U-17 ລາວ ໄດ້ຮັບເງິນຊົມເຊີຍຜົນງານ 565 ລ້ານກວ່າກີບ ຈາກການເຂົ້າເຖິງຮອບ 4 ທີມສຸດທ້າຍ

U-17 ປີ ທີມຊາດລາວ ໄດ້ຮັບເງິນຊົມເຊີຍຜົນງານທັງໝົດ 565.800.000 ກີບ ຈາກການເຂົ້າເຖິງຮອບ 4 ທີມສຸດທ້າຍ ການແຂ່ງຂັນບານເຕະຊາຍ U17 ປີ ຊີງແຊັມອາຊຽນ 2026 ທີ່ປະເທດອິນໂດເນເຊຍ ໃນລະຫວ່າງ ວັນທີ 11-24 ເມສາ 2026.
 
ນີ້ເປັນຄັ້ງທຳອິດໃນຮອບ ປີ ທີ່ U-17 ປີ ທີມຊາດລາວ ສາມາດເຂົ້າເຖິງຮອບ 4 ທີມສຸດທ້າຍ ການແຂ່ງຂັນບານເຕະຊີງແຊັມລະດັບອາຊຽນ ໃນຮອບ 11 ປີ ແລະ ຈົບອັນດັບທີ 4 ຈາກ 12 ທີມເຂົ້າຮ່ວມຈາກຜົນງານດັ່ງກ່າວເຮັດໃຫ້ກອງເຊຍບານປິຕິຍິນດີຢ່າງຍິ່ງ ແລະ ຫຼາຍພາກສ່ວນໃຫ້ການຊຸກຍູ້ສະໜັບສະໜູນ ແລະ ຊົມເຊີຍຜົນງານ ດ້ວຍການມອບເງິນລາງວັນ ແລະ ວັດຖຸ ໃຫ້ແກ່ຄະນະຊຸດນີ້ ລວມທັງໝົດ 565.800.000 ກີບ ໂດຍສະເພາະການນຳກະຊວງສຶກສາທິການ ແລະ ກີລາ ສະຫະພັນບານເຕະແຫ່ງຊາດລາວ ສະຫະພັນບານເຕະແຂວງສາລະວັນ ບັນດາບໍລິສັດຫ້າງຮ້ານ ແລະ ສ່ວນບຸກຄົນ ເຊິ່ງເງິນສົດຈຳນວນດັ່ງກ່າວ ແມ່ນໄດ້ເບີກຈ່າຍໃຫ້ນັກກີລາທຸກຄົນຢ່າງຄົບຖ້ວນ ຕາມຈຸດປະສົງຂອງຜູ້ໃຫ້ການອຸປະຖໍາທຸກປະການ.
 
ແນວໃດກໍດີ ຕາງໜ້າ U17 ທີມຊາດລາວ ໄດ້ສະແດງຄວາມຮູ້ບຸນຄຸນ ແລະຂອບໃຈເຖິງກອງເຊຍບານທຸກທ່ານ ທີ່ໃຫ້ກຳລັງໃຈ ເຊຍທຸກນັດ ແລະຫວັງຢ່າງຍິ່ງວ່າຈະໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ແຮງເຊຍຈາກທຸກທ່ານໃນອະນາຄົດອັນໃກ້ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນຊີງແຊັມອາຊີ 2027 ຮອບຄັດເລືອກ ໃນວັນທີ 12–20 ພະຈິກ 2026.