ປກສ ເມືອງໄຊເສດຖາ ຈັບຕົວຍິງສາວອາຍຸ 27 ປີ ຄ້າ-ຂາຍ ໃບກະທ້ອມ

ອີງຕາມຂໍ້ມູນຂອງເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ແຂວງອັດຕະປື ລາຍງານໃຫ້ຮູ້ວ່າ: ໃນວັນທີ 18 ພຶດສະພາ 2026 ທາງເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງໄຊເສດຖາ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຢູ່ບ້ານຫາດຊັນ ຄຸ້ມຈັດສັນ Km 26 ເມືອງໄຊເສດຖາ ວ່າມີເປົ້າໝາຍເຄື່ອນໄຫວ ຄ້າ-ຂາຍ ຈໍາໜ່າຍ ສິ່ງເສບຕິດ ປະເພດໃບກະທ້ອມ, ເຊິ່ງພາຍຫຼັງໄດ້ຮັບຂໍ້ມູນຈາກແຫຼ່ງຂ່າວແລ້ວ ທາງເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາ ຕິດຕາມແຫ່ງຂ່າວດັ່ງກ່າວ ແລ້ວເຫັນວ່າມີມູນຕາມຄວາມເປັນຈິງ, ຕໍ່ມາຮອດເວລາ 8:30 ຂອງວັນດຽວກັນ ທາງເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວ ນາງ ນ້ອຍ ອາຍຸ 27 ປີ, ອາຊີບຫວ່າງງານ, ບ້ານເກີດ ບ້ານກອງຕູ່ນ, ເມືອງປາກຊ່ອງ ແຂວງຈຳປາສັກ, ບ້ານຢູ່ປະຈຸບັນ ບ້ານຫາດຊັນ ເມືອງໄຊເສດຖາ ແຂວງອັດຕະປື, ພ້ອມເຄື່ອງຂອງກາງປະເພດ ໃບກະກະທ້ອມ ນ້ຳໜັກຈຳນວນ 2,5 ກິໂລ ແລະ ນ້ຳຢາດາທິດຊິນ ຈຳນວນ 42 ຂວດ.
ຜ່ານການສຶບສວນ-ສອບສວນ ຂອງເຈົ້າໜ້າທີ່ ນາງ ນ້ອຍ ໄດ້ຮັບສາລະພາບວ່າ: ຕົນເອງໄດ້ ຄ້າ-ຂາຍ,ຈຳໜ່າຍ ໃບກະທ້ອມມາແຕ່ເດືອນ ພຶດສະພາ ປີ 2026 ແລະ ປັດຈຸບັນ ທາງເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ຄະດີດັ່ງກ່າວສົ່ງໃຫ້ ພະແນກສະກັດ ແລະ ຕ້ານຢາເສບຕິດ ປກສ ແຂວງອັດຕະປື ສືບຕໍດຳເນີນຄະດີ ຕໍ່ນາງ ນ້ອຍ ຕາມລະບຽບຂອງກົດໝາຍ.