ລີມິນໂຮປົດປະຈຳການທະຫານແລ້ວ

ແຟນຮູບເງົາຕ້ອນຮັບລີມິນ ໂຮ (Lee Minho) ຢ່າງອົບອຸ່ນ ຫຼັງຈາກປົດປະຈຳການທະຫານແລ້ວເຮັດໃຫ້ #WelcomeBackLeeMinho ຕິດເທຣນທະວິດເຕີ ອັນດັບ 1 ໃນຫຼາຍປະເທດທົ່ວໂລກ.

ໃນທ້າຍອາທິດທີ່ຜ່ານມາສື່ ຕ່າງປະເທດລາຍງານວ່າມິນໂຮ ໄດ້ປົດປະຈຳການທະຫານແລ້ວ ຫຼັງຈາກຫາຍໜ້າຈາກວົງການ ບັນເທີງໄປຮັບໃຊ້ຊາດເປັນເວລາ ເຖິງ 2 ປີ ນັບຕັ້ງແຕ່ວັນທີ 12 ພຶດສະພາ 2017, ໂດຍໃນມື້ທີ່ມິນໂຮ ກັບມາກໍໄດ້ມີແຟນຫຼາຍຮ້ອຍຄົນມາຖ້າຮັບນັກສະແດງໜຸ່ມຢ່າງ ຄຶກຄື້ນ. ເຖິງແມ່ນວ່າກ່ອນໜ້ານີ້ທາງຄ້າຍ MYM Entertainment ຕົ້ນສັງກັດຂອງມິນໂຮ ໄດ້ອອກມາແຈ້ງວ່າ “ມິນໂຮ ຈະປົດ ປະຈຳການໃນວັນທີ 25 ເມສາ 2019 ແບບງຽບໆ ໂດຍຈະບໍ່ໄດ້ ມີການຈັດກິດຈະກຳໃດໆເປັນພິ ເສດ” ແຕ່ກໍຍັງມີແຟນລະຄອນຈຳ ນວນຫຼາຍມາລໍຖ້າຮັບມິນໂຮ ກັນ ຢ່າງອົບອຸ່ນ. ສ່ວນການກັບມາເຮັດວຽກໃນວົງການນັ້ນຍັງຢູ່ໃນຂັ້ນ ຕອນການພິຈາລະນາ.