ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ອັດລົງດ້ວຍຜົນສຳເລັດອັນຈົບງາມ

ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 8 ເມສາ 2026 ໂດຍການເປັນປະທານຂອງ ທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ປະທານສະພາປະຊາຊົນແຂວງສາລະວັນ, ມີທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 14 ພ້ອມດ້ວຍອະດີດການນໍາ, ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
 
ກອງປະຊຸມຄັ້ງປະຖົມມະລືກ ໄດ້ບັນລຸຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ແລະບັນດາສະມາຊິກສະພາປະຊາຊົນແຂວງ, ອົງການປົກຄອງແຂວງ, ອົງການຕຸລາການ, ຜູ້ແທນກອງປະຊຸມຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນສຸມສະຕິປັນຍາ ແລະ ເສີມຂະຫຍາຍສິດ ປະຊາທິປະໄຕ, ການຍົກສູງຄວາມຮັບຜິດຊອບການເມືອງ ເຂົ້າໃສ່ການຄົ້ນຄວ້າ, ພິຈາລະນາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງແຂວງ ແລະ ບັນຫາສໍາຄັນພື້ນຖານຂອງແຂວງ. ພ້ອມນີ້, ຍັງໄດ້ເປັນເອກະພາບ ພິຈາລະນາ ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມ ຈໍານວນ 10 ສະບັບຄື: ຮັບຮອງເອົາການເລືອກຕັ້ງ ປະທານສະພາປະຊາຊົນແຂວງ ຊຸດທີ V; ຮັບຮອງເອົາການເລືອກຕັ້ງ ຮອງປະທານສະພາປະຊາຊົນແຂວງ ແລະ ກຳມະການ ຄະນະປະຈຳສະພາປະຊາຊົນແຂວງ; ຮັບຮອງເອົາການແຕ່ງຕັ້ງປະທານຄະນະກຳມະການ, ຫົວໜ້າຫ້ອງວ່າການ, ໂຄງປະກອບກົງຈັກຂອງສະພາປະຊາຊົນແຂວງ; ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດ 5 ປີ ຂອງແຂວງ; ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 5 ປີ ຂອງສະພາປະຊາຊົນແຂວງ ຊຸດທີ V; ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດສອບປະຈໍາພາກໃຕ້;ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ ຂອງອົງການກວດກາລັດແຂວງ; ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນແຂວງ; ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 5 ປີ ຂອງອົງການໄອຍະການປະຊາຊົນແຂວງ ແລະ ພິຈາລະນາ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງນິຕິກໍາ ທີ່ມີຜົນບັງຄັບທົ່ວໄປ 5 ປີ ຂອງແຂວງ (2026-2030) ລວມມີທັງໝົດ 16 ສະບັບ, ສ້າງໃໝ່ 10 ສະບັບ ແລະ ປັບປຸງ 6 ສະບັບ. ໃນໄລຍະການດຳເນີນກອງປະຊຸມເປັນເວລາ 2 ວັນ, ບັນດາ ສສຂ ກໍໄດ້ປະກອບຄໍາເຫັນ, ເຈາະຈີ້ມບາງເນື້ອໃນ, ບາງບັນຫາຕໍ່ກັບການຈັດຕັ້ງປະຕິບັດວຽກງານຕ່າງໆ ແລະ ມີການຊີ້ແຈງຈາກຂະແໜງການທີ່ກ່ຽວຂ້ອງ ແນໃສ່ເຮັດໃຫ້ແຜນວຽກງານຕ່າງໆ ມີຄວາມຮັດກຸມ, ພາວະວິໃສ ແລະ ສອດຄ່ອງໄປໃນທິດທາງດຽວກັນ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ.
 
ທ່ານ ດາວວົງ ພອນແກ້ວ ໄດ້ກ່າວວ່າ: ຜົນສໍາເລັດ ກອງປະຊຸມໃນຄັ້ງນີ້ ຖືເປັນໝາກຜົນແຫ່ງການເສີມຂະຫຍາຍ ສະຕິປັນຍາລວມໝູ່ ພາຍໃນອົງການອໍານາດລັດ ຂັ້ນທ້ອງຖິ່ນ ກໍຄືການຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງບັນດາສະມາຊິກສະພາປະຊາຊົນແຂວງ (ສສຂ) ໃນການຄົ້ນຄວ້າ, ພິຈາລະນາຮັບຮອງເອົາແຜນເຄື່ອນໄຫວວຽກງານທີ່ສໍາຄັນຕ່າງໆ ບົນພື້ນຖານຍຶດໝັ້ນຕໍ່ສິດ ແລະຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງ, ທັງໄດ້ຮຽກຮ້ອງໃຫ້ ຄະນະປະຈຳສະພາປະຊາຊົນແຂວງ, ອົງການປົກຄອງແຂວງ, ອົງການກວດກາລັດຂັ້ນແຂວງ, ອົງການກວດສອບປະຈຳພາກໃຕ້, ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ບັນດາ ສສຂ ປະຈຳເຂດເລືອກຕັ້ງບັນດາເມືອງ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມຄັ້ງນີ້ ໃຫ້ທົ່ວເຖິງ, ທັນເວລາ, ທຸກຂະແໜງການ ຂອງແຂວງ-ເມືອງ, ທຸກພາກສ່ວນເສດຖະກິດ ແລະ ປະຊາຊົນບັນດາເຜົ່າ ຈົ່ງໃຫ້ການຮ່ວມມື, ເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ພ້ອມທັງໄດ້ສະເໜີໃຫ້ອົງການປົກຄອງແຂວງ ຮີບຮ້ອນປັບປຸງກົງຈັກການຈັດຕັ້ງ, ບຸກຄະລາກອນ ໃຫ້ແທດເໝາະກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນເພື່ອຮັບປະກັນເຮັດໃຫ້ການເຄື່ອນໄຫວວຽກງານ ໃນ 5 ປີຕໍ່ໜ້າ ມີປະສິດທິຜົນສູງຂຶ້ນເປັນກ້າວໆ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ