
ໃນວັນທີ 6 ເມສາ 2026 ສໍານັກງານນາຍົກລັດຖະມົນຕີ (ສນຍ) ໄດ້ຈັດພິທີປະກາດ ການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ແລະ ຍົກຍ້າຍພະນັກງານນຳພາ-ຄຸ້ມຄອງ ຂອງຫ້ອງວ່າການ ສນຍ ໄປຮັບໜ້າທີ່ໃໝ່ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ພົນເອກ ຈັນສະໜອນ ຈັນຍາລາດ; ທ່ານລັດຖະມົນຕີ, ຫົວໜ້າ ຫສນຍ; ບັນດາທ່ານ ລັດຖະມົນຕີປະຈຳ ສນຍ; ບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຫສນຍ ທີ່ມີຕຳແໜ່ງບໍລິຫານ ຂັ້ນຮອງຫົວໜ້າພະແນກຂຶ້ນໄປ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ປອ. ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍອະນຸມັດໃຫ້ການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ຄື: ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ; ທ່ານ ສອນໄຊ ສິດພະໄຊ, ກຳມະການສູນກາງພັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ປອ. ສີນາວາ ສຸພານຸວົງ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ; ພ້ອມກັນນັ້ນ ກໍ່ໄດ້ຜ່ານຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍພະນັກງານນຳພາ-ຄຸ້ມຄອງ ໄປປະຈຳການບ່ອນໃໝ່ ຄື: ທ່ານ ປອ. ວິຣະພົງສ໌ ພົມດວງດີ ແລະ ທ່ານ ປອ. ພັນ ພົມມະຈັນ, ຫົວໜ້າກົມ, ເລຂານຸການປະຈຳ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ. ຫຼັງຈາກນັ້ນ, ກໍໍໄດ້ມອບນິຕິກຳດັ່ງກ່າວ ໃຫ້ແກ່ບັນດາທ່ານ ທີ່ໄດ້ຮັບະໂຍບາຍອອກພັກການ-ຮັບອຸດໜູນບຳນານ ແລະ ຍົກຍ້າຍ ໃນຄັ້ງນີ້.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາທ່ານ ທີ່ໄດ້ຮັບນະໂຍບາຍ ອອກພັກການ-ຮັບອຸດໜູນບຳນານ ໃນຄັ້ງນີ້ ຊຶ່ງໄດ້ມີຜົນງານອັນໃຫຍ່ຫຼວງຫຼາຍດ້ານ ປະກອບສ່ວນໃນພາລະກິດຕໍ່ສູ້ກູ້ຊາດ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕະຫຼອດຮອດ ຄຸນງາມຄວາມດີ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້-ຄວາມສາມາດ, ຄວາມເປັນແບບຢ່າງ, ນໍ້າໃຈເສຍສະຫຼະ ແລະ ຄວາມຮັບຊອບສູງ ຕໍ່ໜ້າທີ່ການເມືອງ ທີ່ພັກ, ລັດ ແລະ ປະຊາຊົນ ມອບໝາຍໃຫ້, ຊຶ່ງຄົນຮຸ່ນໜຸ່ມ ກໍ່ຄືພະນັກງານຮຸ່ນສືບທອດ ຕ້ອງໄດ້ຖອດຖອນບົດຮຽນເອົາເປັນແບບຢ່າງ ເພື່ອໝູນໃຊ້ເຂົ້າໃນການປະຕິບັດວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມກັນນັ້ນ ກໍ່ເຊື່ອໝັ້ນວ່າ ເມື່ອໄດ້ອອກພັກການ-ຮັບບຳນານແລ້ວ, ບັນດາທ່ານ ຍັງຍັງສືບຕໍ່ປະກອບສ່ວນຊ່ວຍພັກ-ລັດ ດ້ວຍຮູບການຕ່າງໆ ແລະ ສືບຕໍ່ເປັນແບບຢ່າງທີ່ດີ, ທັງສືບຕໍ່ອະທິບາຍຊີ້ແຈງແນວທາງນະໂຍບາຍຂອງພັກ-ລັດ ໃຫ້ຄົນອ້ອມຂ້າງໄດ້ຮັບຮູ້ ແລະ ເຂົ້າໃຈ. ສໍາລັບການຍົກຍ້າຍພະນັກງານນໍາພາ-ຄຸ້ມຄອງ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ຢູ່ ສູນກາງແນວລາວສ້າງຊາດ ສະແດງໃຫ້ເຫັນວ່າ ທັງສອງທ່ານ ແມ່ນໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈ ແລະ ມີຄວາມຮັບຜິດຊອບສູງຕໍ່ການນຳຂັ້ນເທິງ, ຊຶ່ງຕ້ອງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານຮອບດ້ານ ແລະ ທີ່ສຳຄັນຕ້ອງເປັນແກນກາງຮັກສາຄວາມສາມັກຄີພາຍໃນ.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໂດຍສະເພາະ ບັນຫາຄວາມບໍ່ສະຫງົບ ຢູ່ເຂດຕາເວັນອອກກາງ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຫຼາຍປະເທດໃນໂລກ, ໃນນັ້ນ ສປປ ລາວ ກໍ່ບໍ່ສາມາດຫຼີກລ່ຽງໄດ້ ໂດຍສະເພາະ ບັນຫາຂາດແຄນນໍ້າມັນເຊື້ອໄຟ ແລະ ລາຄາທີ່ເພີ່ມຂຶ້ນສູງ ຢ່າງຕໍ່ເນື່ອງ ເຮັດໃຫ້ມີຄວາມສ່ຽງຕໍ່ການເໜັງຕີງຂອງລາຄາສິນຄ້າ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ກໍ່ຄືການປະຕິບັດແຜນພັດທະນາຕ່າງໆ ຂອງລັດຖະບານ. ຕໍ່ສະພາບດັ່ງກ່າວ, ລັດຖະບານ ໄດ້ອອກຄຳສັ່ງ 40/ນຍ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ແລະ ຂໍ້ຕົກລົງ 21/ນຍ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດແກ້ໄຂບັນຫານໍ້າມັນເຊື້ອໄຟ ເພື່ອຄົ້ນຄວ້າ, ລາຍງານ ແລະ ສະເໜີມາດຕະການ ຕໍ່ລັດຖະບານ ໃນແຕ່ລະວັນ. ອັນສຳຄັນ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ແລະ ທົ່ວສັງຄົມ ເອົາໃຈໃສ່ໃນປະຢັດມັດທະຢັດ ແລະ ຫັນໄປນໍາໃຊ້ລົດເມຂົນສົ່ງສາທາລະນະ, ລົດໄຟຟ້າ ແລະ ພະລັງງານທົດແທນຕ່າງໆ ຕາມທ່າແຮງຂອງຕົນ ໃຫ້ຫຼາຍຂຶ້ນ; ສືບຕໍ່ຕິດຕາມການຈັດຕັ້ງຜັນຂະຫຍາຍບັນດາໜ້າວຽກ ທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ມີຄຳເຫັນຊີ້ນຳ ແລະ ເນັ້ນໜັກຕໍ່ກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ X ໃນວັນທີ 31 ມີນາ ຜ່ານມາ ໂດຍສະເພາະ ວຽກງານບຸລິມະສິດ ແລະ ເຄັ່ງຮ້ອນຕ່າງໆ; ຕ້ອງມີສະຕິໃນການເສບຂ່າວ ແລະ ພ້ອມກັນເປັນກະບອກສຽງ ອະທິບາຍຊີ້ແຈງ ໃຫ້ຄົນອ້ອມຂ້າງ ແລະ ສັງຄົມ ຮັບຮູ້ເຂົ້າໃຈ, ທັງຕີຖອຍຂ່າວ ທີ່ບິດເບືອນຕ່າງໆ.