ລັດວິສາຫະກິດໄຟຟ້າລາວ ຮ່ວມສົ່ງເສີມທີມເບສະຫວັນ ເຂົ້າຮ່ວມບານເຕະຊີງແຊັມເຍົາວະຊົນອາຊຽນ

ທີມນັກກີລາບານເຕະເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 10 ປິ ສະໂມສອນ ເບ ສະຫວັນ ອາຄາເດມີ ນຳໂດຍທ່ານນາງ ສຸວັນນີ ອິນທະພົມ ຮອງປະທານສະໂມສອນ ເບ ສະຫວັນ ອາຄາເດມີ ໄດ້ເຂົ້າຢ້ຽມຢາມທັດສະນະທີ່ລັດວິສາຫະກິດ ໄຟຟ້າລາວ ໃນວັນທີ 1 ເມສາ 2026 ເນື່ອງໃນໂອກາດກຽມເຂົ້າຮ່ວມແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 10 ປີ ຊີງແຊັມເຍົາວະຊົນອາຊຽນ ປະຈຳປີ 2026 ຫຼື (U10 ASIAN YOUTH CHAMPIONSHIPS CUP 2026) ທີ່ນະຄອນຫຼວງບາງກອກ ປະເທດໄທ ຈະຈັດຂຶ້ນລະຫວ່າງວັນທີ 4-5 ເມສາ 2026 ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ອັດສະວິນ ແສງທອງຄຳ ຮອງຫົວໜ້າຫ້ອງການໄຟຟ້າລາວ ລັດວິສາຫະກິດ ໄຟຟ້າລາວ ພ້ອມຄະນະ ມີຄະນະຄູເຝິກ ແລະ ນັກກີລາ ຕະຫຼອດຮອດຜູ້ປົກຄອງ ເຂົ້າຮ່ວມ.
 
ໃນການທັດສະນະໃນຄັ້ງນີ້ ບັນດາຫຼານນ້ອຍຂອງສະໂມສອນດັ່ງກ່າວ ໄດ້ເຂົ້າທັດສະນະໃນຫ້ອງມູນເຊື້ອຂອງລັດວິສາຫະກິດໄຟຟ້າລາວ ເພື່ອຮຽນຮູ້ເຖິງປະຫວັດຄວາມເປັນມາຂອງການສ້າງຕັ້ງລັດວິສາຫະກິດ ໄຟຟ້າລາວ ຄວາມສຳຄັນຂອງພະລັງງານໄຟຟ້າ ມູນເຊື້ອການປະກອບສ່ວນໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ປະກອບສ່ວນອັນສຳຄັນຂອງເສດຖະກິດ-ສັງຄົມ ຕະຫຼອດ ໄລຍະ 65 ປີ ຜ່ານມາ ພ້ອມທັງໄດ້ຮ່ວມຫຼິ້ນກິດຈະກຳຖາມ-ຕອບ ເພື່ອຮັບຂອງຂັວນຈາກລັດວິສາຫະກິດໄຟຟ້າລາວ.
 
ໃນການຮ່ວມທັດສະນະດັ່ງກ່າວ ທາງລັດວິສາຫະກິດໄຟຟ້າລາວ ກໍໄດ້ມອບການປະກອບສ່ວນຈຳນວນໜຶ່ງ ເພື່ອສົ່ງເສີມໃຫ້ບັນດາຫຼານນ້ອຍ ໄດ້ສ້າງຜົນງານໃນການເຂົ້າຮ່ວມງານດັ່ງກ່າວ ເພື່ອເປັນກຽດສັກສີໃຫ້ແກ່ປະເທດຊາດ ອີກດ້ວຍ.
 
ການແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 10 ປີ ຊີງແຊັມເຍົາວະຊົນອາຊຽນ ປະຈຳປີ 2026 ຄັ້ງນີ້ ມີທີມເຂົ້າຮ່ວມຫຼາຍກວ່າ 40 ທີມ ຈາກ 10 ກວ່າຊາດເຂົ້າຮ່ວມ ເຊິ່ງຫຼານນ້ອຍ ເບ ສະຫວັນ ຈະອອກເດີນທາງໃນວັນທີ 3 ເມສານີ້ ແລະ ຈະເດີນທາງກັບ ໃນວັນທີ 6 ເມສາ 2026.