
ໃນວັນທີ 15 ພຶດສະພາ 2026 ທີຫ້ອງປະຊຸມຊັ້ນ 5 ສຳນັກງານປົກຄອງແຂວງ, ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນພຣະສົ່ງທົ່ວປະເທດ ສະໄໝທີ IX ຂອງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ,ໂດຍ ພຣະອາຈານ ສີທົນ ໄຊຍະວົງສອນ ຮອງປະທານສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ,ມີພຣະອາຈານ ດວງຈັນ ວົງພາສີ ປະທານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ພອນໄຊ ອ່ອນສາ ກຳມະການປະຈຳພັກແຂວງ, ຮອງປະທານຄະນະ ກຳມະການປົກຄອງແຂວງ,ຜູ້ຊີ້ນໍາວຽກງານເສດຖະກິດແຂວງ ຜົ້ງສາລີ, ມີບັນດາສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ,ສຳນັກງານນາຍົກລັດຖະມົນຕິ, ຄະນະອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ-ພຣະສົງສາມະເນນອ້ອມຂ້າງເທດສະບານ, ຫົວໜ້າ-ຮອງຫົວໜ້າພະແນກການ ພາກສ່ວນທີກ່ຽວຂ້ອງ, ແນວລາວສ້າງເມືອງ 7ເມືອງ, ເລຂານາຍບ້ານ-ແນວໂຮມ ສິລະວັດ 13 ໜູ່ບ້ານ ເທດສະບານແຂວງເຂົ້າຮ່ວມ.
ພຣະອາຈານ ຄຳດີ ຄັມພິຣາປັນໂຍ ຮອງປະທານອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວແຂວງຜົ້ງສາລີ, ໄດ້ລາຍງານຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານ ປະຈຳ ປີ2025 ແລະທິດທາງແຜນງານປະຈຳປີ 2026, ແຂວງຜົ້ງສາລີ ປະກອບມີ 7 ເມືອງ, ມີ 15 ເຜົ່າ, ເຊິ່ງມີຜູ້ເຊື່ອຖືສາສະໜາພຸດກວມເອົາ 60,6% ຂອງ ພົນລະເມືອງທົ່ວແຂວງ. ອົງການ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແຂວງ ເປັນອົງການບໍລິຫານພຣະສົງສູງສຸດໃນລະດັບທ້ອງຖິ່ນ ທີ່ຂື້ນກັບ ສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ຕິດພັນຢ່າງໃກ້ຊິດກັບອົງການປົກຄອງແຂວງ ການນັບຖືມີຄວາມຫຼາກຫຼາຍຕາມຮີດຄອງເຜົ່າ ມີ ລັກສະນະເດັ່ນ: ແບບເຜົ່າລື້ (ເມືອງບຸນໃຕ້, ຍອດອູ), ແບບລາວ-ລື້ ປະສົມປະສານ ແມ່ນ (ເມືອງບຸນເໜືອ, ເມືອງຜົ້ງສາລີ,) ແບບລາວດັ່ງເດີມ ບູຮານທີ່ໄດ້ຮັບອິດທິພົນຈາກຫຼວງພະບາງ (ເມືອງສຳພັນ ຂວາ, ໃໝ່),ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແຂວງຜົ້ງສາລີ ຊຸດທີ III ປະກອບມີ: ຄະນະທີ່ປຶກສາ 3 ອົງ, ປະທານ 1 ອົງ, ຮອງປະທານ 2 ອົງ ແລະ ຄະນະບໍລິຫານງານທັງໝົດ 25 ອົງ, ປັດຈຸບັນ ມີ 23 ອົງ. ໂດຍແບ່ງຄວາມຮັບຜິດຊອບອອກເປັນ 1 ຫ້ອງການບໍລິຫານງານ ແລະ 5 ກັມມາທິການ ແລະ ພຣະສົງ: ທົ່ວແຂວງມີວັດທັງໝົດ 140 ວັດ (ວັດທີ່ມີພຣະສົງຢູ່ 49 ວັດ, ວັດທີ່ບໍ່ມີພຣະ ຢູ່ 91 ວັດ). ມີພຣະສົງ-ສາມະເນນທັງໝົດ 263 ອົງ (ພຣະພິກຂຸ 55 ອົງ ແລະ ສາມະເນນ 208 ຕົນ), ແລະ ໄດ້ສ້າງຕັ້ງ ໂຮງຮຽນມັດທະຍົມສົມບູນສົງ ແຂວງຜົ້ງສາລີ ໄດ້ 1 ຫຼັງ. ສ້າງຂຶ້ນເປັນ ຄັ້ງທໍາອິດ ທີ່ວັດໂພນທອງ.ບ້ານໂພນໂຮມ ເມືອງບຸນເໜືອ ແຂວງຜົ້ງສາລີ. ແລະ ມາຮອດປັດຈຸບັນສະຖິຕິການສຶກສາໃນສົກຮຽນ 2025-2026, ມີນັກຮຽນສົງ 58 ຕົນ ແລະ ຄະລາວາດ12 ນ້ອງ ເຂົ້າ ຮຽນ. ນອກນີ້ ຍັງມີນັກຮຽນສົງທີ່ໄປຮຽນຮ່ວມກັບສາຍສາມັນສຶກສາອີກ 140 ຕົນ. ມີບຸກຄະລາກອນຄູ-ອາຈານ ທັງໝົດ 22 ອົງ/ທ່ານ ການກໍ່ສ້າງ: ນໍາພາອອກຕົນຍາດໂຍມ ບູລະນະປະຕິສັງຂອນວັດວາອາຮາມ, ກຸຕິ, ວິຫານ ຖະນົນຫົນທາງ ລວມມູນຄ່າການກໍ່ສ້າງທົ່ວແຂວງປະມານ 24 ຕື້ກີບ ຈາກນັ້ນພຣະອາຈານຄະນະບໍລິຫານງານປະຈໍາ ການ ສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ຜ່ານຄໍາສັ່ງ ຂອງປະທານສູນກາງ ອພສ ວ່າດ້ວຍ ການ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວ ປະເທດ ສະໄໝທີ IX ພ້ອມທັງລາຍງານ ວິໄສທັດ, ທິດທາງແຜນການ, ວຽກງານຈຸດສຸມ ແລະ ແຜນພັດທະນາ ຂອງອົງການພຸດທະສາສະໜາ ສັມພັນ ແຫ່ງ ສປປ ລາວຕື່ມອີກ. ກອງປະຊຸມດັ່ງກ່າວຈັດຂື້ນໃນວັນທີ 23 ທັນວາ 2025ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຄະນະຜູ້ແທນພຣະສົງ ແລະ ແຂກຖືກເຊີນທັງ ໝົດ 1,123 ອົງ/ທ່ານ, ເພດຍິງ 350 ທ່ານ. ໃນນີ້ຜູ້ແທນສົມບູນຈໍານວນ 330 ອົງ ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາ ຢ່າງເປັນເອກະພາບ ຕໍ່ບົດລາຍງານຜົນສໍາເລັດການເຄື່ອນໄຫວວຽກງານ ຕະຫຼອດໄລຍະ 5 ປີ, ຮັບຮອງເອົາທິດທາງແຜນການ, ວຽກຈຸກສຸມ ແລະ ແຜນພັດທະນາອົງການອົງການພຸດທະສາສະໜາ 5 ປີຕໍ່ໜ້າ ຊຶ່ງຈະ ປະກອບມີ 11 ວຽກຈຸດສຸມ, 7 ແຜນງານ, 24 ໂຄງການ, 58 ກິດຈະກຳ;ຮັບຟັງການປະກອບຄໍາເຫັນຂອງບັນດາກະຊວງ-ອົງການ ປະກອບມີ 3 ພາກສ່ວນຄື: ກະຊວງວັດທະນະທຳ ແລະ ການທ່ອງ ທ່ຽວ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສູນກາງແນວລາວສ້າງ ຊາດ;ໄດ້ຄົ້ນຄວ້າ ແລະ ເປັນເອກະພາບສູງ ຮັບຮອງເອົາຄະນະບໍລິຫານ ງານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ສະໄໝທີ IX, ຈໍານວນ 99 ອົງ; ໄດ້ຮັບຮອງຄະນະ ກັມມະການບໍລິຫານງານປະຈຳການ ຈໍານວນ 26 ອົງ.
ທີ່ມາ: ຂ່າວສານແຂວງຜົ້ງສາລີ