ຮອງລັດຖະມົນຕີ ຕ້ອນຮັບທູດ ສປ ຈີນ ເຂົ້າຢ້ຽມພົບປະ

ໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຜູ້ປະຈໍາການ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງ ທ່ານ ນາງ ຟາງຫົງ (FANG HONG) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເພື່ອສະແດງຄວມຍິນດີຊົມເຊີຍ ທີ່ໄດ້ຖືກແຕ່ງຕັ້ງດຳລົງຕໍາແໜ່ງໃໝ່ ຂອງ ທ່ານ ນາງ ພອນວັນ ອຸທະວົງ, ຖືກເແຕ່ງຕັ້ງເປັນຮອງລັດຖະມົນຕີ, ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການ.
ໃນໂອກາດນີ້, ນາງ ພອນວັນ ອຸທະວົງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຂອບໃຈຕໍ່ ທ່ານ ນາງ ຟາງຫົງ ພ້ອມດ້ວນຄະນະ ທີ່ໄດ້ມາຢ້ຽມຢາມອວຍພອນ ເນື່ອງໃນໂອກາດທີ່ໄດ້ມາດຳລົງຕໍາແໜ່ງໃໝ່ອັນຊົງກຽດ, ພ້ອມທັງໄດ້ແລກປ່ຽນສະພາບການລົງທຶນ ຂອງ ນັກທຸລະກິດ ສປ ຈີນ ທີ່ມາລົງທຶນຢູ່ ສປປ ລາວ. ນອກນີ້, ຍັງໄດ້ລາຍງານ ກ່ຽວກັບການຮ່ວມມື ກັບພາກສ່ວນກ່ຽວຂ້ອງ ຂອງ ສປ ຈີນ ໂດຍສະເພາະ ໄດ້ມີການແລກປ່ຽນຢ້ຽມຢາມລະຫວ່າງການນໍາຂັ້ນສູງ; ແລກປ່ຽນບົດຮຽນຢ່າງເປັນປົກກະຕິ ແລະ ມີການສະໜັບສະໜູນຊຶ່ງກັນ ແລະກັນ.
ໃນການເຂົ້າຢ້ຽມພົບປະຄັ້ງນີ້, ທ່ານທູດໄດ້ສະແດງຄວາມຍິນດີຕໍ່ ທ່ານຮອງລັດຖະມົນຕີພ້ອມທັງຢືນຢືນສະໜັບສະໜູນ ການສ້າງເສດຖະກິດເອກະລາດເປັນເຈົ້າຕົ້ນເອງ, ການປັບສະພາບແວດລ້ອມການລົງທຶນ ຂອງຝ່າຍລາວ ເພື່ອສົ່ງເສີມໃຫ້ທຸລະກິດທີ່ມີທ່າແຮງເຂົ້າມາລົງທຶນ, ສືບຕໍ່ດຶງດູດຊຸກຍູ້ນັກທຸລະກິດຈີນ ທີ່ມີທ່າແຮງເຂົ້າມາລົງທຶນໃຫ້ຫຼາກຫຼາຍ, ຊຸກຍູ້ການລົງທຶນ ສປ ຈີນ ທີ່ດຳເນີນທຸລະກິດ ຢູ່ ສປປ ລາວ ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍ ຄູ່ຮ່ວມຊາຕາກຳ ລາວ-ຈີນ.
ພ້ອມນີ້, ທ່ານຮອງລັດຖະມົນຕີ ໄດ້ຕີລະຄາສູງຕໍ່ສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ຊຶ່ງເປັນການຮ່ວມມືແບບຍຸດທະສາດ, ທີ່ມີມູນເຊື້ອສາຍພົວພັນມິດຕະພາບອັນແໜ້ນແກ່ນມາແຕ່ຍາວນານ. ຫວັງຢ່າງຍິ່ງວ່າ ສະຖານທູດກໍຄື ລັດຖະບານ ສປ ຈີນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ກໍຄືຊ່ວຍຊຸກຍູ້ວຽກງານໂຄສະນາດຶງດູດການລົງທຶນໃນຕໍ່ໜ້າ.
ຂ່າວ: ຕຸໄລເພັດ