເຂັ້ມ ທີ່ງົດງາມມີມິຕິບົນດິໄຊຝາຫຼັງ ເໝືອນເຊຣາມິກເຄືອບເງົາໂດດເດັ່ນນຳເທຣນກວ່າໃຜເພີ່ມຄວາມ ສົດໃສວາງຈຳໜ່າຍຕັ້ງແຕ່ວັນທີ 5 ເມສາທີ່ຫົວເຫວີຍແບຣນຊອບຮ້ານຕົວແທນຈຳໜ່າຍທົ່ວປະເທດ ແລະຮ້ານຄ້າອອນລາຍທີ່ຮ່ວມ ລາຍການ.

Huawei Y7 Pro 2019 ສະມາດໂຟນຈາກກຸ່ມ Y Seriesຍົກເຄື່ອງໃໝ່ທັງໝົດເລີ່ມຈາກ ກ້ອງຫຼັງຄູ່ AI(AI Dual Camera) ຂະໜາດ 13 ລ້ານພິກເຊລ ແລະ2 ລ້ານພິກເຊລທີ່ນອກຈາກ ຈະມີລູກຫຼິ້ນສຳລັບການຖ່າຍພາບ ໜ້າຊັດຫຼັງເບລີແລ້ວຍັງມີ Master AI ຊ່ວຍໃຫ້ຖ່າຍພາບໄດ້ສວຍງາມໃນທຸກສະຖານທີ່ແຖມກ້ອງ ໜ້າຄວາມລະອຽດ 16 ລ້ານພິກ ເຊລ  ແລະໜ້າຈໍອອກແບບໄຮ້ຂອບ ແບບຢອດນ້ຳລະດັບສະມາດໂຟນ ເຮືອທຸງຂະໜາດໜ້າຈໍ 6,26 ນິ້ວຫຍ່ເຕັມຕາມາພ້ອມແບັດເຕີຣີ ຄວາມຈຸຸເຖິງ 4.000 mAh ໃຊ້ ງານໄດ້ຍາວນານຍິ່ງຂຶ້ນແຖມຍັງມີ ສະເປັກແຮງຮອງຮັບທຸກການໃຊ້ ງານດ້ວຍແຣມ 3GB ຣອມ 32GB  ຈັດເຕັມດ້ວຍການຮອງຮັບ ແມມໂມຣີກາດສູງເຖິງ 512GB.

Huawei Y7 Pro 2019 ມີ ໃຫ້ເລືອກ 3 ສີຄື:  Black, Aurora Blue  ແລະສີໃໝ່ຫຼ້າສຸດ Coral Red ໃນລາຄາພຽງ 155,93 ໂດລາສະຫະລັດ.

ນສພ ເສດຖະກິດ-ສັງຄົມ