ຕາແສງຂວາງຄໍາ ສຸມໃສ່ຜັນຂະຫຍາຍແຜນພັດທະນາ ເສດຖະກິດ-ສັງຄົມ ຕິດພັນຄຸ້ມຄອງຊັບພະຍາກອນ

ຕາແສງຂວາງຄໍາ ເມືອງນາໝໍ້ ແຂວງອຸດົມໄຊ ເລັ່ງຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄຕມາດ 1 ຢ່າງຕັ້ງໜ້າ ໂດຍຫັນເອົາແນວທາງປ່ຽນແປງໃໝ່ຂອງພັກ ເຂົ້າສູ່ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ 16 ບ້ານໃຫ້ມີຄວາມເຂັ້ມແຂງ ຄວບຄູ່ໄປກັບການເພີ່ມທະວີການຄຸ້ມຄອງ ປົກປັກຮັກສາປ່າໄມ້ ແລະ ແກ້ໄຂປະກົດການຍໍ້ທໍ້ໃນສັງຄົມ ເພື່ອສ້າງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນທ້ອງຖິ່ນ.
ໃນວັນທີ 14 ພຶດສະພາ 2026 ຜ່ານມານີ້,ທ່ານ ປອ ວົງສະຫວັນ ໄຊຍະວົງ ປະທານຄະນະກຳມະການປົກຄອງແຂວງ (ເຈົ້າແຂວງໆອຸດົມໄຊ) ໄດ້ລົງຕິດຕາມ ແລະ ຊຸກຍູ້ການວຽກງານຮອບດ້ານຢູ່ຕາແສງຂວາງຄຳ ເມືອງນາໝໍ້. ໃນໂອກາດດັ່ງກ່າວ, ທ່ານ ກອງຄໍາ ແກ້ວພົງພັນ ກໍາມະການພັກເມືອງ, ປະທານຄະນະກຳມະການປົກຄອງຕາແສງຂວາງຄໍາ ໄດ້ລາຍງານໃຫ້ຮູ້ວ່າ: ຕາແສງຂວາງຄໍາ ປະກອບມີ 2,611 ຫຼັງຄາເຮືອນ, ພົນລະເມືອງກວ່າ 9,200 ຄົນ ເຊິ່ງປະກອບມີ 7 ຊົນເຜົ່າ. ໃນໄລຍະ ໄຕມາດ 1 ຜ່ານມາ, ຄະນະປົກຄອງຕາແສງ ໄດ້ເອົາໃຈໃສ່ ຊີ້ນໍາ-ນໍາພາ ວຽກງານການເມືອງແນວຄິດຢ່າງຕັ້ງໜ້າ ໂດຍການລົງເຜີຍແຜ່ບັນດານິຕິກໍາສຳຄັນ ໂດຍສະເພາະແມ່ນ ຄໍາສັ່ງ ເລກທີ 11/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການບຸກລຸກປ່າໄມ້ ເພື່ອສ້າງຄວາມຕື່ນຕົວໃຫ້ແກ່ຊາວບ້ານໃນການເຝົ້າລະວັງໄຟໄໝ້ລາມປ່າ. ຜົນງານທີ່ພົ້ນເດັ່ນ: ໃນດ້ານຄວາມສະຫງົບ, ໄດ້ມີການລົງກວດກາຊາຍແດນ ລະຫວ່າງ ເມືອງນາໝໍ້
ແລະ ແຂວງຫຼວງນໍ້າທາ, ພ້ອມທັງ ແກ້ໄຂ ປະກົດການຍໍ້ທໍ້ໃນສັງຄົມ ແລະ ນໍາສົ່ງຜູ້ເສບສິ່ງເສບຕິດ ເຂົ້າຮັບການບໍາບັດ. ດ້ານເສດຖະກິດ ໄດ້ຊຸກຍູ້ການເກັບກູ້ຜົນຜະລິດລະດູແລ້ງ (ອ້ອຍ ແລະ ຢາສູບ). ພ້ອມນີ້, ຍັງໄດ້ມີພິທີປະກາດຮັບຮອງເອົາ 6 ບ້ານ ເປັນບ້ານແຮງງານສະຫວັດດີການສັງຄົມ ແລະ ມີການພົວພັນຮ່ວມມືກັບຕ່າງປະເທດ ໂດຍການຕ້ອນຮັບການຢ້ຽມຢາມ ຈາກ ຄະນະທີມງານຕາແສງ ບໍ່ຫ່ານ, ສປ ຈີນ ເພື່ອສ້າງສາຍພົວພັນ ມິດຕະພາບ ແລະ ແລກປ່ຽນບົດຮຽນ.
ເຖິງຢ່າງໃດກໍດີ, ໃນໄລຍະຜ່ານມາຍັງມີສິ່ງທ້າທາຍ ແລະ ຂໍ້ຄົງຄ້າງ ໃນໄລຍະຜ່ານມາ ຍັງມີຜົນກະທົບ ຈາກ ໄພທໍາມະຊາດ ເປັນຕົ້ນແມ່ນ ຝົນຟ້າຄະນອງ ແລະ ໝາກເຫັບຕົກ ເຮັດໃຫ້ຫຼັງຄາເຮືອນ ແລະ ຜົນຜະລິດກະສິກໍາ (ໃບຢາສູບ, ໝາກອຶ) ເສຍຫາຍ. ນອກຈາກນີ້, ຍັງມີບັນຫາໄຟໄໝ້ເຕົາອົບຢາສູບ 4 ຫຼັງ ຍ້ອນຄວາມປະໝາດ ແລະ ບັນຫາລາຄາໝາກອຶຕົກຕໍ່າ ເຊິ່ງເປັນສິ່ງທີ່ຄະນະປົກຄອງຕາແສງ ຈະຕ້ອງໄດ້ສືບຕໍ່ແກ້ໄຂ ແລະ ຊອກຫາທາງອອກ ເພື່ອຊ່ວຍເຫຼືອປະຊາຊົນ
ທິດທາງແຜນການໃນຕໍ່ໜ້າ, ຄະນະປົກຄອງຕາແສງຂວາງຄໍາ ຈະສືບຕໍ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ ປະຊາຊົນມີຄວາມອຸ່ນອ່ຽນທຸນທ່ຽງ, ຊຸກຍູ້ການດໍາເນີນກອງປະຊຸມໃຫຍ່ ໜ່ວຍພັກ 3 ທີ່ຂຶ້ນກັບ ແລະ ສຸມໃສ່ການປັບປຸງສໍານັກງານຕາແສງໃຫ້ສໍາເລັດ. ພ້ອມນັ້ນ, ຈະເພີ່ມທະວີການກວດກາ ການຖາງປ່າ-ຈູດປ່າ ແລະ ແກ້ໄຂປະກົດການຍໍ້ທໍ້ຕ່າງໆ ເພື່ອສ້າງໃຫ້ຕາແສງຂວາງຄໍາ ມີຄວາມສະຫງົບ ແລະ ພັດທະນາ ຢ່າງຮອບດ້ານ.