ອັດຕະປື ໄດ້ຮັບການຊ່ວຍເຫລືອ ແນວພັນກາເຟ ຄຸນນະພາບສູງ

ບໍລິສັດ ໂລລິນນາ ການລົງທຶນອຸດສາຫະກຳສາກົນ ຈຳກັດ ແລະ ມູນນິທິຍ່າຫລານສົ່ງເສີມ-ພັດທະນາກາເຟລາວ ແລະ ຊ່ວຍເຫລືອສັງຄົມ ໄດ້ນຳເອົາແນວພັນກາເຟ ຄຸນນະພາບສູງ ສາຍພັນ ອາລາບີກ໋າ ຈຳນວນ 1 ລ້ານເມັດ ຫລື ເທົ່າກັບ 600 ກິໂລກຣາມ ລວມມູນຄ່າ 2 ແສນໂດລາສະຫະລັດ, ພ້ອມດ້ວຍການສະໜັບສະໜູນດ້ານວິຊາການ ໃນການປັບປຸງພັນກາເຟ ມອບໃຫ້ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງອັດຕະປື ເພື່ອນຳໄປພັດທະນາອຸດສະຫະກຳກາເຟ ຢູ່ທ້ອງຖິ່ນ ແລະ ເພີ່ມລາຍຮັບທາງດ້ານກະສິກຳ ໃຫ້ປະຊາຊົນ ໃນກຸ່ມເປົ້າໝາຍ.

ພິທີມອບ-ຮັບຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສູນເຕັກນິກກະສິກຳບ້ານຮົມ, ຕາງໜ້າມອບໂດຍທ່ານ ຢານພຽງ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ກົງໃຈ ສີດາວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກົງໃຈ ສີດາວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ບໍລິສັດ ແລະ ມູນນິທິດັ່ງກ່າວ ທີ່ມີຄວາມເປັນຫ່ວງເປັນໃຍ ແລະ ໃຫ້ຄວາມສຳຄັນ ກັບປະຊາຊົນບັນດາເຜົ່າແຂວງອັດຕະປື, ຊຶ່ງການຊ່ວຍເຫລືອແນວພັນກາເຟ ຂອງບໍລິສັດໃນຄັ້ງນີ້ ເປັນອີກບາດກ້າວໜຶ່ງທີ່ສຳຄັນ ຂອງການພັດທະນາວຽກງານກະສິກໍາພາຍໃນແຂວງ ໃຫ້ມີການຂະຫຍາຍຕົວ ໂດຍສະເພາະ ການປູກກາເຟ ທີ່ປັດຈຸບັນທາງຄະນະພັກ, ຄະນໍາຂອງແຂວງ ພວມສຸມໃສ່ຊຸກຍູ້ ສົ່ງເສີມໃຫ້ປະຊາຊົນ ມີການປູກຢ່າງຫລວງຫລາຍ ເພື່ອສ້າງລາຍຮັບທີ່ໝັ້ນຄົງ ແລະ ສັນຍາວ່າ ຈະນຳເອົາແນວພັນກາເຟ ທີ່ໄດ້ຮັບການຊ່ວຍເຫລືອໃນຄັ້ງນີ້ ນໍາໄປພັດທະນາ ໃຫ້ເກີດດອກອອກຜົນ ກ້າວສູ້ສ້າງລາຍຮັບແກ່ປະຊາຊົນ ກຸ່ມເປົ້າໝາຍ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຂ່າວ: ທິດປະສົງ