ກຳປູເຈຍ ປະກາດໃຊ້ກົດໝາຍ ປາບປາມການຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 6 ເມສາຜ່ານມານີ້, ທ່ານ ຮຸນແຊນ ຮັກສາການແທນພະມະຫາກະສັດແຫ່ງຣາຊະອານາຈັກກຳປູເຈຍໄດ້ລົງນາມໃນລັດຖະດຳລັດ ເພື່ອປະກາດໃຊ້ກົດໝາຍວ່າດ້ວຍການຕ້ານການຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດ ຊຶ່ງມີຜົນບັງຄັບໃຊ້ໃນທັນທີ.
ຂ່າວລະບຸວ່າ: ໃນວັນທີ 3 ເມສາ ຜ່ານມາ, ກົດໝາຍສະບັບດັ່ງກ່າວໄດ້ຮັບການອະນຸມັດຂັ້ນສຸດທ້າຍຈາກສະພາສູງຂອງກຳປູເຈຍ, ເນື້ອໃນລວມມີ 5 ຂໍ້ຫຼັກ ເຊັ່ນ: ການຈັດຕັ້ງ ຫຼື ນຳພາກຸ່ມຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດ, ການປະກາດຮັບສະໝັກ ຫຼື ອົບຮົມຄົນອື່ນດຳເນີນການຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດ ແລະ ອື່ນໆ. ອີງຕາມກົດໝາຍສະບັບນີ້, ຜູ້ມີສ່ວນຮ່ວມໃນການຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດຈະຖືກຕັດອິດສະຫຼະພາບ 2-5 ປີ ແລະ ຖືກປັບໃໝ. ຖ້າຫາກການຫຼອກລວງກ່ຽວຂ້ອງກັບຄວາມຮຸນແຮງ, ການກັກຂັງທີ່ຜິດກົດໝາຍ, ການຄ້າມະນຸດຈົນເຖິງຂັ້ນເຮັດໃຫ້ມີຄົນເສຍຊີວິດ, ຫົວໂປ່ກຸ່ມຫຼອກລວງສູງສຸດຈະຖືກຕັດສິນຕັດອິດສະຫຼະພາບຕະຫຼອດຊີວິດ.