ໃນໂອກາດຄົບຮອບ 140 ປີ ຂອງວັນກໍາມະກອນສາກົນ, ບໍລິສັດ ພູເບ້ຍ ມາຍນິງ ຮັບຮູ້ພະນັກງານທຸກຄົນ ທີ່ໄດ້ອຸທິດຕົນ, ມີຄວາມມຸ້ງໝັ້ນ ແລະ ປະກອບສ່ວນ ເຂົ້າໃນການເຕີບໂຕ ແລະ ຈະເລີນກ້າວໜ້າຂອງບໍລິສັດ ຢູ່ ປະເທດລາວ.
ບໍລິສັດ ພູເບ້ຍ ມາຍນິງ ເຊິ່ງເປັນສ່ວນໜຶ່ງຂອງບໍລິສັດ ແພນອອສ໌ – ເປັນບໍລິສັດໃນເຄື່ອຂອງບໍລິສັດກວ່າງຕົງ ຣາຍຊິງ ໂຮລດິງ ກຼຸບ (GDRH) ມີຄວາມມຸ້ງໝັ້ນໃຫ້ການຈ້າງງານໄລຍະຍາວ ແລະ ຄວາມໝັ້ນຄົງໃນອາຊີບວຽກງານ ໃຫ້ກັບພະນັກງານ 3,884 ຄົນ ຢູ່ ລາວ. ໂດຍສອດຄ່ອງກັບຂີດໝາຍສຳຄັນດັ່ງກ່າວນີ້, ບໍລິສັດຍັງສືບຕໍ່ດຳເນີນທຸລະກິດດ້ວຍການຍຶດຖືຄຸນນະທໍາຫຼັກຂອງ GDRH ຄື FAITH: ຈຸດສຸມ (Focus), ການປະຕິບັດ (Actions), ນະວັດຕະກໍາ (Innovation), ເຕັກໂນໂລຊີ (Technology), ແລະ ວາງຄົນເປັນທີ່ຕັ້ງ (Human-oriented).
ເພື່ອເປັນການສະເຫຼີມສະຫຼອງວັນກໍາມະກອນສາກົນ, ວຽງວິສິດ ອິນທະລັງສີ, ຮອງຜູ້ຈັດການຝ່າຍບໍລິຫານ ແລະ ແກ່ນຈັນ ຈັນທະພູວົງ ໄດ້ແບ່ງປັນມຸມມອງ ແລະ ເສັ້ນທາງອາຊີບທີ່ອົບອຸ່ນໃຈຂອງຕົນ.
ວຽງວິສິດ ເລີ່ມເຮັດວຽກກັບບໍລິສັດ ພູເບ້ຍ ມາຍນິງ ໃນປີ 2016 ໂດຍເຂົ້າຮ່ວມພະແນກຂຸດຄົ້ນຂອງໂຄງການ ພູຄໍາ ເປັນພະນັກງານຂະແໜງບໍລິຫານ. ຫຼັງຈາກນັ້ນ 8 ປີ ໃນປີ 2024, ໂດຍສອດຄ່ອງກັບຍຸດທະສາດການພັດທະນາແຮງງານທ້ອງຖິ່ນຂອງບໍລິສັດ, ວຽງວິສິດ ໄດ້ຖືກເລື່ອນຕໍາແໜ່ງຂຶ້ນເປັນຮອງຜູ້ຈັດການພະແນກບໍລິຫານ. ລາວກ່າວວ່າ ຕະຫຼອດຫຼາຍປີທີ່ຜ່ານມາ ລາວໄດ້ມີໂອກາດເຕີບໂຕໃນອາຊີບວຽກງານ ແລະ ມີໄລຍະເວລາທີ່ໜ້າຈົດຈໍາຫຼາຍຢ່າງໃນການເຮັດວຽກກັບບໍລິສັດ ພູເບ້ຍ ມາຍນິງ ຮ່ວມທັງການສະໜັບສະໜູນຈາກບໍລິສັດ ແພນອອສ໌ ແລະ GDRH ໃນການພັດທະນາທັກສະ ແລະ ການເຕີບໂຕໃນອາຊີບວຽກງານຂອງພະນັກງານລາວ.
“ຢູ່ບໍລິສັດ ພູເບ້ຍ ມາຍນິງ, ຂ້າພະເຈົ້າໄດ້ຮັບຄວາມຮູ້ ແລະ ທັກສະໃໝ່ໆ ຈາກການມີສ່ວນຮ່ວມໃນໂຄງການຝຶກອົບຮົມພາຍໃນບໍລິສັດຫຼາຍໂຄງການ ເຊິ່ງຊ່ວຍໃຫ້ຂ້າພະເຈົ້າມີຄວາມກ້າວໜ້າໃນອາຊີບວຽກງານ, ຊຶ່ງເຮັດໃຫ້ຂ້າພະເຈົ້າມີຄວາມຫມັ້ນໃຈໃນການຊີ້ນໍາ-ນໍາພາວຽກບໍລິຫານໃນພະແນກຂຸດຄົ້ນ. ນອກຈາກນັ້ນ, ຂ້າພະເຈົ້າຍັງມີໂອກາດໄດ້ໄປຢ້ຽມຢາມສຳນັກງານໃຫຍ່ຂອງບໍລິສັດ GDRH ທີ່ກວ່າງໂຈ ໃນແຂວງກວ່າງຕົງ, ສປປ ຈີນ ຊຶ່ງເປັນບ່ອນທີ່ຂ້າພະເຈົ້າໄດ້ຊຶມເອົາວັດທະນະທຳໃໝ່ຂອງ FAITH ແລະ ໄດ້ນຳຄວາມຮູ້ທີ່ໄດ້ຮຽນມານຳໄປນຳໃຊ້ກັບວຽກງານປະຈຳວັນ.”
ທ່ານ ວຽງວິສິດ ກ່າວວ່າ “ໃນຂະນະທີ່ພວກເຮົາສະຫລອງວັນກໍາມະກອນສາກົນ, ຂ້າພະເຈົ້າຮູ້ສຶກພູມໃຈ ແລະ ຍິນດີແບ່ງປັນກັບທຸກຄົນວ່າ ພະນັກງານຂອງບໍລິສັດ ພູເບ້ຍ ມາຍນິງ ໂດຍສະເພາະຄົນລາວ ແມ່ນເປັນແຮງງານທີ່ມີຄວາມຮູ້ຄວາມສາມາດ. ໃນຕຳແໜ່ງຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເຫັນວ່າທຸກຄົນປະກອບສ່ວນເຂົ້າໃນການເຕີບໂຕຂອງບໍລິສັດ ແລະ ຊຸມຊົນເຈົ້າພາບຂອງພວກເຮົາ,”.
ແກ່ນຈັນ ຈັນທະພູວົງ, ຫົວໜ້າຄຸມງານຂັ້ນສູງພະແນກຮັກສາອະນາໄມ ແລະ ຄູຝຶກ ໄດ້ເຮັດວຽກກັບບໍລິສັດໃນປີ 2011 ແລະ ໄດ້ປະຕິບັດໜ້າທີ່ຮັກສາອະນາໄມ ແລະ ກວດກາຕິດຕາມ ເພື່ອຮັບປະກັນຄວາມສະອາດ ແລະ ຄວາມສະດວກສະບາຍໃຫ້ກັບພະນັກງານ, ຜູ້ຮັບເໝົາ ແລະ ແຂກໝົດທຸກຄົນທີ່ເຂົ້າ-ອອກພາກສະໜາມ.
ແກ່ນຈັນກ່າວວ່າ “ໂດຍສ່ວນຕົວແລ້ວ, ການຮັກສາ ແລະ ຍົກສູງມາດຕະຖານຄວາມສະອາດຢູ່ແຄ້ມທີ່ພັກ ແມ່ນເປັນບູລິມະສິດສຳຄັນສຳລັບຂ້າພະເຈົ້າ ເພື່ອໃຫ້ທຸກພື້ນທີ່ມີຄວາມສະອາດຕະຫຼອດເວລາ. ໃນແຕ່ລະມື້, ເມື່ອທຸກຫ້ອງພັກໃນແຄ້ມຖືກຈັດໄວ້ ແລະ ຄຸ້ມຄອງເປັນຢ່າງດີແລ້ວ, ພະນັກງານຂອງພວກເຮົາຈະໄດ້ພັກຜ່ອນ ແລະ ນອນຫຼັບຢ່າງສະບາຍ.”
ເນື່ອງຈາກພວກເຮົາເປັນຄອບຄົວໃຫຍ່, ຂ້າພະເຈົ້າສືບຕໍ່ເອົາໃຈໃສ່ປະຕິບັດຄຸນນະທໍາຫຼັກຂອງວິທີການວາງຄົນເປັນທີ່ຕັ້ງຂອງ ທີ່ GDRH ພວກເຮົາເບິ່ງແຍງກັນແລະກັນຄືເປັນສະມາຊິກໃນຄອບຄົວຂອງເຮົາ. ຂ້າພະເຈົ້າພູມໃຈກັບສິ່ງທີ່ໄດ້ປະຕິບັດ, ຂ້າພະເຈົ້ານໍາໃຊທັກສະການຮັກສາອະນາໄມ ເພື່ອເບິ່ງແຍງພະນັກງານ, ບໍລິສັດຮັບເໝົາ ແລະ ແຂກໝົດທຸກຄົນໃນຂະນະທີ່ພວກເຂົາຢູ່ພາກສະໜາມ.