ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ຊື້-ຂາຍ ຖຸລຽນລາວ

ໃນວັນທີ 19 ພຶດສະພາ 2026 ນີ້, ຢູ່ທີ່ ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ Eleven Gold Fruit ກັບ ບໍລິສັດ Nanjing Qiandu Culture Technology Co.,LTD ວ່າດ້ວຍການຮ່ວມມືຊື້-ຂາຍ ຖຸລຽນລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ , ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ, ທ່ານ ກ່າວ ຊິ້ວຢູ ປະທານ ບໍລິສັດ ໜານຈິງຊຽນຕູ້ ວັດທະະທຳ ແລະ ເຕັກໂນໂລຊີ ຈຳກັດຜູ້ດຽວ, ທ່ານ ເອລາວັນ ລາດປາກດີ ປະທານບໍລິສັດ Eleven Gold Fruit ຈໍາກັດ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
 
ຈຸດປະສົງລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້, ເພື່ອເປັນການສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈໃນການ ຊື້-ຂາຍ ຖຸລຽນລາວ ທັງສອງຝ່າຍ ເພື່ອຢືນຢັນຄວາມສໍາພັນການຮ່ວມມືແບບຍາວນານ ແລະ ຮອບດ້ານ ລະຫວ່າງ ບໍລິສັດ Eleven Gold Fruit ກັບ ບໍລິສັດ Nanjing Qiandu Culture Technology Co.,LTD. ເຊິ່ງພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ ຖືເປັນມິດໝາຍອັນດີໃນການຄ້າຂາຍ ລະຫວ່າງ ສປປ ລາວ- ສປ ຈີນ ເປັນການເພີ່ມທະວີສາຍພົວພັນຮັດແນ້ນການຄ້າ ລະຫວ່າງ ລາວ-ຈີນ ໃຫ້ນັບມືນັບຂະຫຍາຍຕົວ ເຮັດໃຫ້ການຮ່ວມສ້າງ “ຄູ່ຮ່ວມສະຕາກຳ ລາວ-ຈີນ ຈີນ-ລາວ” ໃຫ້ເກີດດອກອອກຜົນໃນພາກປະຕິບັດຕົວຈິງ, ຜະລິດຕະພັນກະສິກຳຂອງລາວ ໂດຍສະເພາະ ແມ່ນຖຸລຽນ ເຊິ່ງຖືວ່າເປັນໝາກໄມ້ ທີ່ກຳລັງໄດ້ຮັບຄວາມນິຍົມໃນຕະຫຼາດ ສປ ຈີນ ເຊິ່ງຈະສາມາດເດິນທາງໄປສູ່ຜູ້ບໍລິໂພກ ໄດ້ຢ່າງສະດວກວ່ອງໄວ ແລະ ຍັງຮັກສາຄວາມສົດໃໝ່ ໄວ້ໄດ້ເປັນຢ່າງດີ, ການລົງນາມໃນຄັ້ງ ຈະເປັນການຊ່ວຍຊຸກຍູ້ ແລະ ຍົກລະດັບໃຫ້ແກ່ການປູກຖຸລຽນໃນລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ເປັນລະບົບເຂົ້າສູ່ມາດຕະຖານສາກົນ.
 
ໃນພິທີທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງ ໄດ້ມີເນັ້ນໜັກຕໍ່ພິທີ ລົງນາມເຊັນບົດບັນທຶກ ໃນຄັ້ງນີ້ ປະກອບມີ 3 ຢ່າງທີ່ຜູ້ປະກອບການຕ້ອງເອົາໃຈໃສ ດັ່ງນີ້ 1). ຂະບວນການຜະລິດຕ້ອງໄດ້ຮັບການຢັ້ງຢືນມາດຕະຖານກະສິກໍາສະອາດ ໂດຍສະເພາະແມ່ນຄວາມປອດໄພຂອງຜູ້ບໍລິໂພກ, ສໍາລັບ ການກວດກາວິໄຈສານພິດຕົກຄ້າງແມ່ນມີຄວາມສໍາຄັນ ແລະ ຕ້ອງໄດ້ມີການຄວບຄຸມຕາມມາດຕະຖານກະສິກຳທີ່ດີ ( GAP) ເປັນຢ່າງຕໍ່າ ກ່ອນຈະນໍາຜະລິດຕະພັນເຂົ້າ ສປ ຈີນ, 2). ການປຸງແຕ່ງເບື່ອງຕົ້ນ ໂດຍສະເພາະການສ້າງໂຮງເຮືອນຄັດເກດໃຫ້ໄດ້ມາດຕະຖານ ຕ້ອງມີການແຍກເກດ ຄັກແນ່ຕ້ອງມີເກດ A.B ແລະ ເກດ C, 3). ຂະບວນການສົ່ງອອກເຮົາຕ້ອງປະຕິບັດຕາມປະເທດລູກຄ້າ ໂດຍສະເພາະ ສປ ຈີນ ຕ້ອງປະຕິບັດຕາມມາດຕະຖານຂອງ ສປ ຈີນ.
 
ໂດຍການລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ແມ່ນ ທ່ານ ເອລາວັນ ລາດປາກດີ ປະທານບໍລິສັດ Eleven Gold Fruit ຈໍາກັດ ແລະ ທ່ານ ກ່າວ ຊິ້ວຢູ ປະທານ ບໍລິສັດ ໜານຈິງຊຽນຕູ້ ວັດທະະທຳ ແລະ ເຕັກໂນໂລຊີ ຈຳກັດຜູ້ດຽວ, ໂດຍການເປັນສັກຂີພີຍານຂອງທ່ານ ບຸນເລີດ ຫຼວງປະເສີດ, ທ່ານ ວັນທ່ຽງ ພົມມະສຸລິນ ແລະ ທ່ານ ບຸນທ່ຽງ ລັດຕະນະວົງ ພ້ອມທັງແຂກຜູ້ເຂົ້າຮ່ວມທັງສອງຝ່າຍຮ່ວມເປັນສັກຂີພິຍານ.