ອັດສະລິຍະໄຊ ບຸບຜາຈັນ ສ້າງຜົນງານໃນລະດັບສາກົນ ຢ່າງຕໍ່ເນື່ອງໃຫ້ກັບ ໂຮງຮຽນ ວິຣະຖາວອນ

ເປັນການປະກາດຜົນງານອີກຄັ້ງ ໃນລະດັບສາກົນ ເຊິ່ງຜົນງານລ້າສຸດ ໂຮງຮຽນ ວິຣະຖາວອນ ຂໍສະແດງຄວາມຍິນດີກັບ ທ້າວ ອັດສະລິຍະໄຊ ບຸບຜາຈັນ ນັກຮຽນຂອງພວກເຮົາ ທີ່ໄດ້ຮັບຫຼຽນລາງວັນໃນງານ 2nd Annual BrightPath Education Awards Night 2026 ເຊິ່ງຈັດຂຶ້ນໃນວັນທີ 24 ພຶດສະພາ 2026 ຜ່ານມາທີ່ ໂຮງແຮມ ແລນມາກ (Landmark Hotel) ນະຄອນຫຼວງວຽງຈັນ.
ໂດຍນ້ອງສາມາດຄວ້າລາງວັນຈາກການແຂ່ງຂັນລະດັບສາກົນໄດ້ເຖິງ 2 ລາງວັນ:
ຫຼຽນຄຳ ຈາກໂຄງການ Spirit of Math
ຫຼຽນເງິນ ຈາກການແຂ່ງຂັນຄະນິດສາດສາກົນ SASMO
ໂຮງຮຽນ ວິຣະຖາວອນ ຂໍຊົມເຊີຍໃນຄວາມມານະພະຍາຍາມ ແລະ ຄວາມຕັ້ງໃຈຂອງນ້ອງ ທີ່ໄດ້ສ້າງຊື່ສຽງ ແລະ ຄວາມພາກພູມໃຈມາໃຫ້ກັບຄອບຄົວ ແລະ ໂຮງຮຽນໃນຄັ້ງນີ້.