ປາກເຊ ເລັ່ງກວດກາຈຸດສ່ຽງເສົາໄຟຟ້າ ເພື່ອສະກັດກັ້ນອັກຄີໄພ

ວັນທີ 18 ພຶດສະພາ 2026, ການນໍານະຄອນປາກເຊ ຮ່ວມກັບ ການນໍາພະແນກອຸດສາຫະກໍາ-ການຄ້າແຂວງ ຮ່ວມກັບ ຂະແໜງການກ່ຽວຂ້ອງ ໄດ້ເຄື່ອນໄຫວຕິດຕາມກວດກາເສົາໄຟຟ້າ ຈຸດທີ່ມີຄວາມສ່ຽງໃນການເກີດອັກຄີໄພ ຢູ່ນະຄອນປາກເຊ.
ເຊິ່ງຄັ້ງນີ້ໄດ້ເຄື່ອນໄຫວຕິດຕາມກວດກາເສົາໄຟຟ້າ ຈຸດທີ່ມີສ່ຽງໃນການເກີດໄຟໄໝ້ ຢູ່ນະຄອນປາກເຊ ໂດຍມີການນໍາ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຂອງພະແນກເຕັກໂນໂລຊີ-ການສື່ສານແຂວງ, ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຈໍາປາສັກ ແລະ ບໍລັດສັດ ໂທລະຄົມມະນາຄົມ ສາຂາແຂວງຈໍາປາສັກ ເຂົ້າຮ່ວມ.
ພາກສ່ວນກ່ຽວຂ້ອງລົງຕິດຕາມກວດກາເສົາໄຟຟ້າ ຈຸດທີ່ມີຄວາມສ່ຽງໃນການເກີດອັກຄີໄພ ຢູ່ດ້ານໜ້າຂອງສູນການຄ້າຕັງຈະເລີນ, ຕະຫຼາດໃໝ່ປາກເຊນະຄອນປາກເຊ ເພື່ອເກັບກໍາສະພາບຄວາມເປັນຈິງ ແລ້ວຮ່ວມກັນວາງທິດທາງແກ້ໄຂ ໃຫ້ວ່ອງໄວທັນການ ທັງຫຼີກເວັ້ນກາງເກີດອັກຄີໄພ ໃນຕໍ່ໜ້າ.
.
- ໜັງສືພິມຈຳປາໃໝ່