ທະນາຄານແຫ່ງ ສປປ ລາວ ຮັກສາອັດຕາດອກເບ້ຍພື້ນຖານ 8% ຕໍ່ປີ ເພື່ອຮັບມືວິກິດລາຄານໍ້າມັນ ແລະເງິນເຟີ້

ໃນຕອນເຊົ້າຂອງວັນທີ 18 ພຶດສະພາ 2026, ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ II ປະຈຳປີ 2026 ໂດຍການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການ ທຫລ, ປະທານຄະນະກຳມະການນະໂຍບາຍເງິນຕາ, ບັນດາຮອງປະທານ, ກຳມະການ, ຄະນະຜູ້ວ່າການ ທຫລ, ຄະນະກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ປະເມີນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ I ປະຈຳປີ 2026, ໂດຍສະເພາະການຜັນຂະຫຍາຍມະຕິດັ່ງກ່າວ ເປັນຕົ້ນ ສະຫຼຸບການຈັດຕັ້ງປະຕິບັດບັນດາເຄື່ອງມືນະໂຍບາຍເງິນຕາ ແລະ ທິດທາງການຈັດຕັ້ງປະຕິບັດບັນດາເຄື່ອງມືນະໂຍບາຍເງິນຕາ ແລະ ອັດຕາແລກ ປ່ຽນ ໃນຕໍ່ໜ້າ; ພ້ອມນັ້ນ, ຍັງໄດ້ຮັບຟັງການລາຍງານສະພາບການສະໜອງນໍ້າມັນເຊື້ອໄຟ ແລະ ມາດຕະການຄຸ້ມຄອງລາຄານໍ້າມັນເຊື້ອໄຟ ໃນໄລຍະສົງຄາມຢູ່ຕາເວັນອອກກາງ; ສະພາບການສະໜອງເງິນຕາຕ່າງປະເທດໃຫ້ການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ມາດຕະການໃນຕໍ່ໜ້າ, ມາດຕະການທາງດ້ານນະໂຍບາຍການເງິນ ຕາມຄໍາສັ່ງເລກທີ 40/ນຍ ເປັນຕົ້ນ ນະໂຍບາຍພາສີ-ອາກອນ, ນະໂຍບາຍນໍາເຂົ້າລົດໄຟຟ້າ ແລະ ນະໂຍບາຍອື່ນໆ ເພື່ອຮອງຮັບຜົນກະທົບຈາກສົງຄາມຢູ່ຕາເວັນອອກກາງ ແລະ ຄວາມຄືບໜ້າໃນການຊໍາລະໜີ້ທີ່ເປັນເງິນຕາຕ່າງປະເທດຂອງພາກລັດ.
ຜ່ານການສັງເກດຕີລາຄາ ຂອງຄະນະກຳມະການນະໂຍບາຍເງິນຕາ ເຫັນວ່າ: ໃນໄລຍະຕົ້ນປີ 2026 ສະພາບເສດຖະກິດຂອງ ສປປ ລາວ ຍັງສືບຕໍ່ປະເຊີນໜ້າກັບຄວາມສ່ຽງຫຼາຍດ້ານ ເປັນຕົ້ນແມ່ນຄວາມບໍ່ແນ່ນອນ ແລະ ຄວາມບໍ່ສະຫງົບຢູ່ຕາເວັນອອກາງ ທີ່ສົ່ງຜົນກະທົບຕໍ່ລາຄາສິນຄ້າພາຍໃນ ໂດຍສະເພາະລາຄານໍ້າມັນເຊື້ອໄຟ ພາຍໃນ ສປປ ລາວ ທີ່ມີບາງໄລຍະປັບຂຶ້ນແບບກ້າວກະໂດດ ຕາມລາຄາຂອງນໍ້າມັນຢູ່ສາກົນ ຊຶ່ງເປັນປັດໄຈໜຶ່ງທີ່ເຮັດໃຫ້ອັດຕາເງິນເຟີ້ ເພີ່ມຂຶ້ນມາຢູ່ໃນລະດັບ 2 ຕົວເລກໃນເດືອນເມສາ 2026. ພ້ອມນີ້, ໃນສັງຄົມ ຍັງມີການນໍາໃຊ້ເງິນຕາຫຼາຍສະກຸນ ເພື່ອຊໍາລະພາຍໃນປະເທດ ເຮັດໃຫ້ການດໍາເນີນນະໂຍບາຍເງິນຕາ ມີຂໍ້ຈໍາກັດ, ການຄຸ້ມຄອງເງິນຕາຕ່າງປະເທດ ຍັງພົບຄວາມຫຍຸ້ງຍາກ ແລະ ຊັກຊ້າ ຍ້ອນກິດຈະກໍາທາງເສດຖະກິດນອກລະບົບ ຍັງມີຫຼາຍ ບວກກັບພັນທະໜີ້ສິນຕໍ່ຕ່າງປະເທດຍັງມີສູງ, ການສະໜອງສິນເຊື່ອຂອງລະບົບທະນາຄານ ຍັງບໍ່ທັນໃຫ້ເຫັນເຖິງຄວາມເຂັ້ມແຂງຂອງການຜະລິດພາຍໃນປະເທດ. ສະນັ້ນ, ເພື່ອສືບຕໍ່ຮັກສາສະຖຽນລະພາບທາງດ້ານເງິນຕາແຫ່ງຊາດ ໃຫ້ໝັ້ນທ່ຽງ ແລະ ປະກອບສ່ວນຊຸກຍູ້ການຂະຫຍາຍຕົວ ຂອງເສດຖະກິດ, ຄະນະກຳມະການນະໂຍບາຍເງິນຕາ ຈຶ່ງເຫັນດີຮັບຮອງເອົາທິດທາງ ແລະ ມາດຕະການໃນການດໍາເນີນນະໂຍບາຍເງິນຕາໃນຕໍ່ໜ້າ ດັ່ງນີ້:
1. ສືບຕໍ່ຮັກສາອັດຕາດອກເບ້ຍພື້ນຖານຂອງ ທຫລ ໄລຍະ 7 ວັນ ໄວ້ໃນລະດັບເດີມ ຄື: 8% ຕໍ່ປີ;
2. ສືບຕໍ່ປະຕິບັດນະໂຍບາຍເງິນຕາແບບປະສົມປະສານ ໂດຍສະເພາະສືບຕໍ່ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເປັນລະບົບຄົບຊຸດ ແລະ ຮັບປະກັນໄດ້ການຄຸ້ມຄອງກະແສເງິນໄຫຼ ເຂົ້າ-ອອກ ຈາກການຄ້າ ແລະ ການລົງທຶນ; ສືບຕໍ່ປະຕິບັດການລວມສູນບັນຊີເງິນຝາກຂອງລັດຖະບານ (TSA), ສືບຕໍ່ນໍາໃຊ້ເຄື່ອງມືນະໂຍບາຍເງິນຕາ ກໍຄື ການອອກພັນທະບັດ ທຫລ ຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ແລະ ຄຸ້ມຄອງອັດຕາແລກປ່ຽນ ເພື່ອປ້ອງກັນບໍ່ໃຫ້ເງິນເຟີ້ຂະຫຍາຍຕົວແຮງ;
3. ທຫລ ຈະສົມທົບກັບ ກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອທົບທວນສະພາບການສະໜອງສິນເຊື່ອ, ຄົ້ນຄວ້າດັດປັບນະໂຍບາຍທີ່ຈຳເປັນ ເພື່ອຊຸກຍູ້ການສະໜອງສິນເຊື່ອ ໃຫ້ໜັກແໜ້ນກວ່າເກົ່າ ໂດຍສະເພາະແມ່ນສິນເຊື່ອ ເພື່ອການຜະລິດລະດູຝົນ, ການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ການສົ່ງອອກ ແນ່ໃສ່ຊຸກຍູ້ການຂະຫຍາຍຕົວ ຂອງເສດຖະກິດຕື່ມອີກ.
ກອງປະຊຸມດັ່ງກ່າວ ໄດ້ດໍາເນີນເປັນເວລາເຄິ່ງວັນ, ຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນຊຶ່ງກັນ ແລະ ກັນຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມມີຜົນສໍາເລັດຕາມລະດັບຄາດໝາຍເປັນຢ່າງດີ.
ຂ່າວ: ທຫລ