ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ V ປິດລົງດ້ວຍຜົນສໍາເລັດ

ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງເຊກອງ (ສພຂ) ຊຸດທີ V ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 9 ເມສາ 2026 ທີ່ສະໂມສອນສະພາປະຊາຊົນແຂວງ, ຊຶ່ງກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງຕຳແໜ່ງສໍາຄັນຕ່າງໆຂອງອົງການອໍານາດລັດຂັ້ນທ້ອງຖິ່ນ ເພື່ອແນໃສ່ສືບຕໍ່ບູລະນະລະບົບອໍານາດລັດ ປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນເຂັ້ມແຂງ, ຍູ້ແຮງການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ XI ຂອງອົງຄະນະພັກແຂວງກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ ຄັ້ງທີ X (2026-2030) ໃຫ້ມີຜົນສໍາເລັດ ແລະ ເກີດເປັນຮູບປະທໍາຕົວຈິງ.
 
ທ່ານ ບຸນຫລາຍ ບຸດທິ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ກ່າວວ່າ: ຜົນສໍາເລັດກອງປະຊຸມໃນຄັ້ງນີ້, ຖືເປັນໝາກຜົນແຫ່ງການເສີມຂະຫຍາຍສະຕິປັນຍາລວມໝູ່, ຄວາມຮັບຜິດຊອບການເມືອງຂອງສະມາຊິກສະພາປະຊາຊົນແຂວງໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາເນື້ອໃນສໍາຄັນຂອງທ້ອງຖິ່ນ ເປັນຕົ້ນ: ຮັບຮອງເອົາການເລືອກຕັ້ງປະທານ, ຮອງປະທານ, ກໍາມະການຄະນະປະຈໍາ, ປະທານຄະນະກຳມະການ ແລະຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຊຸດທີ V; ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ ຄັ້ງທີ X (2026-2030); ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາລັດແຂວງ; ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນແຂວງ; ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການໄອຍະການປະຊາຊົນແຂວງ; ແຜນເຄື່ອນໄຫວວຽກງານ 5 ປີ (2026-2030), ແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ (2026-2030) ຂອງສະພາປະຊາຊົນແຂວງຊຸດທີ V.
 
ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບຜົນຂອງການເລືອກຕັ້ງ ແລະຢັ້ງຢືນຄຸນລັກສະນະ ຂອງສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດການຈັດຕັ້ງຜັນຂະຫຍາຍມະຕິກົມການເມືອງສູນການພັກ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະພາປະຊາຊົນຂັ້ນແຂວງ ຊຸດທີ V. ທັງໝົດນີ້, ຖືເປັນບາດກ້າວສໍາຄັນໃນການສືບຕໍ່ບູລະນະລະບົບອຳນາດລັດປະຊາທິປະໄຕປະຊາຊົນ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ XI ຂອງອົງຄະນະພັກແຂວງເຂົ້າສູ່ວຽກງານຕົວຈິງຂອງຂະແໜງການຕ່າງໆໃຫ້ມີຜົນສໍາເລັດເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະພັດທະນາແຂວງເຊກອງໃຫ້ຈະເລີນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
.
ຂ່າວ-ພາບ: ສັນຍາ