ໄຂກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ V

ໃນວັນທີ 2 ເມສາ 2026 ສະພາປະຊາຊົນແຂວງອຸດົມໄຊ ຊຸດທີ V ໄດ້ໄຂກອງປະຊຸມຄັ້ງປະຖົມມະລືກຢ່າງເປັນທາງການທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງ ຊຸດທີ IV ເຂົ້າຮ່ວມມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ,ເລຂາຄະນະບໍລິຫານງານພັກແຂວງ, ມີຄະນະພັກ, ຄະນະກຳມະການປົກແຂວງແຂວງ, ກອງພົນທະຫານຮາບທີ 3, ສະມາຊິກສະພາແຫ່ງຊາດເຂດ 4 ແຂວງອຸດົມໄຊ, ສະພາປະຊາຊົນແຂວງ, ສອງກອງບັນຊາການ ປກຊ-ປກສ, ອາດີດສະມາຊິກສະພາແຫ່ງຊາດປະຈຳແຂວງ, ແຂກເຊີນຈາກພະແນກການ, ອົງການຈັດຕັ້ງ, ບັນດາທະນາຄານ, ສະຖາບັນການເງິນ, ບໍລິສັດ, ລັດວິສາຫະກິດ ແລະ ອົງການປົກຄອງບ້ານເຂົ້າຮ່ວມ.
 
ໃນໂອກາດກ່າວໄຂກອງປະຊຸມ ທ່ານ ຄຳດີ ວົງລ້ອມ ປະທານກອງປະຊຸມໄດ້ກ່າວວ່າ: ການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມ ໝາຍສໍາຄັນຍິ່ງ ເພາະເປັນກອງປະຊຸມຄັ້ງທໍາອິດ ແລະ ເປັນການເລີ່ມຕົ້ນການເຄື່ອນໄຫວປະຕິບັດພາລະບົດບາດສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ແລະຈະໄດ້ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງແຂວງໃນໄລຍະ 5 ປີຕໍ່ໜ້າ. ເຊັ່ນ: ຮັບຟັງການລາຍງານ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບຜົນການເລືອກຕັ້ງ ແລະ ການຢັ້ງຢືນ ຄຸນລັກສະນະ ຂອງສະມາຊິກສະພາແຫ່ງຊາດ ຊຸດທີ X, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V; ພິຈາລະນາ ແລະ ຮັບຮອງເອົາໂຄງປະກອບກົງຈັກ ແລະ ບຸກຄະລາກອນ ຂອງສະພາປະຊາຊົນແຂວງ ຊຸດທີ V; ພິຈາລະນາ ແລະ ຮັບຮອງເອົາໂຄງປະກອບບຸກຄະລາກອນ ຂອງຄະນະກຳມະການປົກຄອງແຂວງ; ພິຈາລະນາ, ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດໃນໄລຍະ 5 ປີ(2026-2030) ຂອງຄະນະກຳມະການປົກຄອງແຂວງ; ພິຈາລະນາ, ຮັບຮອງເອົາ ແຜນການສ້າງ ແລະ ປັບປຸງນິຕິກຳ 5 ປີ (2026-2030) ຂອງຄະນະກຳມະການ ປົກຄອງແຂວງ: ພິຈາລະນາ, ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ ຂອງອົງການກວດສອບປະຈຳພາກເໜືອ II, 5 ປີ (2026-2030); ພິຈາລະນາ, ຮັບຮອງເອົາ ແຜນການເຄື່ອນ ໄຫວວຽກງານ ຂອງອົງການກວດກາລັດແຂວງໃນໄລຍະ 5 ປີ (2026-2030); ພິຈາລະນາ, ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ ຂອງສານປະຊາຊົນແຂວງ ແລະ ອົງການໄອະຍະການ ປະຊາຊົນແຂວງໃນໄລຍະ 5 ປີ(2026-2030); ພິຈາລະນາ, ຮັບຮອງເອົາ ບົດລາຍງານແຜນການເຄື່ອໄຫວວຽກງານໃນໄລຍະ 5 ປີ(2026-2030) ຂອງສະພາ ປະຊາຊົນແຂວງ ຊຸດທີ V.
 
ກອງປະຊຸມຄັ້ງນີ້ ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຈະໄດ້ພ້ອມກັນຍົກສູງຄວາມ ຮັບຜິດຊອບທາງການເມືອງ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄຳເຫັນຢ່າງມີປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງຕາມກົດໝາຍ ກ້າວໄປເຖິງການຕົກລົງ ແລະ ຮັບຮອງເອົາເນື້ອໃນທີ່ນຳມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
 
ຕະຫຼອດໄລຍະການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ໄດ້ເປີດໂທລະສັບສາຍດ່ວນ (081 156 ໂທໂດຍບໍ່ເສຍຄ່າ ຫຼື ຈະສົ່ງເປັນລາຍລັກອັກສອນ ມາຫາສະພາປະຊາຊົນແຂວງ) ເພື່ອຮັບເອົາຄໍາຄິດເຫັນ ແລະ ຄໍາສະເໜີຂອງປະຊາຊົນບັນດາເຜົ່າ ມາຍັງກອງປະຊຸມ, ຕໍ່ກັບບັນຫາທີ່ພົວພັນ ເຖິງການຄຸ້ມຄອງບໍລິຫານລັດ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການພັດທະ ນາທີ່ມີຜົນກະທົບຕໍ່ ສັງຄົມ, ສິ່ງແວດລ້ອມ ແລະ ບັນຫາອື່ນໆທີ່ສັງຄົມໃຫ້ຄວາມສົນ ໃຈ.
ຂ່າວ: ສຸວັນທອງ ປັນຍາຂັນ