ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ຕໍ່ບັນຫາເນື້ອໃນ ສໍາຄັນ ຄື: ຜົນການນໍາພາ-ຊີ້ນໍາຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ປະຈໍາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026; ຮ່າງບົດ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ວຽກງານສາມສ້າງ ຂອງຄະນະບໍລິຫານງານສູນກາງພັກ. ໃນນັ້ນ, ຈະຍົກລະດັບການພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກຂອງປະຊາຊົນເປັນວາລະແຫ່ງຊາດ; ຮ່າງມະຕິວ່າດ້ວຍການຕ້ານ, ສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂພະຍາດອາຍາສິດ, ການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ແລະ ການຟຸມເຟືອຍໃນກົງຈັກການຈັດຕັ້ງ ແລະ ໃນສັງຄົມ. ນອກຈາກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຂອງສູນກາງພັກ ຈຳ ນວນໜຶ່ງ ເປັນຕົ້ນ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 11/ຄລສພ, ລົງວັນທີ 07 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີການຊີ້ນໍາຂອງຄະນະພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນ ຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນວ່າ: ເມື່ອທົບທວນຄືນທັດສະນະ, ແນວ ທາງ, ແຜນນະໂຍບາຍ ຂອງພັກເຮົາໃນຫຼາຍສິບປີຜ່ານມາ, ພວກເຮົາ ເຫັນໄດ້ຢ່າງຊັດເຈນວ່າ ການນໍາພາພັດທະນາ ປະເທດຊາດ ໃຫ້ຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາ, ຍົກລະດັບຄຸນະພາບຊີວິດຂອງປະຊາຊົນ ໃຫ້ສູງຂຶ້ນ ແລະ ບືນຕົວກ້າວຂຶ້ນເປັນປະເທດກໍາລັງພັດທະນາ ແມ່ນພາລະກໍາປະຫວັດສາດ ແຫ່ງການນໍາພາຂອງພັກ ຍຸກໃໝ່.
ພັກເຮົາ ເວລາໃດກໍຢືນຢັນຢ່າງໜັກແໜ້ນວ່າ ການພັດທະນາແມ່ນຄວາມຈຳເປັນແຖວໜ້າ ຫລື ຄວາມຈຳ ເປັນອັນດັບໜຶ່ງ ແລະ ເປັນໜ້າທີ່ປະຫວັດສາດໃນຍຸກໃໝ່ຂອງພັກ, ທັງເປັນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ຂອງປະຊາຊົນເຮົາ. ການນໍາພາພັດທະນາ ຂອງພັກເຮົາ ຕ້ອງບັນລຸເຖິງການແກ້ໄຂບັນຫາພື້ນຖານກວມລວມ ນັ້ນຄື ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຄວາມດ້ອຍພັດທະນາຂອງປະເທດຊາດ ໃຫ້ໄດ້; ຍູ້ກຳລັງການຜະ ລິດໃຫ້ຂະຫຍາຍຕົວ ເພື່ອມີພື້ນຖານວັດຖຸເຕັກນິກທີ່ທັນສະໄໝຂຶ້ນເລື້ອຍໆ ເພື່ອຮັບປະກັນໃຫ້ຈັງຫວະການເຕີບ ໂຕຂອງເສດຖະກິດແຫ່ງຊາດ ດຳເນີນໄປຢ່າງຕໍ່ເນື່ອງ, ເຮັດໃຫ້ປະເທດຊາດ ນັບມື້ນັບຈະເລີນກ້າວໜ້າ, ປະຊາຊົນ ມີຄຸນະພາບຊີວິດດີຂຶ້ນ, ສັງຄົມ ມີຄວາມຍຸຕິທຳຫລາຍຂຶ້ນ ແລະ ມີຄວາມສະຫງົບປອດໄພ.
ພັກເຮົາ ໄດ້ກໍານົດທິດນໍາສໍາຄັນໃນການພັດທະນາຄື: “ຕ້ອງຮັບປະກັນຄວາມຍືນຍົງ, ນໍາໃຊ້ທ່າແຮງດ້ານ ຊັບພະຍາກອນທີ່ມີໃຫ້ສົມສ່ວນ, ຄຸ້ມຄ່າ, ມີປະສິດທິຜົນ, ທັງຮັບປະກັນບໍ່ໃຫ້ບົກແຫ້ງ. ການພັດທະນາເສດຖະກິດ ຕ້ອງໄປຄຽງຄູ່ກັບການພັດທະນາຄົນ, ສ້າງຄົນໃຫ້ມີທັງຄວາມຮູ້ຄວາມສາມາດ, ມີຄວາມໜັກແໜ້ນທາງດ້ານທາດ ແທ້ການເມືອງ, ມີຄຸນສົມບັດສິນທໍາ, ມີຄວາມກະຕືລືລົ້ນ ແລະ ມີຄວາມບຸກບືນສູ້ຊົນສູງໃນການພັດທະນາ; ອັນສໍາ ຄັນຕ້ອງໃຫ້ຄົນໃນຊາດ ໄດ້ຮັບຜົນປະໂຫຍດຢ່າງສົມເຫດສົມຜົນ ຈາກການພັດທະນາ ເພື່ອໃຫ້ຄົນກາຍເປັນກໍາລັງ ແຮງທີ່ແທ້ຈິງ ຂອງການພັດທະນາ”. ເພື່ອບັນລຸທິດນໍານັ້ນ, ຕ້ອງກໍ່ສ້າງຮາກຖານການເມືອງ, ສ້າງຄວາມເຂັ້ມແຂງ ແຕ່ຮາກຖານຂຶ້ນມາ, ເອົາປະຊາຊົນເປັນກົກ, ເອົາຊົນນະບົດ ເປັນເປົ້າໝາຍການພັດທະນາ ຢ່າງມີແຜນການ ແລະ ມີຈຸດສຸມທີ່ຈະແຈ້ງ. ຖ້າຄວາມທຸກຍາກ ຂອງປະຊາຊົນ ບໍ່ໄດ້ຮັບການແກ້ໄຂຢ່າງເປັນຮູບປະທຳ, ພັກເຮົາ ຕ້ອງມີ ຄວາມຮັບຜິດຊອບ.
ພ້ອມກັນນັ້ນ, ສະຫາຍເລຂາທິການໃຫຍ່ ຍັງໄດ້ເນັ້ນໜັກໃຫ້ບັນດາສະຫາຍຕ້ອງໄດ້ເພີ່ມທະວີຄວາມຮັບ ຜິດຊອບການເມືອງ ສຸມສະຕິປັນຍາຄົ້ນຄວ້າ, ຄິດຫງໍາ, ຕຶກຕອງ ແລະ ປະກອບຄຳຄິດຄຳເຫັນ ຢ່າງມີ ຈຸດສຸມ, ກະທັດຮັດ ຕໍ່ເນື້ອໃນຕ່າງໆໃຫ້ມີຄວາມເລິກເຊິ່ງ, ໜັກແໜ້ນ, ເປັນສະຕິປັນຍາລວມໝູ່ ຂອງສູນກາງພັກ ໃນການບູລະນະແນວທາງ, ນະໂຍບາຍ ເພື່ອເປັນທິດຊີ້ນໍາໃຫ້ແກ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນ ຈິງ ເຮັດໃຫ້ຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ວາງອອກ ບັນລຸຜົນສໍາເລັດຢ່າງຈົບງາມ.