ໃນຕອນແລງຂອງວັນທີ 17 ມີນາ 2026, ທີ່ ໂຮງແຮມ ສຸພັດຕຣາ ໄດ້ຈັດພິທີລົງນາມສັນຍາ ລະຫວ່າງ ກົມເຕັກໂນໂລຊີ ດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທະນາຄານ ສົ່ງເສີມກະສິກໍາ ຈຳກັດ (APB) ວ່າດ້ວຍການຮ່ວມມືພັດທະນາ ແລະ ໃຫ້ບໍລິການລະບົບທຸລະກໍາທາງການເງິນຜ່ານລະບົບການສົ່ງຂໍ້ຄວາມ (Messenger), ຈຸດປະສົງຫຼັກເພື່ອສ້າງລະບົບນິເວດການຊໍາລະເງິນ (Digital Payment Ecosystem) ທີ່ທັນສະໄໝ ໂດຍການເຊື່ອມຕໍ່ລະບົບກະເປົາເງິນດີຈີຕ໋ອນ (E-Wallet) ແລະ ບັນຊີທະນາຄານ ເຂົ້າກັບແພຼັດຟອມການສົ່ງຂໍ້ຄວາມຍອດນິຍົມ (Messenger) ເປັນຕົ້ນແມ່ນ WhatsApp, WeChat, Line ແລະ Telegram ເພື່ອອຳນວຍຄວາມສະດວກໃຫ້ແກ່ການຊຳລະຄ່າສິນຄ້າ ແລະ ບໍລິການຜ່ານລະບົບ Lao QR. ໃນພິທີເຊັນສັນຍາໃນຄັ້ງນີ້, ຝ່າຍ ກົມເຕັກໂນໂລຊີດີຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແມ່ນໄດ້ຮັບກຽດຕາງໜ້າໂດຍ ທ່ານ ປະສິດທິເດດ ຫຼວງວິໄລ ຮັກສາການຫົວໜ້າກົມເຕັກໂນໂລຊີດີຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຝ່າຍ APB ແມ່ນຕາງໜ້າໂດຍ ທ່ານ ພິລາວັນ ສໍພາບມີໄຊ, ຜູ້ອຳນວຍການ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີທ່ານຮອງລັດຖະມົນຕີ, ບັນດາທ່ານຕາງໜ້າຈາກພາກສ່ວນຕ່າງໆ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

ການລົງນາມໃນສັນຍາຮ່ວມມືໃນຄັ້ງນີ້ ມີຄວາມສຳຄັນຢ່າງຍິ່ງໃນດ້ານຍຸດທະສາດ ເຊິ່ງ ທສກ ມີເປົ້າໝາຍໃນການຍົກລະດັບພື້ນຖານໂຄງລ່າງການເງິນໃຫ້ທັນສະໄໝ ໂດຍການຮ່ວມມືກັບ ກົມເຕັກໂນໂລຊີດິຈິຕອນ ທີ່ຈະຊ່ວຍໃຫ້ພວກເຮົາສາມາດນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການບໍລິຫານຈັດການທຸລະກຳທາງການເງິນ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ແລະ ຮັບປະກັນໄດ້ເຖິງຄວາມປອດໄພຂອງຂໍ້ມູນຂ່າວສານຕາມມາດຕະຖານສາກົນ. ຊ່ວຍເສີມສ້າງການເຂົ້າເຖິງການບໍລິການທາງການເງິນຢ່າງທົ່ວເຖິງໃນສັງຄົມໃຫ້ສະດວກວ່ອງໄວ ດ້ວຍແພລັດຟອມທີ່ມີຜູ້ນຳໃຊ້ຢ່າງກວ້າງຂວາງ ແລະ ເຂົ້າເຖິງໄດ້ງ່າຍທີ່ສຸດໃນປັດຈຸບັນ. ພ້ອມນັ້ນ ດ້ານການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບນິເວດດິຈິຕອນ ໂດຍການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ ຈະເປັນການສ້າງມາດຕະຖານໃໝ່ໃຫ້ແກ່ການບໍລິການພາກລັດ ແລະ ເອກະຊົນ ໃຫ້ມີຄວາມກົມກຽວກັນ, ເຊິ່ງເປັນປັດໄຈສຳຄັນໃນການຂັບເຄື່ອນເສດຖະກິດດີຈິຕອນຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນໄດ້ໃນລະດັບພາກພື້ນ ແລະ ສາກົນ.