ເປີດດຳເນີນການຜະລິດ ໂຄງການພະລັງງານໄຟຟ້າແສງຕາເວັນ 1,000 ເມກາວັດ ຢູ່ແຂວງອຸດົມໄຊ

ພິທີເປີດດຳເນີນການຜະລິດ (ເຊື່ອມຕໍ່ໄຟຟ້າເຂົ້າລະບົບ) ໂຄງການຖານເຊື່ອມຕໍ່ພະລັງງານສະອາດ ພາກເໜືອລາວ ໄລຍະທີ 1 ໂຄງການພະລັງງານໄຟຟ້າແສງຕາເວັນ 1,000 ເມກາວັດ ຂອງບໍລິສັດຊີຈີເອັນ (CGN) ຈັດຂຶ້ນໃນວັນທີ 7 ເມສາ 2026 ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນຳພັກ, ລັດ, ທູດຈີນ ປະຈຳລາວ, ປະທານບໍລິຫານບໍລິສັດຊີຈີເອັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະແຂກຖືກເຊີນເຂົ້າຮ່ວມ.
 
ໂຄງການຖານເຊື່ອມຕໍ່ພະລັງງານສະອາດ ພາກເໜືອລາວ ໄລຍະທີ 1 ໂຄງການພະລັງງານໄຟຟ້າແສງຕາເວັນ 1,000 ເມກາວັດ ຕັ້ງຢູ່ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ, ເປັນໂຄງການພະ ລັງງານແສງຕາເວັນແບບໂຄງການດ່ຽວ ທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້, ຄາດວ່າຈະຜະລິດໄຟ ຟ້າໄດ້ສະເລ່ຍປະມານ 1,65 ຕື້ກິໂລວັດໂມງຕໍ່ປີ ທຽບເທົ່າການຫລຸດຜ່ອນການປ່ອຍຄາບອນໄດອົກໄຊ ປະມານ 1,3 ລ້ານໂຕນ, ເປັນໂຄງການພະລັງງານແສງຕາເວັນ ເທິງພູຂະໜາດໃຫຍ່ ທຳອິດໃນລາວ, ສ້າງວຽກເຮັດງານທຳໃຫ້ຄົນໃນທ້ອງຖິ່ນ ເກືອບ 3,000 ຕຳແໜ່ງ. ໃນໄລຍະກໍ່ສ້າງ, CGN ໄດ້ຊຸກຍູ້ການສ້າງຕັ້ງສະຖາບັນມາດຕະຖານແຫລ່ງພະລັງງານສະອາດລາວ ຊຶ່ງເປັນສະຖາບັນທຳອິດ ທີ່ສຸມໃສ່ການຄົ້ນຄວ້າມາດຕະຖານແຫລ່ງໄຟຟ້າ ໂດຍການເຊື່ອມໂຍງດ້ານນະໂຍບາຍ, ກົດລະບຽບ ແລະມາດຕະຖານ ຫລື "ການເຊື່ອມໂຍງແບບນິ້ມນວນ" ເພື່ອສົ່ງເສີມການຍົກລະດັບຄຸນນະພາບການຮ່ວມມືດ້ານໄຟຟ້າ ລາວ-ຈີນ.
 
ດ້ານການປົກປັກຮັກສາລະບົບນິເວດ, ໂຄງການໄດ້ໃຊ້ມາດຕະການຕ່າງໆ ເຊັ່ນ: ການສຳຫຼວດວັດແທກຢ່າງລະອຽດ, ການປັບປຸງການຈັດວາງແຖວແຜງໂຊລາ, ການຫຼີກລ່ຽງພື້ນທີ່ອ່ອນໄຫວລະຫວ່າງການການກໍ່ສ້າງ ແລະ ການຟື້ນຟູລະບົບນິເວດ ເພື່ອປົກປ້ອງສະພາບແວດລ້ອມດັ້ງເດີມ ເຊິ່ງການຈັດຕັ້ງປະຕິບັດທີ່ດີຂອງໂຮງໄຟຟ້າ "ແບບສວນດອກໄມ້" ໄດ້ຮັບ "ໃບຢັ້ງຢືນດ້ານຄຸນນະພາບພະລັງງານສີຂຽວ" ຈາກລັດຖະບານລາວ.
 
ການເປີດດຳເນີນງານຂອງໂຄງການໄດ້ນຳເອົາຜົນປະໂຫຍດທາງດ້ານເສດຖະກິດ ແລະ ສັງຄົມທີ່ເປັນຮູບປະທຳມາສູ່ທ້ອງຖິ່ນ. ຈາກຂໍ້ມູນສະຖິຕິ, ໃນໄລຍະສູງສຸດຂອງການກໍ່ສ້າງ ໂຄງການໄດ້ສ້າງວຽກໃຫ້ຄົນທ້ອງຖິ່ນເກືອບ 3,000 ຕຳແໜ່ງ, ພ້ອມທັງສ້ອມແປງຖະໜົນ ແລະ ປັບປຸງຂົວໃຫ້ແໜ້ນໜາ ລວມທັງໝົດ 5 ແຫ່ງ, ສືບຕໍ່ປັບປຸງພື້ນຖານໂຄງລ່າງຂອງທ້ອງຖິ່ນ.
 
ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ໂຄງການນີ້ບໍ່ພຽງແຕ່ຊຸກຍູ້ການເຊື່ອມໂຍງລະບົບໄຟຟ້າລາວ-ຈີນໃຫ້ເກີດຜົນຢ່າງເປັນຮູບປະທຳເທົ່ານັ້ນ, ຫາກຍັງສ້າງໂອກາດການເຮັດວຽກຈຳນວນຫຼວງຫຼາຍໃຫ້ລາວ ແລະກະຕຸ້ນການພັດທະນາອຸດສາຫະກຳທີ່ກ່ຽວຂ້ອງອີກດ້ວຍ. ດ້ານການຂັບເຄື່ອນຕ່ອງໂສ້ອຸດສາຫະກໍາ, ໂຄງການໄດ້ສົ່ງເສີມວິສາຫະກິດຫຼາຍກວ່າ 40 ແຫ່ງໃນຕ່ອງໂສ້ການຜະລິດ, ການກໍ່ສ້າງ ແລະ ຕິດຕັ້ງດ້ານພະລັງງານສະອາດຂອງຈີນ, ພ້ອມທັງວິສາຫະກິດທ້ອງຖິ່ນຂອງລາວດ້ານການກໍ່ສ້າງ, ການສະໜອງເຄື່ອງຈັກ ແລະ ການສະໜອງວັດຖຸດິບ ລວມກວ່າ 30 ແຫ່ງ ໃຫ້ເຂົ້າຮ່ວມກໍ່ສ້າງ ເພື່ອສ້າງໂຄງການຮ່ວມມືດ້ານໄຟຟ້າທີ່ເປັນຕົວແບບຂອງຂົງເຂດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
 
ທ່ານ ນາງ ຟາງຫົງ, ເອກອັກຄະລັດຖະທູດຈີນ ປະຈຳລາວ ໄດ້ກ່າວວ່າ, ຝ່າຍຈີນພ້ອມທີ່ຈະຮ່ວມມືກັບຝ່າຍລາວ ໂດຍໃຊ້ການຮ່ວມມືດ້ານພະລັງງານສະອາດເປັນຈຸດໃຈກາງ ເພື່ອສືບຕໍ່ລົງເລິກການຮ່ວມມືຢ່າງເປັນຮູບປະທຳໃນຂົງເຂດພະລັງງານ, ຂັບເຄື່ອນການສ້າງລະບົບພະລັງງານພາກພື້ນທີ່ສະອາດ, ປອດໄພ ແລະ ມີປະສິດທິພາບຍິ່ງຂຶ້ນ, ເສີມຂະຫຍາຍຄວາມສາມາດໃນການຮອງຮັບການພັດທະນາພາກພື້ນ ແລະ ຊ່ວຍສົ່ງເສີມການພັດທະນາທີ່ຍືນຍົງຂອງລາວ.
 
ໃນຂະນະດຽວກັນ, CGN ໄດ້ຈັດຕັ້ງປະຕິບັດໂຄງການຄວາມຮັບຜິດຊອບຕໍ່ສັງຄົມ "ໂຄງການຫິ່ງຫ້ອຍເຮືອງແສງ" ໃນລາວຢ່າງເລິກເຊິ່ງ, ໂດຍການຝຶກອົບຮົມວິສະວະກອນທ້ອງຖິ່ນເກືອບ 100 ຄົນ ຜ່ານໂຄງການ "ຫ້ອງຮຽນນົກຍາງຂາວ", ພ້ອມທັງດຳເນີນໂຄງການເພື່ອສັງຄົມ ເຊັ່ນ: ຫ້ອງຮຽນພາສາຈີນ ແລະ ຫັດຖະກໍາຫິ່ງຫ້ອຍເຮືອງແສງ, ເພື່ອຮ່ວມຊື່ນຊົມຜົນສຳເລັດຂອງການພັດທະນາກັບປະຊາຊົນທ້ອງຖິ່ນ ແລະ ກາຍເປັນຕົວຢ່າງທີ່ຊັດເຈນຂອງການເຊື່ອມໂຍງຈິດໃຈລາວ-ຈີນ.
 
ທ່ານ ຢາງຊາງລີ້, ປະທານ ກຸ່ມບໍລິສັດ CGN ໄດ້ກ່າວວ່າ, ປີ 2026 ເປັນ "ປີມິດຕະພາບລາວ-ຈີນ", CGN ຈະເລັ່ງຂັບເຄື່ອນການຈັດຕັ້ງປະຕິບັດໂຄງການພະລັງງານສະອາດຢ່າງຕໍ່ເນື່ອງໃນ 5 ແຂວງພາກເໜືອຂອງລາວ, ຂະຫຍາຍຕະຫຼາດພາກກາງ ແລະ ພາກໃຕ້ຢ່າງຕັ້ງໜ້າ, ທຸ້ມເທຂັບເຄື່ອນການເຊື່ອມໂຍງລາວ-ຈີນໃຫ້ກ້າວໄປໃນລະດັບທີ່ເລິກເຊິ່ງ ແລະ ກວ້າງຂວາງຍິ່ງຂື້ນ ແລະ ປະກອບສ່ວນຫຼາຍກວ່າເກົ່າຕໍ່ການກໍ່ສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ທີ່ໃກ້ຊິດແໜ້ນແຟ້ນຍິ່ງຂື້ນ ໂດຍໃຊ້ການຮ່ວມມືດ້ານພະລັງງານສະອາດເປັນຈຸດໃຈກາງ.