
ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ເມສານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ໂດຍການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີພະເຖລານຸເຖລະ, ບັນດາການນໍາຂັ້ນສູງພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດ, ຕາງໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ-ແຂວງທົ່ວປະເທດ, ມີບັນດາຜູ້ແທນທັງໝົດ 636 ສະຫາຍ ຍິງ 136 ສະຫາຍ ແລະ ພະສົງ 29 ອົງເຂົ້າຮ່ວມ.
ສະຫາຍ ກິແກ້ວ ໄຂຄໍາພິທູນ ກ່າວເປີດກອງປະຊຸມວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້, ຈະໄດ້ສະຫຼຸບຕີລາຄາໝາກຜົນການຈັດຕັ້ງປະຕິບັດວຽກງານຂອງກຳມະການສູນກາງແນວລາວສ້າງຊາດສະໄໝທີ XI ຂອງ ສນຊ ແລະ ແນວລາວສ້າງຊາດແຕ່ລະຂັ້ນໃນທົ່ວປະເທດໃນການປະຕິບັດພາລະບົດບາດຂອງຕົນຕະຫຼອດໄລຍະ 5 ປີທີ່ຜ່ານມາ. ແນວລາວສ້າງຊາດໃນທົ່ວປະເທດໄດ້ເປັນໃຈກາງເຕົ້າໂຮມມະຫາສາມັກຄີທົ່ວປວງຊົນລາວທັງຊາດ, ເຮັດໜ້າທີ່ປະສານສົມທົບກັບອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ ໃນການປຸກລະດົມ, ຊຸກຍູ້ປະຊາຊົນລາວບັນດາເຜົ່າ ປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການຊຸກຍູ້ການຜະລິດ, ການປູກ-ການລ້ຽງ, ສ້າງລາຍຮັບ, ສ້າງເສດຖະກິດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າເທື່ອລະກ້າວ; ແນວລາວສ້າງຊາດໄດ້ເປັນສູນກາງໂຄສະນາສຶກສາອົບຮົມປະຊາຊົນບັນດາເຜົ່າໃຫ້ເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ມະຕິ, ຄໍາສັ່ງຂອງພັກ-ລັດ ຕະຫຼອດຮອດປຸກລະດົມທົ່ວສັງຄົມ, ສະມາຄົມ, ມູນນິທິ, ບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ການຊ່ວຍເຫຼືອຕ້ານການລະບາດຂອງພະຍາດ, ຕ້ານໄພນໍ້າຖ້ວມ, ຕ້ານໄພໜາວ ແລະ ອື່ນໆ. ອັນທີ່ພົ້ນເດັ່ນແນວລາວສ້າງຊາດໄດ້ສ້າງຂະບວນການແຂ່ງຂັນສ້າງຄອບຄົວ-ບ້ານສາມັກຄີປອງດອງ, ສ້າງເມືອງສາມັກຄີປອງດອງຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຊຶ່ງກໍ່ໃຫ້ເກີດມີບັນຍາກາດໃໝ່ ແລະ ໃບໜ້າໃໝ່ໃນການປະຕິບັດວຽກງານແນວໂຮມຢູ່ຂັ້ນທ້ອງຖິ່ນຮາກຖານ. ພ້ອມກັນນີ້, ແນວລາວສ້າງຊາດແຕ່ລະຂັ້ນ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງປຸກລະດົມຈັດຕັ້ງການສະເຫຼີມສະຫຼອງວັນສໍາຄັນຕ່າງໆ ຂອງພັກຂອງຊາດ; ໄດ້ປະກອບສ່ວນປຸກລະດົມຂົນຂວາຍປະຊາຊົນ ກໍຄືຜູ້ມີສິດປ່ອນບັດເລືອກຕັ້ງໃຫ້ອອກມາໃຊ້ສິດຂອງຕົນ ແລະ ໄດ້ເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດ, ປັບປຸງການຈັດຕັ້ງ, ຊຸກຍູ້ໃຫ້ແນວລາວສ້າງຊາດທ້ອງຖິ່ນດໍາເນີນກອງປະຊຸມໃຫຍ່ຂອງຕົນໃຫ້ສໍາເລັດ ແລະ ວຽກງານອື່ນໆ. ສາມາດສະຫຼຸບຕີລາຄາໄດ້ວ່າຕະຫຼອດໄລຍະໜຶ່ງທີ່ຜ່ານມາແນວລາວສ້າງຊາດທຸກຂັ້ນສາມາດສ້າງຜົນງານ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານທີ່ໜ້າເພິ່ງພໍໃຈ ປະກອບສ່ວນສົມກຽດຂອງຕົນເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍຜົນງານ ແລະ ຜົນສໍາເລັດທີ່ຍາດມາໄດ້ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI ດ້ວຍຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກກໍຄືແນວຄິດຊີ້ນຳຂອງສູນກາງພັກທີ່ວ່າ: ແນວລາວສ້າງຊາດເປັນຜູ້ນຳຫຼັກແຫ່ງມະຫາສາມັກຄີທົ່ວປວງຊົນທັງຊາດ, ຮັບປະກັນລັກສະນະເປີດກວ້າງໜັກແໜ້ນ, ບຸກທະລຸ ແລະ ສ້າງການຫັນປ່ຽນໃໝ່ທີ່ຕັ້ງໜ້າ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກໍຄືຕິດຕາມຊຸກຍູ້ການບໍລິຫານ, ຄຸ້ມຄອງລັດ ຂອງສະພາແຫ່ງຊາດ, ລັດຖະບານ ແລະ ອົງການລັດອື່ນໆ ຈາກແນວລາວສ້າງຊາດແຕ່ລະຂັ້ນ, ກອງປະຊຸມໃຫຍ່ໃນຄັ້ງນີ້, ໄດ້ດຳເນີນພາຍໃຕ້ຄຳຂວັນທີ່ວ່າ: “ຍົກສູງບົດບາດຂອງແນວ ລາວສ້າງຊາດ ສູ່ຄຸນນະພາບໃໝ່, ເສີມສ້າງມະຫາສາມັກຄີ ແລະ ເຕົ້າໂຮມກໍາລັງແຮງຂອງທົ່ວປວງຊົນລາວທັງຊາດ ເຂົ້າໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ” ນີ້ແມ່ນເສັ້ນໄໝແດງສອດຫ້ອຍແຕ່ຕົ້ນຕະຫຼອດປາຍທຸກການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງແນວລາວສ້າງຊາດທຸກຂັ້ນໃນຕະຫຼອດສະໄໝທີ XII.
ກອງປະຊຸມໃຫຍ່ໃນຄັ້ງນີ້, ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງລາຍງານການເມືອງ, ແຜນພັດທະນາອົງການແນວລາວສ້າງຊາດ, ກົດລະບຽບແນວລາວສ້າງຊາດ ສະໄໝທີ XII, ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XI ໄລຍະ 5 ປີຜ່ານມາ, ຮັບຮອງເອົາການສະເໜີແຕ່ງຕັ້ງ ແລະ ຮັບຮອງເອົາຄະນະກໍາມະການສູນກາງແນວລາວສ້າງຊາດສະໄໝທີ XII, ປະທານ, ຮອງປະທານ, ຄະນະປະຈໍາ ແລະ ປະທານກວດກາ ສູນກາງແນວລາວສ້າງຊາດ ສະໄໝທີ XII ໂຄງປະກອບບຸກຄະລາກອນມີລັກສະນະກວ້າງຂວາງ, ຫຼາກຫຼາຍ ແລະ ຈຳນວນທີ່ເພີ່ມຂຶ້ນ ເພື່ອປະຕິບັດພາລະບົດບາດສໍາພັນທາງການເມືອງ ທີ່ເປັນຕົວແທນຂອງບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ, ຜູ້ຊົງຄຸນວຸດທິ, ນັກຮຽນຮູ້, ປັນຍາຊົນ ໃນຂອບເຂດທົ່ວປະເທດ ນັບທັງພີ່ນ້ອງຄົນລາວຢູ່ຕ່າງປະເທດທີ່ຮັກເຊື້ອແພງຊາດລາວ ທີ່ມີຄວາມສາມັກຄີເປັນປຶກແຜ່ນ, ມີນ້ຳໃຈຮັກຊາດອັນດູດດື່ມ ແລະ ມີຄວາມບໍລິສຸດພຸດຜ່ອງ ຕໍ່ພາລະກິດປະຕິວັດທີ່ຍາດມາໄດ້. ພ້ອມນີ້, ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຜູ້ແທນກອງປະຊຸມໃຫຍ່ຈຳນວນໜຶ່ງເພື່ອຖອດຖອນບົດຮຽນຈາກຂົງເຂດຕ່າງໆການງານຮ່ວມກັບແນວໂຮມ ເພື່ອເຕົ້າໂຮມກໍາລັງແຮງສັງລວມ ເຂົ້າໃນຂະບວນການວຽກງານຕົວຈິງຂອງພັກ-ລັດ. ໂອກາດນີ້, ຍັງຈະໄດ້ ຮັບຟັງການໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ທີ່ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ກອງປະຊຸມໃຫຍ່ໃນຄັ້ງນີ້ໃນການນໍາພາ-ຊີ້ນໍາຂອງແນວລາວສ້າງຊາດແຕ່ລະຂັ້ນໃນຕໍ່ໜ້າ.ກອງປະຊຸມຈະໄດ້ດໍາເນີນເປັນເວລາ 2 ວັນ ເລີ່ມແຕ່ວັນທີ 28-29 ເມສາ 2026.
ຂ່າວ-ພາບ: ວັນເພັງ