ຄໍາມ່ວນ ກຽມຈັດຂະບວນແຫ່ບຸນປີໃໝ່ ຕາມບູຮານລາວ

ບຸນສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ ພສ 2569 ປະເພນີລາວ ທີ່ເຄີຍຈັດຂຶ້ນໃນທຸກໆປີ ສືບທອດກັນມາຢ່າງຍາວນານ, ສຳລັບປີນີ້ ແມ່ນກົງກັບວັນທີ 14-16 ເມສາ 2026 ຊຶ່ງຢູ່ແຂວງຄໍາມ່ວນ ຈະມີຫລາຍກິດຈະກໍາເພື່ອສ້າງສີສັນ ໃຫ້ແກ່ນັກທ່ອງທ່ຽວ ກໍໍຄືພໍ່ແມ່ປະຊາຊົນລາວບັນດາເຜົ່າ ໄດ້ຮ່ວມສະເຫລີມສະຫລອງ ບຸນປີໃໝ່ລາວໄປພ້ອມໆກັນຢ່າງມີບັນຍາກາດຄຶກຄື້ນ ແລະ ເບີກບານມ່ວນຊື່ນ.
 
ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຄຳມ່ວນ ໄດ້ແຈ້ງກ່ຽວກັບການກະກຽມກິດຈະກຳໃນບຸນປີໃໝ່ລາວ ພສ 2569 ໂດຍການຊຸກຍູ້ສົ່ງເສີມດ້ານການອະນຸລັກຮີດຄອງປະເພນີອັນດີງາມຂອງລາວເຮົາດ້ວຍການຫົດສົງພະພຸດທະຮູບ, ຜູ້ຊົງຄຸນວຸດທິ ແລະ ອວຍພອນເຊິ່ງກັນ ແລະ ກັນ ຕາມຮີດຄອງປະເພນີລາວ.
 
ພິເສດໃນປີນີ້ ຍັງຈະມີກິດຈະກຳແຫ່ບຸນປີໃໝ່ ຕາມບູຮານລາວ ຊຶ່ງເປັນຂະບວນໃຫຍ່ໂດຍຈະຈັດຂຶ້ນໃນວັນທີ 16 ເມສາ 2026 ຄາດວ່າຈະມີມວນຊົນເຂົ້າຮ່ວມຫລາຍກວ່າ 1.000 ຄົນ ໂດຍຈະມີການເຕົ້າໂຮມຢູ່ທີ່ຈຸດວົງວຽນຫລັກ 2 ເລີ່ມແຫ່ຂະບວນແຕ່ເວລາ 15:00 ໂມງ ແຫ່ໄປຕາມຖະໜົນກຸວໍລະວົງຮອດຫໍຈາລຶກ 21 ມີນາ (ນໍ້າພຸ) ໄປຫາວັດນາໂບ ຊຶ່ງໃນຂະບວນດັ່ງກ່າວ ຈະປະກອບມີຂະບວນຍ່ອຍຄື: ຂະບວນກອງໂຊ, ຂະບວນພະພຸດທະຮູບ, ຂະບວນສົມມາ, ຂະບວນພາຂວັນ, ຂະບວນພະທາດຊາຍ, ຂະບວນທຸງ 12 ລາສີ, ຂະບວນນໍ້າດອກໄມ້, ຂະບວນຟ້ອນ, ຂະບວນຖອດດູກເຫລົ້າ ແລະ ເຄື່ອງສຽງ, ເຄື່ອງດົນຕີພື້ນເມືອງລາວ, ພາຍຫລັງທີ່ແຫ່ຂະບວນໄປຮອດວັດນາໂບແລ້ວ ກໍຈະມີພິທີຫົດສົງເສົາຫລັກເມືອງ, ຕົບພະຊາຍ, ຫົດສົງພະພຸດທະຮູບ ແລະ ພະສົງ, ພິທີບາສີສູ່ຂວັນ, ຄາລະວະ ແລະ ຮັບພອນປີໃໝ່ ຊຶ່ງຈະເປັນກິດຈະກຳທີ່ສ້າງສີສັນ ໃຫ້ແກ່ບຸນປີໃໝ່ລາວ ຢູ່ແຂວງຄຳມ່ວນ. ນອກນັ້ນ, ຍັງມີການກຳນົດຈຸດເຕົ້າໂຮມ ໃນການສະເຫລີມສະຫລອງບຸນປີໃໝ່ລາວ ໂດຍເລີ່ມແຕ່ 4 ແຍກໄຟແດງພະແນກສຶກສາທິການ ແລະ ກິລາແຂວງ ຫາ ທະນາຄານສົ່ງເສີມກະສິກຳ ໃນຈຸດດັ່ງກ່າວຈະມີການບໍລິການເຄື່ອງດື່ມ, ດົນຕີ, ເວທີການສະແດງ, ຫລິ້ນນໍ້າ ແລະ ອື່ນໆ ໂດຍເລີ່ມເປີດໃຫ້ບໍລິການແຕ່ວັນທີ 14-16 ເມສາ 2026 ເພື່ອສ້າງຄວາມເບີກບານມ່ວນຊື່ນ ໃຫ້ແກ່ມວນຊົນ ແລະ ນັກທ່ອງທ່ຽວ.
 
ນອກນີ້, ບັນດາແຫລ່ງທ່ອງທ່ຽວຂອງແຕ່ລະເມືອງ ກໍໄດ້ມີການກະກຽມເຊັ່ນດຽວກັນ ເປັນຕົ້ນ ຖໍ້າກອງລໍ ເມືອງຄູນຄໍາ ກໍໄດ້ຈັດກິດຈະກຳທ່ອງທ່ຽວບຸນປີໃໝ່, ຕາດສຽງລື, ຖໍ້ານໍ້າຫລອດເຊບັ້ງໄຟ ເມືອງບົວລະພາ ກໍໄດ້ຈັດກິດຈະກຳເພື່ອດຶງດູດນັກທ່ອງທ່ຽວ ພ້ອມນັ້ນກໍຍັງຈັດໃຫ້ມີການເຂົ້າທ່ຽວຊົມ ແລະ ສຳຜັດກັບອຸທິຍານຫີນໜາມໜໍ່ ທີ່ໄດ້ຮັບຮອງເປັນມໍລະດົກໂລກທາງດ້ານທຳມະຊາດ ຮ່ວມຊາຍແດນ ກັບຟອງຫຍາແກບາງ ສສ ຫວຽດນາມ ແລະ ບັນດາເມືອງອື່ນໆ ກໍໄດ້ມີການກະກຽມຮອງຮັບໃຫ້ແກ່ນັກທ່ອງທ່ຽວເຊັ່ນດຽວກັນ.