ເມືອງຊົນນະບູລີ ເລັ່ງກໍ່ສ້າງສູນຫລົບໄພນໍ້າຖ້ວມ ຢູ່ 2 ບ້ານ ເພື່ອຮັບມືກັບໄພທຳມະຊາດ

ໃນວັນທີ 14 ພຶດສະພາ 2026 ທີ່ຜ່ານມາ, ຄະນະທີມງານໂຄງການຂັ້ນເມືອງ ປະກອບມີວິຊາການຈາກຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ຫ້ອງການໂຍທາທິການ ແລະ ຂົນສົ່ງ ແລະ ຫ້ອງການສະຫະພັນແມ່ຍິງເມືອງ ຮ່ວມກັບອຳນາດການປົກຄອງບ້ານນາຈານໃຫຍ່ ແລະ ບ້ານເມືອງໂຮງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ລົງຕິດຕາມຄວາມຄືບໜ້າການກໍ່ສ້າງສູນຫລົບໄພນໍ້າຖ້ວມ ຢ່າງໃກ້ຊິດ.
 
ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນທຶນຈາກ ໂຄງການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດ ໃນອ່າງຮັບນໍ້າເຊບັ້ງຫຽງ ແລະ ຕົວເມືອງໃນນະຄອນຫລວງພະບາງ. ສູນຫລົບໄພແຕ່ລະແຫ່ງ ປະກອບມີອາຄານຫລັກຂະໜາດ 36x10 ແມັດ, ພາຍໃນມີ 3 ຫ້ອງໃຫຍ່ ພ້ອມດ້ວຍລະບົບຫ້ອງນໍ້າ ແລະ ເຮືອນຄົວຄົບຊຸດ ເພື່ອຮອງຮັບການພັກເຊົາຂອງປະຊາຊົນໃນຍາມສຸກເສີນ.
 
ປັດຈຸບັນ, ການກໍ່ສ້າງສູນຫລົບໄພບ້ານນາຈານໃຫຍ່ ແມ່ນມີຄວາມຄືບໜ້າແລ້ວ 15% ຊຶ່ງພວມຢູ່ໃນຂັ້ນຕອນການຖົມດິນພື້ນ ແລະ ຖອກເສົາຕໍມໍ. ໃນຂະນະທີ່ສູນຫລົບໄພບ້ານເມືອງໂຮງ ທີ່ກໍ່ສ້າງຢູ່ເທິງເນື້ອທີ່ 0,6 ເຮັກຕາ ກໍມີຄວາມຄືບໜ້າ 14% ໂດຍເລັ່ງໃສ່ວຽກງານຖອກເສົາຕໍມໍ ແລະ ຖົມດິນພື້ນເຊັ່ນດຽວກັນ. ໂຄງການທັງໝົດນີ້ມີມູນຄ່າການກໍ່ສ້າງລວມ 150.422 ໂດລາສະຫະລັດ ໂດຍແມ່ນບໍລິສັດ ເອັບເມັມ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ.
ໃນການລົງຕິດຕາມຄັ້ງນີ້, ທີມງານວິຊາການໄດ້ເນັ້ນໜັກໃຫ້ບໍລິສັດຜູ້ຮັບເໝົາ ເອົາໃຈໃສ່ການນຳໃຊ້ອຸປະກອນໃຫ້ຖືກຕ້ອງຕາມເຕັກນິກວິຊາການ ແລະ ຮັບປະກັນມາດຕະຖານຄຸນນະພາບຢ່າງເຂັ້ມງວດ. ພ້ອມທັງໄດ້ຊຸກຍູ້ໃຫ້ຂຸ້ນຂ້ຽວກໍ່ສ້າງໃຫ້ສຳເລັດຕາມແຜນການທີ່ວາງໄວ້ ເພື່ອໃຫ້ພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ ມີສະຖານທີ່ພັກເຊົາທີ່ປອດໄພ ແລະ ມີສິ່ງອຳນວຍຄວາມສະດວກທີ່ຄົບຖ້ວນ ໃນເວລາທີ່ເກີດອຸທົກກະໄພທີ່ອາດເກີດຂຶ້ນໃນອະນາຄົດ.