ບໍລິສັດ ພູເບ້ຍ ມາຍນິງ ຮັກສາມາດຕະຖານດ້ານການຫລໍ່ລື່ນດີເດັ່ນຈາກບໍລິສັດ Chevron ເປັນປີທີ 5 ຕິດຕໍ່ກັນ

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະປະກາດໃຫ້ຊາບວ່າ ໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄໍາ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍຂອງບໍລິສັດ ໄດ້ຮັບ “ການຈັດອັນດັບດີເດັ່ນລະດັບ 5 ດາວ ຈາກບໍລິສັດ Chevron” ສໍາລັບວິທີການປະຕິບັດດ້ານການຫລໍ່ລື່ນທີ່ມີພື້ນຖານຄວາມເຊື່ອຖືໄດ້ (RBL).

ໃນໄລຍະເດືອນເມສາ 2026 ຜ່ານມາ, ທີມງານປະເມີນຂອງ Chevron ຈາກ ປະເທດໄທ ໄດ້ລົງກວດສອບໂຮງສ້ອມແປງ ແລະ ບໍາລຸງຮັກສາໂຮງງານ ແລະ ສະຖານທີ່ຫລໍ່ລື່ນຕ່າງໆຂອງໂຄງການພູຄໍາ ແລະ ໂຄງການບ້ານຫ້ວຍຊາຍ, ຊຶ່ງໃຫ້ຄະແນະວິທີການປະຕິບັດ ແລະ ມາດຕະຖານດ້ານການຫລໍ່ລື່ນທີ່ມີພື້ນຖານຄວາມເຊື່ອຖືໄດ້ຢູ່ທັງສອງໂຄງການ ທຽບໃສ່ມາດຕະຖານສາກົນ. ນີ້ແມ່ນຄັ້ງທໍາອິດທີ່ທີມງານຂະແໜງຫລໍ່ລື່ນຂອງພະແນກສ້ອມແປງ ແລະ ບໍາລຸງຮັກສາໂຮງງານ (FPM) ຢູທັງສອງສະໜາມໄດ້ຄະແນນດີເດັ່ນ 100%ເຕັມ.

ບໍລິສັດ ພູເບ້ຍ ມາຍນິງ ໄດ້ດໍາເນີນການກວດສອບການຫລໍ່ລື່ນຂອງ Chevron ນັບຕັ້ງແຕ່ປີ 2015. ໃນປີ 2019, ໂຄງການພູຄໍາ ແລະ ໂຄງການບ້ານຫ້ວຍຊາຍ ທັງສອງບັນລຸລະດັບ 5 ດາວ ໂດຍໄດ້ຄະແນນ 95 ສ່ວນຮ້ອຍ ແລະ 97.6 ສ່ວນຮ້ອຍຕາມລໍາດັບ, ຊຶ່ງເປັນມາດຕະຖານໜຶ່ງທີ່ໄດ້ປັບປຸງປີຕໍ່ປີ, ບໍ່ລວມໄລຍະປີທີ່ມີການລະບາດຂອງພະຍາດໂຄວິດ-19.

ໂດຍເປັນສ່ວນໜຶ່ງຂອງການຮັບປະກັນຄຸນນະທໍາຂອງລູກຄ້າ (CVG) ຂອງ Chevron, ຄວາມມຸ້ງໝັ້ນ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ຜ່ານການປະເມີນໃນແຕ່ລະປີ ເພື່ອຮັບປະກັນການປະຕິບັດຕາມວິທີປະຕິບັດດ້ານການຫລໍ່ລື່ນ, ມີການລະບຸ ແລະ ປະຕິບັດຕໍ່ໂອກາດໃໝ່ໃນການປັບປຸງໃຫ້ດີຂຶ້ນ. ວິທີການປະຕິບັດດ້ານການຄວບຄຸມສານປົນເປື້ອນ ແລະ ການຫລໍ່ລື່ນທີ່ພົ້ນເດັ່ນ ແມ່ນໜຶ່ງໃນຫຼັກການບໍາລຸງຮັກສາທີ່ສໍາຄັນ ຊຶ່ງຖືກນໍາໃຊ້ເພື່ອບັນລຸສະຖິຕິຄວາມພ້ອມໃນການແລ່ນເຄື່ອງຢູ່ໂຮງງານປຸງແຕ່ງຢ່າງໂດດເດັ່ນເປັນທີ່ໜ້າພໍໃຈຂອງບໍລິສັດ ພູເບ້ຍ ມາຍນິງ ຢູ່ທັງເຂດພາກສະໜາມພູຄໍາ ແລະ ບ້ານຫ້ວຍຊາຍ.

ຜົນຄະແນນທີ່ສົມບູນແບບນີ້ ສະແດງເຖິງຂີດໝາຍສໍາຄັນທີ່ບໍລິສັດສືບຕໍ່ປະຕິບັດໄດ້ຢ່າງດີເລີດ ພ້ອມກັບການສຸມໃສ່ການຕໍ່ອາຍຸໃຫ້ພາຫະນະອຸປະກອນ, ຫຼຸດຄ່າໃຊ້ຈ່າຍໃນການດໍາເນີນງານ ແລະ ຫຼຸດຜ່ອນຜົນກະທົບຂອງການດໍາເນີນງານຕໍ່ສິ່ງແວດລ້ອມອ້ອມຂ້າງ.