ກັກຕົວກຸ່ມໄວລຸ້ນ ແລະເຈົ້າຂອງຮ້ານບັນເທີງ 17 ຄົນ ເປີດເພງກາຍໂມງ ສ້າງສຽງເນືອງນັນລົບກວນປະຊາຊົນ

ປກສ #ແຂວງຊຽງຂວາງ ລາຍງາຍວ່າ: ວັນທີ 14 ພຶດສະພາ 2026 ນີ້, ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຊຽງຂວາງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ກວດກາຮ້ານບັນເທີງ ແຫ່ງໜຶ່ງ. ພາຍຫລັງໄດ້ຮັບຫາງສຽງຈາກປະຊາຊົນວ່າ: ຮ້ານດັ່ງກ່າວ ໄດ້ເປີດກາຍໂມງເວລາກໍານົດ ແລະ ເປີດເພງສຽງເນືອງນັນ ສ້າງຄວາມເດືອດຮ້ອນ ແລະ ລົບກວນເວລາພັກຜ່ອນຂອງປະຊາຊົນ ໃນບໍລິເວນອ້ອມຂ້າງ.
 
ຜ່ານການລົງກວດກາຕົວຈິງ ຢູ່ສະຖານທີ່ດັ່ງກ່າວ, ສາມາດກວດພົບ ແລະ ກັກ ຕົວໄວລຸ້ນ ທີ່ກໍາລັງປາຕີ້ມົ້ວສຸມສິ່ງມືນເມົາ ແລະ ສິ່ງເສບຕິດ ປະເພດປຸມເປົ້າ ບັນຈຸສານໄນຕັສອອກໄຊ ຈໍານວນ 17 ຄົນ, ຍິງ 6 ຄົນ. ຊຶ່ງເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວພວກກ່ຽວທັງໝົດ ມາສອບສວນ ຢູ່ພະແນກວິຊາສະເພາະ.
ຜ່ານການສອບສວນພວກກ່ຽວໄດ້ຮັບສາລະພາບວ່າ: ໄດ້ພາກັນມົ້ວສຸມສິ່ງມືນ ເມົາ ແລະ ເສບສານເສບຕິດປຸມເປົ້າ ຢູ່ສະຖານທີ່ແຫ່ງນີ້ແທ້, ຕໍ່ກໍລະນີນີ້ ເຈົ້າໜ້າທີ່ຈຶ່ງໄດ້ເຮັດບົດບັນທຶກ ສຶກສາອົບຮົມ ກ່າວເຕືອນບັນດາໄວລຸ້ນກຸ່ມດັ່ງກ່າວ ພ້ອມທັງໄດ້ມອບໃຫ້ພໍ່ແມ່ ແລະ ຜູ້ປົກຄອງ ຮັບຕົວໄປສຶກສາອົບຮົມ ແລະ ຕັກເຕືອນ.
 
ສໍາລັບເຈົ້າຂອງຮ້ານບັນເທີງ ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກກ່າວເຕືອນ ແລະ ສຶກສາອົບຮົມຢ່າງເຂັ້ມງວດ ໂດຍຫ້າມບໍ່ໃຫ້ເປີດບໍລິການກາຍໂມງ ກາຍເວລາ ແລະ ຫ້າມບໍ່ໃຫ້ເປັນບ່ອນອໍານວຍຄວາມສະດວກໃຫ້ແກ່ກຸ່ມໄວລຸ້ນ ມາໃຊ້ເປັນບ່ອນມົ້ວສຸມສິ່ງເສບຕິດຢ່າງເດັດຂາດ, ຫາກເຈົ້າໜ້າທີ່ກວດພົບເຫັນ ການລະເມີດໃນຄັ້ງຕໍ່ໄປ ແມ່ນຈະໄດ້ດໍາເນີນຄະດີຕາມລະບຽບກົດໝາຍ.