ເມືອງຕ່າງໆໃນພາກໃຕ້ຂອງຈີນໄດ້ຮັດແໜ້ນມິດຕະພາບລະຫວ່າງອາຊີ ແລະ ສົ່ງເສີມການພັດທະນາຜ່ານງານມະຫະກໍາກິລາຫາດຊາຍ

 
ຮູບນີ້ຖ່າຍໃນວັນທີ 22 ເມສາ 2026 ສະແດງໃຫ້ເຫັນການສະແດງດອກໄມ້ໄຟໃນລະຫວ່າງພິທີເປີດງານມະຫະກຳ ກິລາຫາດຊາຍອາຊີຄັ້ງທີ 6 ທີ່ເມືອງຊານຢ້າ ແຂວງໄຮໜານ ທາງພາກໃຕ້ຂອງສປຈີນ. (ຊິນຮວາ/Li Ga)
 
ເມືອງຊານຢ້າ, ເມືອງເຂດຮ້ອນທີ່ມີຊື່ສຽງດ້ານທິວທັດແຄມທະເລທີ່ສວຍງາມ, ໄດ້ປິດງານມະຫາກຳກິລາຫາດຊາຍອາຊີ (ABG) ຄັ້ງທີ 6 ເມື່ອບໍ່ດົນມານີ້ ໂດຍມີການເຂົ້າຮ່ວມຢ່າງກວ້າງຂວາງຈາກນັກກິລາອາຊີ ແລະ ການແຂ່ງຂັນທີ່ໜ້າ ຕື່ນເຕັ້ນ ແລະ ເປັນຕາຈັບໃຈ.
ທີ່ເກາະໄຮໜານ ທາງພາກໃຕ້ຂອງ ສປ ຈີນ, ນັກກິລາອາຊີໄດ້ເຕົ້າໂຮມກັນຕັ້ງແຕ່ວັນທີ 22 ຫາ 30 ເມສາ, ໄດ້ເປັນ ພະຍານເຖິງ "ການເຕົ້າໂຮມ" ທີ່ຍິ່ງໃຫຍ່ຂອງຄະນະຜູ້ແທນຈາກທຸກປະເທດ ແລະ ພາກພື້ນອາຊີ.
ຄະນະຜູ້ແທນຈາກອີຣານໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງເພື່ອມາຮອດຍັງເມືອງຊານຢ້າ ແລະ ສໍາເລັດການຈັດງານ ກິລາທີ່ດີເລີດນີ້ຢ່າງຈົບງາມ, ເຊິ່ງສະແດງໃຫ້ເຫັນເຖິງບົດໃໝ່ໃນມິດຕະພາບ, ການຕໍ່ສູ້ ແລະ ການພັດທະນາ ຂອງອາຊີ.
ທ່ານ Mahdi Alinejad ເລຂາທິການຂອງຄະນະກຳມະການໂອລິມປິກແຫ່ງຊາດອີຣ່ານ ກ່າວວ່າ: ນອກຈາກການ ສະແດງທັກສະລະດັບສູງໃນລະຫວ່າງການແຂ່ງຂັນແລ້ວ ນັກກິລາອີຣ່ານຍັງມຸ່ງຫວັງທີ່ຈະສົ່ງສານວ່າ “ຄຸນຄ່າທີ່ສຳຄັນ ທີ່ສຸດຂອງກິລາແມ່ນຢູ່ໃນສັນຕິພາບ ແລະ ມິດຕະພາບ”.
ທ່ານ Sheikh Joaan bin Hamad Al Thani ປະທານສະພາໂອລິມປິກອາຊີ (OCA) ກ່າວວ່າ: ງານມະຫາກຳ ກິລາຫາດຊາຍອາຊີ (ABG) ຄັ້ງທີ 6 ນີ້ຖືເປັນການເຕົ້າໂຮມຄັ້ງຍິ່ງໃຫຍ່ຂອງຄອບຄົວໂອລິມປິກອາຊີ, ABG ຄັ້ງທີ 6 ໄດ້ສ້າງມາດຕະຖານໃໝ່ສຳລັບການກະກຽມການແຂ່ງຂັນ ABG.
ນັບແຕ່ປີ 2018 ເມື່ອເມືອງຊານຢ້າໄດ້ຮັບການອະນຸມັດໃຫ້ຈັດງານມະຫະກໍາກິລາຈົນເຖິງປີ 2026, ການກະກຽມ ສຳລັບງານດັ່ງກ່າວ ເຊັ່ນ: ການກໍ່ສ້າງສະຖານທີ່, ການຈັດການແຂ່ງຂັນ, ການບໍລິການອາສາສະໝັກ ແລະ ງານວາງ ສະແດງທາງວັດທະນະທຳ ລ້ວນແຕ່ດຳເນີນໄປຢ່າງຕໍ່ເນື່ອງ ເຖິງວ່າຈະມີການເລື່ອນເວລາອອກໄປເນື່ອງຈາກການລະບາດ.
ແຕ່ວັນທີ 22 ຫາ 30 ເມສາ, ເມືອງຊານຢ້າໄດ້ຈັດການແຂ່ງຂັນກິລາທີ່ດີເລີດ, ເຊິ່ງບໍ່ພຽງແຕ່ເປັນຍ້ອນການໄຫຼ່ວຽນຂອງຜູ້ຄົນ ແລະ ສິນຄ້າທີ່ສະດວກສະບາຍຍິ່ຂຶ້ນພາຍໃຕ້ການດຳເນີນງານພາສີພິເສດທົ່ວເກາະຂອງທ່າເຮືອການຄ້າເສລີ ໄຮໜານເທົ່ານັ້ນ, ແຕ່ຍັງເປັນຍ້ອນການກະກຽມທີ່ເປັນລະບຽບ ແລະ ລະອຽດຮອບຄອບອີກດ້ວຍ.
ເມືອງຊານຢ້າໄດ້ດຳເນີນການຮ່ວມມືລະຫວ່າງຕົວເມືອງກັບການແຂ່ງຂັນຢ່າງກົມກຽວໂດຍຜ່ານການປັບປຸງ ຫຼື ໃຫ້ເຊົ່າ ສະຖານທີ່ກິລາທ້ອງຖິ່ນທີ່ມີຢູ່ແລ້ວ, ການນຳໃຊ້ລົດພະລັງງານໃໝ່ສຳລັບການຂົນສົ່ງການແຂ່ງຂັນ ແລະ ການກໍ່ສ້າງ ໂຮງເກັບເຄື່ອງສຳນັກງານທີ່ກ່ຽວຂ້ອງໂດຍໃຊ້ວັດສະດຸທີ່ສາມາດນຳມາຣີໄຊເຄີນໄດ້.
ຜ່ານການເຄື່ອນໄຫວດັ່ງກ່າວ, ສະຖານທີ່ຈັດການແຂ່ງຂັນຫົກແຫ່ງໄດ້ຕັ້ງລຽນກັນຕາມແຄມຝັ່ງທະເລຂອງອ່າວຊານຢ້າ, ກໍ່ໃຫ້ເກີດເປັນພູມສັນຖານທີ່ການແຂ່ງຂັນກິລາ ແລະ ຕົວເມືອງເຊື່ອມໂຍງເຂົ້າກັນ ເພື່ອດຶງດູດຄວາມສົນໃຈຂອງທັງ ນັກກິລາ ແລະ ນັກທ່ອງທ່ຽວ.
ໃນລະຫວ່າງການແຂ່ງຂັນ, ມີການນໍາໃຊ້ຫຸ່ນຍົນຮູບຮ່າງຄ້າຍຄືມະນຸດ ແລະ ເຕັກໂນໂລຊີທີ່ກ້າວໜ້າອື່ນໆມາໃຊ້ໃນການແຂ່ງຂັນ. ນອກຈາກອາສາສະໝັກ 4,680 ຄົນແລ້ວ, ຍັງມີການສະແດງ ແລະ ງານວາງສະແດງວັດທະນະທຳທີ່ ຫຼາກຫຼາຍເພື່ອສະແດງໃຫ້ເຫັນເຖິງສະເໜ່ຂອງທ້ອງຖິ່ນ.
ດັ່ງທີ່ Song Luzeng ຮອງປະທານ OCA ກ່າວວ່າ: ຊານຢ້າ ມີຂໍ້ໄດ້ປຽບທາງທຳມະຊາດໃນການຊຸກຍູ້ກິລາທາງນ້ຳ ແລະ ຫາດຊາຍ, ລວມທັງການພັດທະນາວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແບບປະສົມປະສານດ້ວຍຊັບພະຍາ ກອນແຄມທະເລ ແລະ ນະໂຍບາຍສິດທິພິເສດຂອງທ່າເຮືອການຄ້າເສລີໄຮໜານ.
(ແກ້ໄຂໂດຍ: Duan Jing with Xinhua Silk Road, duanjing@xinhua.org)