ໂບນິຕາໜັງເຄັມ ນຳສະເໜີຜະລິດຕະພັນໃໝ່ລູກຊີ້ນຄວາຍ ແລະ ໜັງຄວາຍມາລ່າ

ເພື່ອຕອບສະຫນອງຄວາມຕ້ອງການລູກຄ້າໃຫ້ມີຫລາຍທາງເລືອກບໍລິໂພດ ໂບນິຕາ ເພີ່ມ 2 ລາຍການລູກຊີ້ນຄວາຍ ແລະ ໜັງຄວາຍມາລ່າ.
ຜະລິດຕະພັນໜັງເຄັມໂບນິຕາ ເປັນອີກຜະລິດຕະພັນໜຶ່ງ ຂອງ ລາວ ທີ່ໄດ້ຮັບຄວາມນິຍົມ ທັງພາຍໃນແລະ ຕ່າງປະເທດ ດ້ວຍຄຸນນະພາບ ໜັງຈີ່ທີ່ອ່ອນນຸ່ມແຊບນົວ ແລະ ມີຫລາກຫລາຍສິນຄ້າໃຫ້ເລືອກບໍລິໂພກ ,ໃນນັ້ນເພື່ອເປັນການອຳນວຍຄວາມສະດວກສະບາຍໃຫ້ກັບຜູ້ບໍລິໂພກທີ່ ມັກກິນໜັງເຄັມກໍບໍ່ເປັນບັນຫາຫຍຸ້ງຍາກອີກຕໍ່ໄປ ເພາະຜະລິດຕະພັນ ຂອງໂຮງງານໂບນິຕາຜະລິດອອກມາ, ພຽງແຕ່ຈີກຖົງກໍກິນໄດ້ເລີຍ ຈຶ່ງ ເຮັດໃຫ້ ໜັງເຄັມໂບນິຕາ ຄອງໃຈລູກຄ້າມາຍາວນານ. ແນວໃດກໍດີ, ເພື່ອ ດຶງດູດລູກຄ້າໃຫ້ຫລາຍຂຶ້ນ ຈຶ່ງໄດ້ອອກຜະລິດຕະພັນໃໝ່ ຄື: ລູກຊີ້ນ ຄວາຍ ແລະ ໜັງມາລ່າ ບອກໄດ້ເລີຍວ່າແຊບແທ້ແນ່ນອນ, ອັນທີ່ເວົ້າມາ ຢ່າຟ້າວເຊື້ອເດີ ຕ້ອງໄດ້ລອງສໍາຜັດດ້ວຍໂຕເອງ ແຕ່ສໍາລັບຜູ້ຂຽນໄດ້ລອງ ດ້ວຍໂຕເອງແລ້ວບອກໄດ້ເລີຍວ່າແຊບສົມຄໍາລໍ້າລືອີຫລີ.
ນາງ ໂບນິຕາ ວົງມີໄຊ ເຈົ້າຂອງຜະລິດຕະພັນໜັງໂບນິຕາໜັງເຄັມ ໃຫ້ສໍາພາດວ່າ: ກ່ອນຈະມາເຮັດອາຊີບນີ້ ແມ່ນຂາຍເຄື່ອງອອນລາຍ ທົ່ວ ໄປມາກ່ອນ, ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຂາຍ ເຄື່ອງບໍ່ໄດ້ຈຶ່ງເປັນຈຸດເລີ່ມຕົ້ນໃນການຫາອາຊີບໃໝ່ ແລະ ໄດ້ມາເຮັດໜັງ ເຄັມຂາຍ ເລີ່ມມາ ແຕ່ປີ 2020 ເປັນຕົ້ນມາຈົນຮອດປັດຈຸບັນເຫັນວ່າ ໄດ້ຮັບຄວາມນິຍົມຈາກສັງຄົມດີຂຶ້ນເລື້ອຍໆ ຊຶ່ງຜະລິດຕະພັນຂອງ ພວກ ເຮົາປະກອບມີ ໜັງຄວາຍດິບຕາກແຫ້ງ, ໜັງຈີ່, ໜັງທອດ, ໜັງຕົ້ມ, ຍໍາໜັງ, ແລະ ເອັນຄວາຍທອດ, ແຈ່ວປາແດກ, ແຈ່ວຊີຟູດ ແລະ ອີກ 2 ຜະລິດຕະພັນໃໝ່ ຄື ໜັງມາລ່າ, ລູກຊີ້ນຄວາຍ ເພື່ອໃຫ້ເຂົ້າກັບຍຸກສະ ໄໝໃໝ່ ແລະ ດຶງດູດເອົາລູກຄ້າຮຸ່ນໜຸ່ມຫລາຍຂຶ້ນ ໂດຍຄວາມພິເສດ ຂອງລູກຊີ້ນຄວາມຍຈະມີຄວາມໜຸ່ມແໜ້ນ ຊີ້ນຫລາຍກວ່າແປ້ງ, ສ່ວນ ໜັງມາລ່າ ຈະແຕກຕ່າງຈາກຄົນອື່ນ ກໍຄື ລົດຊາດຂອງມາລ່າຈະເຜັດ ເຂັ້ມຂຸ້ນ ອອກສະຕາຍຈີນ, ແຕ່ຍັງຄົງຄວາມເປັນລາວຢູ່ ກໍຄື ໜັງເຄັມທີ່ ເປັນເອກະລັກຂອງຄົນລາວເອົາໄວ້.
ສໍາລັບລາຄາຂາຍໃນປັດຈຸບັນແຕ່ລະສິນຄ້າແມ່ນມີການປັບລາຄາລົງ ຈາກລາຄາ 190.000ກີບ ມາເປັນ 170.000 ກີບ, ຈາກລາຄາ 170.000 ກີບ ເປັນ 123.000 ກີບ ເນື່ອງຈາກວ່າ ໄລຍະນີ້ ເສດຖະກິດມີຄວາມຫຍຸ້ງຍາກ.
ນາງ ໂບນິຕາ ເວົ້າຕື່ມວ່າ: ມາເຖິງປັດຈຸບັນ, ຜະລິດຕະພັນມີການ ຕອບ ຮັບຈາກສັງຄົມເປັນຢ່າງດີ ຊຶ່ງສະແດງໃຫ້ເຫັນວ່າລູກຄ້າເກົ່າໄດ້ ກັບຄືນມາ ຊື້ຄືນຢ່າງສະໝໍ່າສະເໝີ ທັງພາຍໃນ ແລະ ຕ່າງປະເທດ. ພ້ອມນີ້ຍັງ ຕົວ ແທນຈໍາໜ່າຍຫລາຍປະເທດ. ດັ່ງນັ້ນ, ຈຶ່ງສະແດງຄວາມ ຂອບໃຈມາຍັງ ລູກຄ້າທຸກໆທ່ານທີ່ໄດ້ໃຫ້ການສະໜັບສະໜູນ, ຊົມໃຊ້ຜະລິດຕະພັນໜັງ ເຄັມມາໂດຍຕະຫລອດ, ຖ້າຫາກວ່າບໍ່ມີລູກຄ້າໃຫ້ການສະໜັບສະໜູນກໍຈະ ບໍ່ມີຜະລິດຕະພັນ ໂບນິຕາ ໜັງເຄັມເຖິງທຸກວັນນີ້.
ສຳລັບທ່ານໃດທີ່ຕ້ອງການກິນໜັງເຄັມແຊບໆ ຫລື ຢາກເປັນຕົວແທນ ຈໍາໜ່າຍກໍສາມາດຕິດຕໍ່ສອບຖາມ ໄດ້ຜ່ານເບີໂທ 020 23456736, ເຟສ ບຸກ ໂບນິຕາໜັງເຄັມ ຫລື ທ່ານສາມາດໄປຊື້ຢູ່ໜ້າຮ້ານທີ່ ປະຕູໄຊ ແລະ ຕະຫລາດທາດຫລວງ 2 ສາຂາ.