
ໃນວັນທີ 10 ເມສາ ນີ້ ຫ້ອງການທະນາຄານພັດທະນາອາຊີ (ADB) ປະຈໍາລາວ ໄດ້ຈັດກອງປະຊຸມການພັດທະນາຂອງອາຊີ ຄາດຄະເນເດືອນເມສາ 2026 ຄວາມຂັດແຍ້ງໃນຕາເວັນອອກກາງ ທ້າທາຍຄວາມທົດທານໃນພາກພື້ນອາຊີ ແລະ ປາຊີຟິກ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ກາວີຕ້າ ໄອເຢັນກ້າ ຊ່ຽວຊານດ້ານເສດຖະກິດອາວຸໂສຂອງຫ້ອງການ ADB ປະຈໍາ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຕາມບົດລາຍງານການຄາດຄະເນການພັດທະນາຂອງອາຊີວ່າ ການເຕີບໂຕທາງດ້ານເສດຖະກິດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄາດວ່າຈະຫຼຸດລົງຈາກ 4.4% ໃນປີ 2025 ມາທີ່ 4.0% ໃນປີ 2026 ແລະຈະກັບມາເພີ່ມຂຶ້ນຢູ່ທີ່ອັດຕາ 4.5% ໃນປີ 2027, ອີງຕາມບົດລາຍງານການຄາດຄະເນການພັດທະນາຂອງອາຊີ (ADO) ສະບັບເດືອນເມສາ 2026 ທີ່ອອກເຜີຍແຜ່ໃນມື້ນີ້ ໂດຍທະນາຄານພັດທະນາອາຊີ (ADB) ຄາດວ່າ ການເຕີບໂຕຈະໄດ້ຮັບແຮງພັກດັນຈາກຂະແໜງບໍລິການ, ການຜະລິດໄຟຟ້າ, ການກໍ່ສ້າງ ແລະ ການເຊື່ອມໂຍງໃນພາກພື້ນ ທ່າມກາງສະພາບຄວາມສ່ຽງຈາກພາຍນອກທີ່ເພີ່ມສູງຂຶ້ນ.
ບົດລາຍງານການຄາດຄະເນການພັດທະນາຂອງອາຊີ ໄດ້ສະທ້ອນໃຫ້ເຫັນເຖິງສະຖຽນລະພາບເສດຖະກິດຢ່າງຕໍ່ເນື່ອງຂອງປະເທດ ພາຍຫຼັງມີການຮັດກຸມເສດຖະກິດມະຫາພາກ, ການປັບຄວາມດຸ່ນດ່ຽງດ້ານການເງິນ ແລະ ການຄ້າຕ່າງປະເທດ ແລະພ້ອມທັງການຟື້ນໂຕຂອງຂະແໜງທ່ອງທ່ຽວ ແລະ ການສົ່ງອອກກະແສໄຟຟ້າ. ເຖິງຢ່າງໃດກໍ່ຕາມ, ຄວາມອ່ອນໄຫວຕໍ່ພາຍນອກ, ການຊຳລະໜີ້ສິນສາທາລະນະທີ່ສູງ ແລະ ຂໍ້ຈຳກັດທາງດ້ານໂຄງສ້າງເສດຖະກິດ ຍັງຄົງເປັນອຸປະສັກຕໍ່ທິດທາງການເຕີບໂຕໃນໄລຍະກາງ.
ທ່ານນາງ ແຊນນີ ແຄັມເບວ, ຫົວໜ້າຫ້ອງ ADB ປະຈໍາ ສປປ ລາວ ໄດ້ໃຫ້ຮູ້ວ່າ “ສປປ ລາວ ໄດ້ມີຄວາມຄືບໜ້າທີ່ສຳຄັນໃນການຟື້ນຟູສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ດ້ວຍການຫຼຸດອັດຕາເງິນເຟີ້ລົງ ເພີ່ມການສົ່ງອອກ ແລະ ເພີ່ມຄັງສຳຮອງເງິນຕາຕ່າງປະເທດ”. ທ່ານໄດ້ໃຫ້ຮູ້ຕື່ມອີກວ່າ "ດ້ວຍຄວາມສ່ຽງຂອງໂລກທີ່ສູງຂຶ້ນ ການຫັນເອົາຄວາມຄືບໜ້ານີ້ໄປສູ່ຜົນປະໂຫຍດທີ່ຍືນຍົງໃຫ້ແກ່ປະຊາຊົນລາວ ຈໍາເປັນຕ້ອງມີການຮັກສາວິໄນທາງການເງິນຢ່າງຕໍ່ເນື່ອງ, ເລັ່ງການປະຕິຮູບລັດວິສາຫະກິດ, ໂດຍສະເພາະແມ່ນຂະແໜງພະລັງງານ ແລະ ເພີ່ມການລົງທຶນເຂົ້າໃສ່ຂະແໜງການທີ່ມີປະສິດຕິພາບ ແລະ ທົນທານຕໍ່ສະພາບການປ່ຽນແປງດິນຟ້າອາກາດ."
ຫຼັງອັດຕາເງິນເຟີ້ຫຼຸດລົງມາຢູ່ 7.7% ໃນປີ 2025 ຈາກຜົນການດຳເນີນດ້ານນະໂຍບາຍການເງິນ ແລະ ເງິນຕາທີ່ເຂັ້ມງວດ ອັດຕາເງິນເຟີ້ໃນປີ 2026 ຄາດວ່າຈະປັບໂຕສູງຂຶ້ນໜ້ອຍໜຶ່ງ ທີ່ອັດຕາ 9.8% ເຊິ່ງສະທ້ອນເຖິງລາຄານ້ຳມັນໂລກທີ່ສູງຂຶ້ນ, ຕົ້ນທຶນການຂົນສົ່ງ ແລະ ຜົນກະທົບທີ່ອາດສົ່ງຕໍ່ໄປຍັງລາຄາອາຫານ ແລະ ສິນຄ້ານໍາເຂົ້າອື່ນໆ. ແຮງກົດດັນຕໍ່ລາຄາທີ່ເພີ່ມຂຶ້ນຍັງເປັນຜົນມາຈາກການປັບປຸງອັດຕາຄ່າໄຟຟ້າ ແລະ ເງິນເດືອນຂອງລັດຖະກອນ.
ໃນປີ 2026 ຄາດວ່າການຜະລິດກະແສໄຟຟ້າ ກິດຈະກຳທີ່ກ່ຽວຂ້ອງກັບການພັດທະນາພື້ນຖານໂຄງລ່າງ ແລະ ການບໍລິການ ຈະເປັນໂຕຊຸກຍູ້ທີ່ສໍາຄັນໃຫ້ແກ່ການເຕີບໂຕ. ຂະແໜງອຸດສາຫະກໍາຄາດວ່າຈະຂະຫຍາຍໂຕ ໂດຍໄດ້ຮັບແຮງສະໜັບສະໜູນຈາກການລົງທຶນຢ່າງຕໍ່ເນື່ອງຂອງໄຟຟ້າພະລັງງານນໍ້າ ພະລັງງານໜູນວຽນ ແລະ ການຂຸດຄົ້ນແຮ່ທາດ ໂດຍຄາດຄະເນອັດຕາການເຕີບໂຕຂອງຂະແໜງອຸດສາຫະກໍາຢູ່ທີ່ 4.6% ໃນປີ 2026. ໂຄງການພະລັງງານໄຟຟ້າຫຼາຍກວ່າ 11 ໂຄງການພວມຢູ່ໃນລະຫວ່າງການພັດທະນາ, ຊຶ່ງຈະສົ່ງຜົນດີຕໍ່ຂະແໜງການກໍ່ສ້າງ ແລະ ການສ້າງວຽກເຮັດງານທຳໃນໄລຍະກາງ. ຂະແໜງບໍລິການຈະໄດ້ຮັບແຮງສະໜັບສະໜູນຈາກການທ່ອງທ່ຽວ ການຂົນສົ່ງ ແລະ ໂລຈິດສະຕິກ ເຊິ່ງໄດ້ຮັບຜົນປະໂຫຍດຈາກການເຊື່ອມໂຍງໃນພາກພື້ນທີ່ເພີ້ມຂຶ້ນ, ໂດຍສະເພາະຜ່ານເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງ ສປປ ລາວ ແລະ ສາທາລະນະລັດປະຊາຊົນຈີນ. ຢ່າງໃດກໍ່ຕາມ, ຈໍານວນນັກທ່ອງທ່ຽວຕ່າງປະເທດໃນປັດຈຸບັນເກືອບຢູ່ໃນລະດັບກ່ອນການລະບາດພະຍາດໂຄວິດ-19 ແລະ ຄາດວ່າຈະບັນລຸ.
ເຖິງແມ່ນວ່າໄດ້ມີຄວາມພະຍາຍາມ ສືບຕໍ່ສ້າງສະຖຽນລະພາບທາງດ້ານເສດຖະກິດມະຫາພາກຢ່າງຕໍ່ເນື່ອງ ແຕ່ຄວາມສ່ຽງໃນທາງລົບຕໍ່ການຄາດຄະເນກໍ່ຍັງມີຢູ່. ຄວາມບໍ່ແນ່ນອນໃນທົ່ວໂລກ ເລີ່ມສົ່ງຜົນກະທົບຕໍ່ການຄ້າ ການທ່ອງທ່ຽວ ແລະ ການລົງທຶນ, ໃນຂະນະທີ່ໜີ້ສິນສາທາລະນະ ແລະ ການຄ້ຳປະກັນຍັງຢູ່ໃນລະດັບທີ່ສູງ ຊຶ່ງກວມເອົາປະມານ 82% ຂອງ ຈີດີພີ, ຂໍ້ຈຳກັດດ້ານເງິນຕາຕ່າງປະເທດ ແລະ ຄວາມກົດດັນຕໍ່ຂະແໜງການທະນາຄານ ຍັງຈະສືບຕໍ່ສ້າງຂໍ້ຈຳກັດໃນການດຳເນີນນະໂຍບາຍມະຫາພາກ. ຄວາມສ່ຽງດ້ານການເງິນຍັງຈະເພີ່ມຂຶ້ນຕື່ມ ເນື່ອງຈາກໜີ້ສິນທີ່ອາດຈະເກີດຈາກບັນດາລັດວິສາຫະກິດ, ໂດຍສະເພາະໃນຂະແໜງພະລັງງານ, ເຊິ່ງອັດຕາຄ່າໄຟຟ້າຕໍ່າກ່ວາຕົ້ນທຶນ ແລະ ຄວາມສ່ຽງຈາກອັດຕາແລກປ່ຽນ ຈະຈຳກັດງົບປະມານລາຍຈ່າຍເຂົ້າໃນຂະແໜງສັງຄົມ ແລະ ການລົງທຶນຂອງລັດ.
ບົດລາຍງານດັ່ງກ່າວຍັງໄດ້ເນັ້ນໜັກໃຫ້ມີການຮັກສານະໂຍບາຍເສດຖະກິດມະຫາພາກທີ່ລະມັດລະວັງ ແລະ ເລັ່ງການ ປະຕິຮູບ ໂດຍສະເພາະໃນຂະແໜງພະລັງງານ ແມ່ນມີຄວາມສຳຄັນ ເພື່ອຮັບປະກັນສະຖຽນລະພາບ ແລະ ເພີ່ມທະວີຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ.
ADB ແມ່ນທະນາຄານພັດທະນາຫຼາຍຝ່າຍທີ່ນໍາໜ້າ ສະໜັບສະໜູນການເຕີບໂຕແບບຍືນຍົງ, ທົ່ວເຖິງ ແລະພ້ອມຮັບກັບການປ່ຽນແປງໃນທົ່ວພາກພື້ນອາຊີ ແລະ ປາຊີຟິກ. ການເຮັດວຽກຮ່ວມກັບປະເທດສະມາຊິກ ແລະ ຄູ່ຮ່ວມງານຂອງຕົນ ເພື່ອແກ້ໄຂສິ່ງທ້າທາຍ ທີ່ຫຍຸ້ງຍາກຮ່ວມກັນ, ADB ນຳໃຊ້ເຄື່ອງມືທາງການເງິນທີ່ມີນະວັດຕະກໍາ ແລະ ການຮ່ວມມືຍຸດທະສາດ ເພື່ອຫັນປ່ຽນຊີວິດການເປັນຢູ່, ສ້າງພື້ນຖານໂຄງລ່າງທີ່ມີຄຸນນະພາບ ແລະ ປົກປ້ອງໂລກຂອງພວກເຮົາ. ສ້າງຕັ້ງຂື້ນໃນປີ 1966, ADB ມີເຈົ້າຂອງຈາກ 69 ປະເທດສະມາຊິກ ໃນນັ້ນລວມມີ 50 ປະເທດທີ່ມາຈາກພາກພື້ນອາຊິ ແລະ ປາຊີຟິກ.