ສະຫະລັດ-ອີຣານ ບັນລຸຂໍ້ຕົກລົງຢຸດຍິງຊົ່ວຄາວ 2 ອາທິດ ຫຼັງອີຣານຍອມເປີດຊ່ອງແຄບຮໍມຸດ

ສໍານັກຂ່າວ PPTV ລາຍງານວ່າ: ວັນທີ 8 ເມສາ 2026 ນີ້, ເວລາ 05:30 ນາທີ ພຽງບໍ່ເທົ່າໃດຊົ່ວໂມງກ່ອນຄົບກຳນົດເສັ້ນຕາຍ (Deadline) ທີ່ປະທານາທິບໍດີ ສະຫະລັດ ໂດນັລ ທຣຳ ລະບຸໄວ້ວ່າຈະເປີດສາກໂຈມຕີໂຮງໄຟຟ້າ ແລະ ໂຄງລ່າງພື້ນຖານທີ່ສຳຄັນຂອງອີຣານ, ປະກົດວ່າມີຄວາມເຄື່ອນໄຫວສຳຄັນເກີດຂຶ້ນ ໂດຍທ່ານ ທຣຳ ໄດ້ໂພສຜ່ານ Truth Social ລະບຸວ່າ: ໄດ້ຕົກລົງທີ່ຈະລະງັບປະຕິບັດການດັ່ງກ່າວເປັນເວລາ 2 ອາທິດ ເນື່ອງຈາກອີຣານໄດ້ຕົກລົງທີ່ຈະເປີດຊ່ອງແຄບຮໍມຸດແລ້ວ!
 
ທ່ານ ທຣຳ ລະບຸວ່າ: “ຈາກການຫາລືກັບນາຍົກລັດຖະມົນຕີ ເຊບາສ ຊາຣີຟ ແລະ ຈອມພົນ ອາຊິມ ມູນີຣ ແຫ່ງປາກີສະຖານ ເຊິ່ງທັງສອງທ່ານໄດ້ສະເໜີໃຫ້ຂ້າພະເຈົ້າລະງັບການສົ່ງກຳລັງທຳລາຍລ້າງໄປ ອີຣານ ໂດຍມີເງື່ອນໄຂວ່າ ສາທາລະນະລັດ ອິດສະລາມ ອີຣານ ຕ້ອງຕົກລົງເປີດຊ່ອງແຄບຮໍມຸດຢ່າງສົມບູນ ທັນທີ ແລະ ປອດໄພ. ຂ້າພະເຈົ້າຈຶ່ງຕົກລົງລະງັບການຖິ້ມລະເບີດ ແລະ ການໂຈມຕີອີຣານເປັນເວລາ 2 ອາທິດ. ນີ້ຈະເປັນການຢຸດຍິງທັງສອງຝ່າຍ!”
 
ທ່ານ ທຣຳ ກ່າວຕື່ມວ່າ: “ເຫດຜົນທີ່ຕັດສິນໃຈແບບນີ້ແມ່ນຍ້ອນ ໄດ້ບັນລຸເປົ້າໝາຍທາງທະຫານທັງໝົດແລ້ວ ແລະ ກຳລັງກ້າວໄປສູ່ຂໍ້ຕົກລົງຂັ້ນສຸດທ້າຍ ກ່ຽວກັບສັນຕິພາບໄລຍະຍາວກັບອີຣານ ແລະ ສັນຕິພາບໃນຕາເວັນອອກກາງ.”
 
ທ່ານ ທຣຳ ກ່າວວ່າ: ໄດ້ຮັບຂໍ້ສະເໜີ 10 ຂໍ້ຈາກ ອີຣານ ແລະ ເຊື່ອວ່າເປັນພື້ນຖານທີ່ນຳໄປສູ່ການເຈລະຈາໄດ້ແທ້ຈິງ. ເກືອບທຸກປະເດັນທີ່ເປັນຂໍ້ຂັດແຍ່ງໃນອະດີດ ໄດ້ຮັບການຕົກລົງກັນລະຫວ່າງສະຫະລັດ ແລະ ອີຣານ ແລ້ວ, ແຕ່ໄລຍະເວລາ 2 ອາທິດນີ້ ຈະຊ່ວຍໃຫ້ຂໍ້ຕົກລົງສຳເລັດສົມບູນ ແລະ ມີຜົນບັງຄັບໃຊ້. “ໃນນາມຂອງສະຫະລັດອາເມລິກາ, ໃນຖານະປະທານາທິບໍດີ ແລະ ໃນຖານະຕົວແທນຂອງບັນດາປະເທດໃນຕາເວັນອອກກາງ, ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງທີ່ບັນຫາໄລຍະຍາວນີ້ໃກ້ຈະໄດ້ຮັບການແກ້ໄຂແລ້ວ” ທ່ານ ທຣຳ ກ່າວ.
 
ຂະນະດຽວກັນ, ທ່ານ ອັບບັສ ອາຣັກຊີ, ລັດຖະມົນຕີກະຊວງການຕ່າງປະເທດອີຣານ ກໍໄດ້ອອກຖະແຫລງການຕົກລົງຢຸດຍິງຊົ່ວຄາວຢ່າງເປັນທາງການເຊັ່ນກັນ ໂດຍລະບຸວ່າ: “ໃນນາມຂອງສາທາລະນະລັດ ອິດສະລາມ ອີຣານ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີປາກີສະຖານ ຊາຣີຟ ແລະ ຈອມພົນ ມູນີຣ ສຳລັບຄວາມພະຍາຍາມໃນການຢຸດຕິສົງຄາມໃນພາກພື້ນນີ້.”
ທີ່ມາ: ໜັງສືພິມລາວພັດທະນາ