ຜັນຂະຫຍາຍການນຳໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນພາກລັດ ແລະ ຫັນວຽກງານການເງິນພາກລັດ​ ເປັນທັນສະໄໝ

ໃນວັນທີ 19 ພຶດສະພາ 2026 ນີ້ ທີ່ຫໍປະຊຸມໃຫ່ຍຂອງແຂວງອັດຕະປື, ໄດ້​ຈັດ​ກອງປະຊຸມຜັນຂະຫຍາຍການນຳໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນພາກລັດ ແລະ ຫັນວຽກງານການເງິນພາກລັດເປັນທັນສະໄໝ,​ ໂດຍການເປັນປະທານຂອງທ່ານ ປອ ວິໄລທອງ ສຸດທະວິໄລ ກຳມະການພັກກະຊວງ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ,​ ມີ​ທ່ານ ນາງ ໄຍຄໍາ ສີຊານົນ ຮອງຫົວໜ້າພະ​ແນກການເງິນແຂວງ,​ ພ້ອມດ້ວຍ​ພະແນກການ​ອ້ອມຂ້າງ​ແຂວງ​ ແລະ​ ເມືອງ​ເຂົ້າຮ່ວມ.​
 
ທ່ານ ປອ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວ​ສານການເງິນ ກະຊວງການເງິນ ໄດ້ກ່າວມີຄໍາເຫັນວ່າ: ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດລະບົບຂໍ້​ມູນຂ່າວສານການເງິນພາກລັດ ໄດ້ມີຄວາມພະຍາຍາມ ແລະສຸມໃສ່ດ້ວຍ​ຄວາມຮັບຜິດຊອບສູງ ບົນພື້ນຖານບຸກທະລຸ ມີການຫັນປ່ຽນໄປສູ່ຄຸນ​ນະພາບ ການພັດທະນາວຽກງານຄຸ້ມຄອງງົບປະມານແຫ່ງລັດເປັນທັນສະໄໝ. ສຳລັບການນຳໃຊ້ລະ​ບົບ LIFMIS ຢູ່ແຂວງອັດຕະປື​ ໃນໄລຍະຜ່ານມາ ເຫັນວ່າສາມາດຄຸ້ມ​ຄອງບັນຊີລາຍຮັບ-ລາຍຈ່າຍງົບປະມານ ຜ່ານບັນຊີລວມສູນ TSA ໄດ້ຢ່າງມີປະສິດທິຜົນ, ສາມາດຕິດ​ຕາມຕົວເລກຂໍ້ມູນໄດ້ທັນເວລາ, ຊ່ວຍຫຼຸດຜ່ອນການນຳໃຊ້ເອກະ​ສານເຈ້ຍ ແລະ ຫຼຸດຜ່ອນຂັ້ນຕອນການດຳເນີນວຽກຕ່າງໆໃຫ້ກະທັດຮັດຂຶ້ນ​.
 
ໃນທີ່ປະຊຸມບັນດາຜູ້ເຂົ້າຮ່ວມ​ໄດ້​ຮັບຟັງ​ການຜັນຂະຫຍາຍລະບົບຄູ້ມຄອງໃບບິນອາກອນເອເລັກໂຕຣນິກ,​ ການຈັດຕັ້ງປະຕິບັດ ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນພາກລັດ ຢູ່​ ສປປ ລາວ (LIFMIS), ການຈັດຕັ້ງປະຕິບັດວຽກງານຄັງເງີນແຫ່ງລັດປະຈໍາປີ​ 2026​ ໃນລະ​ບົບຄຸ້ມຄອງຂໍ້ມູນຂ່າວສານການເງິນພາກ (LIFMIS), ລະບົບຖານຂໍ້ມູນໃຫ່ຍລວມສູນເຊື່ອມຕໍ່ແລກປ່ຽນຂໍ້​ມູນ​ ແລະ​ ວີເຄາະວີໃຈຂໍ້ມູນ​ ແລະ​ ລະບົບດໍາເນີນເອກະສານທາງການຂອງກະຊວງການເງີນ,​ ການສ້າງຕັ້ງສູນຄຸ້ມ​ຄອງລະບົບຂໍ້ມູນຂ່າວສານການເງີນປະຈໍາພາກ​ 4​ ຂອງກົມເຕັກໂນໂລຊີຂໍ້ມູນຂ່າວສານການເງີນ.
 
ທ່ານ ປອ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ແລະ ທ່ານ ນາງ ໄຍຄໍາ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ ຍັງໄດ້ເນັ້ນໜັກໃຫ້ທຸກພາກ​ສ່ວນ ຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການໃນການນຳໃຊ້ລະ​ບົບ LIFMIS ຢ່າງເຕັມຮູບແບບ, ຊຸກຍູ້ການເບີກຈ່າຍງົບປະມານຜ່ານບັນຊີລວມສູນ (TSA) ໂດຍນຳໃຊ້ບັດເງິນສົດ (Smart Cash) ແລະລາຍເຊັນເອເລັກໂຕຣນິກ (E-Signature) ເພື່ອເພີ່ມຄວາມວ່ອງໄວ, ສະ​ດວກ ແລະທັນສະໄໝ ໃນການບໍລິຫານການເງິນພາກລັດ.​ ນອກນັ້ນ, ຍັງໄດ້ເນັ້ນໃຫ້ພະນັກ​ງານ-ລັດຖະກອນ ສືບຕໍ່ຄົ້ນຄວ້າ, ກຳແໜ້ນຂັ້ນຕອນການນຳໃຊ້ລະບົບ LIFMIS ແລະການຄຸ້ມຄອງລະບົບ E-Tax Invoice ໃຫ້ເລິກເຊິ່ງ, ພ້ອມທັງຊຸກ​ຍູ້, ແນະນຳ ແລະເຜີຍແຜ່ລະບຽບການ, ກົດໝາຍຕ່າງໆ ໃຫ້ຖືກຕ້ອງ. ໃນກໍລະນີພົບບັນຫາ ຫຼື ຂໍ້ຂັດຂ້ອງ ໃຫ້ຮີບຮ້ອນລາຍງານ ແລະ ປັບປຸງແກ້ໄຂໃຫ້ທັນການ ເພື່ອຮັບປະກັນໃຫ້ການຫັນວຽກງານການເງິນພາກລັດ​ ເປັນທັນສະໄໝ ບັນລຸຕາມຄາດໝາຍທີ່ວາງໄວ້.
ຂ່າວ: ວັດທະນາ