ສອງກະຊວງ ຈັບມືແກ້ໄຂ 5 ບັນຫາເຄັ່ງຮ້ອນ! ເນັ້ນຄຸ້ມຄອງລາຄານໍ້າມັນ, ສົ່ງເສີມລົດໄຟຟ້າ ແລະ ສະກັດກັ້ນສິນຄ້ານອກລະບົບ

ກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລື ແກ້ໄຂວຽກງານຈຸດສຸມເຄັ່ງຮ້ອນຮ່ວມກັນ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງການເງິນ ຈັດຂຶ້ນໃນວັນທີ 6 ເມສາ 2026 ທີ່ກະຊວງການເງິນ ເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ລັດຖະມົນຕີກະຊວງການເງິນ, ມີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ຫົວໜ້າ ຮອງຫົວໜ້າ ຫ້ອງການ ກົມ ຜູ້ອໍານວຍການລັດວິສາຫະກິດ ປະທານສະມາຄົມອຸດສາຫະກໍາຍານພາຫະນະ ແລະ ວິຊາການຂອງຂະແໜງການສອງກະຊວງ ເຂົ້າຮ່ວມ.
ຈຸດປະສົງຂອງການປຶກສາຫາລືເພື່ອ ຈັດຕັ້ງຜັນຂະຫຍາຍຄໍາສັ່ງ ວ່າດ້ວຍ ການເພີ່ມທະວີແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ສະບັບເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ແລະ ມະຕິຂອງກອງປະຊຸມຄັ້ງປະຖົມມະລຶກຂອງລັດຖະບານ ຊຸດທີ X ໃນການແກ້ໄຂບັນຫາທີ່ເຄັ່ງຮ້ອນຕິດພັນກັບສອງຂະແໜງການ ສູ່ວຽກງານຕົວຈິງໃຫ້ເປັນຮູບປະທໍາຫຼາຍຂຶ້ນ ໂດຍເນັ້ນໃສ່ແກ້ໄຂ 05 ບັນຫາຄື:1. ການສະໜອງນໍ້າມັນເຊື້ອໄຟ 2. ການສົ່ງເສີມການນໍາໃຊ້ລົດໄຟຟ້າ 3. ການຄຸ້ມຄອງລາຄາສິນຄ້າ 4. ການສະກັດກັ້ນການຄ້ານອກລະບົບ 5. ການຄຸ້ມຄອງວຽກງານບໍ່ແຮ່.
 
ກອງປະຊຸມໄດ້ເປັນເອກະພາບໃນຫຼາຍບັນຫາສໍາຄັນ ໂດຍສະເພາະ 1). ການແກ້ໄຂບັນຫານໍ້າມັນເຊື້ອໄຟ ສືບຕໍ່ແກ້ໄຂບາງບັນຫາທີ່ຄົງຄ້າງ ແລະ ບໍ່ທັນໂລ່ງລ່ຽນ ໃນການນຳເຂົ້າ-ແຈກຢາຍ-ສະໜອງນໍ້າມັນເຊື້ອໄຟ ໃຫ້ສັງຄົມໄດ້ຊົມໃຊ້ ໂດຍສະເພາະການສະໜອງໃຫ້ແກ່ການຜະລິດກະສິກໍາ ຄໍ້າປະກັນສະບຽງອາຫານ ຕ້ອງເປັນບູລິມະສິດທໍາອິດ 2). ການສົ່ງເສີມການນໍາໃຊ້ລົດໄຟຟ້າ ກໍານົດນະໂຍບາຍສົ່ງເສີມ ການນໍາໃຊ້ລົດໄຟຟ້າ ຄຸນນະພາບສູງ ຫັນການຊໍາລະສະສາງ ຜ່ານລະບົບທະນາຄານ ຈຳກັດການສວຍໂອກາດດ້ານຕ່າງໆ ທັງເຮັດໃຫ້ພາກທຸລະກິດນໍາເຂົ້າລົດໄຟຟ້າ ມີກຳໄລທີ່ສົມເຫດສົມຜົນ ບໍ່ເອົາປຽບຜູ້ຊົມໃຊ້ ໃຫ້ຄວາມສໍາຄັນສູງດ້ານການບໍລິການ ແລະ ສິ່ງແວດລ້ອມ 3). ການຄຸ້ມຄອງວຽກງານບໍ່ແຮ່: ເພີ່ມທະວີຄວາມເຂັ້ມງວດ ແກ້ໄຂປະກົດການຂຸດຄົ້ນແຮ່ທາດທີ່ບໍ່ຖືກລະບຽບ ສົ່ົງຜົນກະທົບຕໍ່ສະພາບແວດລ້ອມ ແລະ ສັງຄົມ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດ ຮັບປະກັນການເກັບລາຍຮັບເຂົ້າງົບປະມານໃຫ້ຄົບຖ້ວນ 4) ການຄຸ້ມຄອງລາຄາສິນຄ້າ: ເພີ່ມທະວີຄວາມເຂັ້ມງວດໃນການຕ້ານ ແລະ ສະກັດກັ້ນການຄ້າສິນຄ້ານອກລະບົບ ໂດຍສະເພາະສິນຄ້າປະເພດຟູມເຟືອຍ ແລະ ເຄື່ອງດື່ມທາດເຫຼົ້າ 5) ເພີ່ມທະວີການຜັນຂະຫຍາຍມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ຊຶ່ງພາກລັດ ຕ້ອງເປັນແບບຢ່າງນໍາໜ້າ.
 
ໃນຕອນທ້າຍ ປະທານກອງປະຊຸມຍັງໄດ້ເນັ້ນໜັກໃຫ້ທັງສອງຂະແໜງການ ຕ້ອງໄດ້ຍົກສູງຄວາມຮັບຜິດ ຊອບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອຮັບປະກັນບັນຫາດັ່ງກ່າວບໍ່ໃຫ້ກະທົບແຮງຕໍ່ສັງຄົມ ແລະ ປະຊາຊົນ.
ຂ່າວ: ວຽງຈັນໃໝ່/VientianeMai