ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ປະຕິບັດພັນທະໃຫ້ລັດຖະບານຢ່າງຕັ້ງໜ້າ

ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ໄດ້ມອບພັນທະປະຈຳປີ 2025 ໃຫ້ແຂວງບໍລິຄໍາໄຊ ລວມມູນຄ່າທັງ ໝົດຫຼາຍກວ່າ 21 ລ້ານ ໂດລາສະຫະລັດ ແລະ 76 ລ້ານບາດ (ສະກຸນເງິນໄທ), ໃນນັ້ນລວມມີອາກອນກໍາໄລປະຈໍາປີ 2025 ຈໍານວນ 19.53 ລ້ານໂດລາສະຫະລັດ ແລະ ຄ່າພາກຫຼວງ ງວດທີໜຶ່ງ ປະຈໍາປີ 2026 ຈໍານວນ 2.38 ລ້ານໂດລາສະຫະລັດ ແລະ 76.10 ລ້ານບາດ.
 
ພິທີມອບເງິນດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 07 ເມສາ 2026 ຢູ່ທີ່ ຫ້ອງວ່າການປົກຄອງແຂວງບໍລິຄໍາໄຊ ເປັນກຽດມອບເງິນໂດຍທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫ່ຍບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ແລະ ຮັບໂດຍ ທ່ານ ຄຳແຫວນ ປັນຍານຸວົງ, ປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ, ໂດຍມີການເຂົ້າຮ່ວມເປັນສັກຂີພິຍານຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງບໍລິຄຳໄຊ ແລະ ພະນັກງານບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ.
 
ໃນພິທີ ທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ ໄດ້ກ່າວວ່າ “ ໃນຖານະເປັນຫົວໜ່ວຍທຸລະກິດທີ່ມີຄວາມຮັບຜິດຊອບ, ບໍລິສັດ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຍາມໃດກໍ່ຍຶດໝັ້ນຢ່າງໜັກແໜ້ນໃນການປະຕິບັດພັນທະດ້ານພາສີອາກອນຂອງຕົນຕາມສັນຍາສໍາປະທານ, ລະບຽບກົດໝາຍຂອງ ສປປ ລາວ ແລະ ຫຼັກປະຕິບັດສາກົນທີ່ດີທີ່ສຸດ ຊຶ່ງຕະຫຼອດໄລຍະເວລາ 28 ປີ ຜ່ານມາ ບໍລິສັດ ໄດ້ຕັ້ງໜ້າປະຕິບັດພັນທະຂອງຕົນໄດ້ເປັນຢ່າງຖືກຕ້ອງເປັນປະຈໍາ ເພື່ອນຳເອົາເງິນຕາຕ່າງປະເທດເຂົ້າມາ ສປປ ລາວ ປະກອບສ່ວນເຂົ້້າໃນການພັດທະນາເສດຖະກິດສັງຄົມຂອງປະເທດ, ດຳເນີນທຸລະກິດໃນຂະແໜງພະລັງງານໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ, ສ້າງລາຍຮັບໃຫ້ແກ່ປະເທດຊາດ, ພັດທະນາຊັບພະຍາກອນມະນຸດ ແລະ ຍົກລະດັບຂີດຄວາມສາມາດທາງດ້ານວິຊາການ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາຊຸມຊົນ ແລະ ຮັບປະກັນວ່າພື້ນຖານໂຄງລ່າງຂອງເຂື່ອນໄຟຟ້າຍັງເປັນໂຄງການທີ່ໄດ້ມາດຖານສາກົນກ່ອນຈະມອບໂອນຄືນໃຫ້ລັດຖະບານ ເມື່ອສິ້ນສຸດສັນຍາສຳປະທານ”.
 
ໃນພິທີ ທ່ານ ຄຳແຫວນ ປັນຍານຸວົງ, ປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ມອບພັນທະໃຫ້ແຂວງບໍລິຄຳໄຊໃນຄັ້ງນີ້ ຊຶ່ງຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ແຂວງຫຼາຍດ້ານ ໂດຍສະເພາະແມ່ນປັດໃຈທີ່ຈະເຮັດໃຫ້ແຂວງບໍລິຄຳໄຊບັນລຸເປົ້າໝາຍການເກັບລາຍຮັບໃນແຕ່ລະປີ ອີກດ້ານໜຶ່ງແມ່ນເພື່ອເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງບໍລິຄຳໄຊ.