
ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ມອບຕຶກຜ່າຕັດຫຼັງໃໝ່ ທີ່ໄດ້ມາດຕະຖານເຕັກນິກການແພດ ໃຫ້ແກ່ໂຮງໝໍເມືອງວິລະບູລີ ໃນວັນທີ 15 ພຶດສະພາ 2026 ນີ້, ເພື່ອເປັນຂອງຂວັນຊ່ວຍຍົກລະດັບຄຸນນະພາບຊີວິດ ແລະການປິ່ນປົວໃຫ້ແກ່ພໍ່ແມ່ປະຊາຊົນໃນທ້ອງຖິ່ນ.
ພິທີອັນມີຄວາມໝາຍຄວາມສຳຄັນນີ້ ໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ວາລິຍະ ສີຈັນທອງທິບ, ຮອງເລຂາພັກແຂວງສະຫວັນນະເຂດ; ທ່ານ ສຸກສາຄອນ ໂພທິລາດ, ກໍາມະການພັກແຂວງ, ເລຂາພັກເມືອງວິລະບູລີ; ທ່ານ ດຣ. ຈັນທະລາ ພາມີສິດ, ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ LXML. ພ້ອມນີ້ ຍັງມີບັນດາຄະນະປະຈຳພັກເມືອງ, ຫົວໜ້າຄະນະຫ້ອງການອ້ອມຂ້າງເມືອງ, ຄະນະອຳນວຍການໂຮງໝໍ, ແພດໝໍພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການກໍ່ສ້າງຕຶກຜ່າຕັດຫຼັງໃໝ່ນີ້ LXML ລວມມູນຄ່າທັງໝົດ 135,000 ໂດລາສະຫະລັດ, ຊຶ່ງແມ່ນບໍລິສັດ ວັດທະນາຄູນຊັບ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດ່ຽວ ເປັນຜູ້ຮັບເໝົາກໍ່ສ້າງ. ຕຶກດັ່ງກ່າວຖືກອອກແບບ ແລະ ຈັດສັນພື້ນທີ່ການໃຊ້ສອຍໃຫ້ສອດຄ່ອງກັບມາດຕະຖານການແພດຢ່າງຄົບຊຸດ ເຊິ່ງປະກອບມີ: ຫ້ອງຜ່າຕັດທົ່ວໄປ, ຫ້ອງຜ່າຕັດຕິດເຊື້ອ, ຫ້ອງກຽມກ່ອນຜ່າຕັດ, ຫ້ອງພັກຟື້ນ, ຫ້ອງແພດຍາມ, ຫ້ອງປ່ຽນເຄື່ອງຊາຍ-ຍິງ, ຫ້ອງເກັບເຄື່ອງເປື້ອນ, ຫ້ອງຊັກເຄື່ອງ, ຫ້ອງອົບເຄື່ອງ ແລະຫ້ອງເກັບເຄື່ອງອະເຊື້ອ ພ້ອມທັງຕິດຕັ້ງລະບົບໄຟຟ້າ ແລະນ້ຳປະປາທີ່ມີຄວາມທັນສະໄໝ ແລະ ປອດໄພສູງ.
ໃນພິທີ, ທ່ານ ສະໝານ ອະເນກາ ໄດ້ກ່າວມອບໂຄງການຍຸດທະສາດນີ້ໃຫ້ແກ່ອຳນາດການປົກຄອງເມືອງພ້ອມທັງເນັ້ນໜັກເຖິງວິໄສທັດຂອງບໍລິສັດວ່າ LXML ມີຄວາມຕັ້ງໃຈຢ່າງຍິ່ງທີ່ຈະຊ່ວຍຍົກລະດັບພື້ນຖານໂຄງລ່າງດ້ານສາທາລະນະສຸກໃນທ້ອງຖິ່ນ ເພື່ອຫຼຸດຜ່ອນອັດຕາການສົ່ງຕໍ່ຄົນເຈັບໄປໂຮງໝໍແຂວງ ໂດຍສະເພາະແມ່ນການຊ່ວຍໃຫ້ປະຊາຊົນໃນເຂດຫ່າງໄກສອກຫຼີກ ສາມາດເຂົ້າເຖິງການບໍລິການຜ່າຕັດ ແລະການປິ່ນປົວສຸກເສີນ ທີ່ທັນເວລາ, ປອດໄພ ແລະບໍ່ຕ້ອງເສຍເວລາ ແລະຄ່າໃຊ້ຈ່າຍໃນການເດີນທາງໄກ.
ໂອກາດດັ່ງກ່າວ, ທ່ານ ວາລິຍະ ສີຈັນທອງທິບ ໄດ້ຕາງໜ້າໃຫ້ແກ່ພາກລັດ ແລະ ປະຊາຊົນທ້ອງຖິ່ນ ກ່າວສະແດງຄວາມຂອບໃຈຢ່າງສູງ ແລະ ຍ້ອງຍໍຊົມເຊີຍຕໍ່ LXML ທີ່ຍາມໃດກໍເຫັນຄວາມສຳຄັນ ແລະ ປະກອບສ່ວນເຂົ້າໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນມາໂດຍຕະຫຼອດ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະແພດໝໍ ແລະ ບຸກຄະລາກອນທຸກພາກສ່ວນ ຈົ່ງຮ່ວມກັນປົກປັກຮັກສາ, ຄຸ້ມຄອງ ແລະນຳໃຊ້ຕຶກຜ່າຕັດຫຼັງນີ້ໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ ເພື່ອຮັບໃຊ້ສັງຄົມຢ່າງມີປະສິດທິພາບ.
ການມອບຕຶກຜ່າຕັດໃນຄັ້ງນີ້ ຖືເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນອັນຍາວນານຂອງ LXML ໃນການຮ່ວມມືກັບພາກລັດ ເພື່ອພັດທະນາສັງຄົມ ແລະ ຕອບແທນຜົນປະໂຫຍດຄືນສູ່ທ້ອງຖິ່ນຢ່າງເປັນຮູບປະທຳພາຍໃຕ້ຫຼັກການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບສູງ, ເຊິ່ງຖືເປັນອີກໜຶ່ງບາດກ້າວສຳຄັນຂອງ LXML ໃນການສ້າງຮອຍຍິ້ມ ແລະສຸຂະພາບທີ່ດີໃຫ້ແກ່ຊຸມຊົນຢ່າງແທ້ຈິງ.