ໝາກເຜັດປາກຊ່ອງອໍແກນິກ ໂອກາດໃໝ່ຂອງທຸລະກິດພືດຜັກປອດໄພ ຕອບໂຈດຕະຫຼາດຮັກສຸຂະພາບ

ການຜະລິດພືດຜັກທີ່ເປັນມິດຕໍ່ສິ່ງແວດລ້ອມ ກໍາລັງກາຍເປັນໂອກາດທາງທຸລະກິດທີ່ສໍາຄັນ ທີ່ສາມາດສ້າງລາຍຮັບໃຫ້ແກ່ຊາວສວນໄດ້ຕະຫຼອດປີ ແລະ ຫຼຸດຜ່ອນການນໍາເຂົ້າ. ຫຼ້າສຸດ, ສູນກະສິກໍາສະອາດ, ກົມປູກຝັງ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຮ່ວມກັບໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ໄດ້ຈັດກິດຈະກໍາຢ້ຽມຢາມທັດສະນະສຶກສາແລກປ່ຽນບົດຮຽນ ກ່ຽວກັບການປູກໝາກເຜັດທີ່ເປັນມິດຕໍ່ສິ່ງແວດລ້ອມ ທີ່ບ້ານຫ້ວຍເສັດ ເມືອງປາກຊ່ອງ ແຂວງຈໍາປາສັກ.ເພື່ອເປັນຕົ້ນແບບໃນການຍົກລະດັບຜົນຜະລິດສະໜອງໃຫ້ແກ່ຕະຫຼາດຮັກສຸຂະພາບ.
ກິດຈະກໍາຢ້ຽມຢາມທັດສະນະສຶກສາ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ຈັດຂຶ້ນໃນວັນທີ 20 ພຶດສະພາ 2026 ໂດຍມີທ່ານ ແພດ ທຸມມາລາ ຮອງຫົວໜ້າຫ້ອງການບໍລິຫານ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຈໍາປາສັກ, ທ່ານ ແສງແກ້ວ ໄຊຍະວົງ ຮອງຫົວໜ້າສູນກະສິກໍາສະອາດ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ລໍາເງິນ ຄໍາມິ່ງສະຫວັດ ຮອງຫົວໜ້າຂະແໜງປູກຝັງ, ມີ ຫ້ອງການກະສິກໍາເມືອງປາກຊ່ອງ, ຄູຝຶກຈາກສູນກະສິກໍາສະອາດ, ແລະ ຊາວສວນ ບ້ານຫ້ວຍເສັດ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ແພດ ທຸມມາລາ ຮອງຫົວໜ້າຫ້ອງການບໍລິຫານ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໃຫ້ທັດສະນະວ່າ: ສວນສາທິດແຫ່ງນີ້ເນັ້ນໃສ່ເຕັກນິກການປ້ອງກັນພືດແບບປະສົມປະສານ ແລະ ສົ່ງເສີມການນໍາໃຊ້ຢາຊີວະພາບ ເຊິ່ງສາມາດຫຼຸດຜ່ອນການນໍາໃຊ້ສານເຄມີ ທີ່ເປັນອັນຕະລາຍ. ນອກຈາກຈະປອດໄພແລ້ວ ຍັງຊ່ວຍຊາວສວນຫຼຸດຕົ້ນທຶນຄ່າສານເຄມີ ແລະ ເພີ່ມກໍາໄລສຸດທິໄດ້ຫຼາຍຂຶ້ນ. ເຕັກນິກອັນໃໝ່ນີ້ ຈະຊ່ວຍໃຫ້ຊາວສວນສາມາດບໍລິຫານຈັດການ ໃຫ້ມີຜົນຜະລິດອອກສູ່ຕະຫຼາດໄດ້ຕະຫຼອດປີ ບໍ່ຂາດແຄນ ເຊິ່ງເປັນສິ່ງທີ່ຄູ່ຄ້າ ແລະ ພໍ່ຄ້າຄົນກາງຕ້ອງການ ພ້ອມທັງເປັນການຊ່ວຍຫຼຸດຜ່ອນການນໍາເຂົ້າພືດຜັກຈາກຕ່າງປະເທດ. ການປູກທີ່ຖືກຕ້ອງຕາມມາດຕະຖານກະສິກຳສະອາດ ຈະຊ່ວຍເພີ່ມປະລິມານ ແລະ ຍົກລະດັບຄຸນນະພາບຂອງໝາກເຜັດເມືອງປາກຊ່ອງ ໃຫ້ສາມາດເຂົ້າສູ່ຊ່ອງທາງການຈໍາໜ່າຍທີ່ສູງຂຶ້ນ ເຊັ່ນ: ຊຸບເປີມາເກັດ, ໂຮງແຮມ ຫຼື ໂຮງງານປ່ຽນຮູບ ທີ່ເນັ້ນໃສ່ຄວາມປອດໄພເປັນຫຼັກ.
ໂຄງການດັ່ງກ່າວ ຖືເປັນບາດກ້າວສໍາຄັນໃນການປ່ຽນຮູບແບບການເຮັດກະສິກໍາແບບດັ້ງເດີມ ໃຫ້ກາຍເປັນ "ທຸລະກິດກະສິກໍາສີຂຽວ" ທີ່ມີຄວາມຍືນຍົງ ທັງດ້ານລາຍຮັບ ແລະ ການຮັກສາສິ່ງແວດລ້ອມໃນໄລຍະຍາວ.