ລັດຖະບານລາວ ປະດັບຫລຽນກາມິດຕະພາບ ໃຫ້ແກ່ ທູດປາແລັດສະຕິນ

ໃນຕອນບ່າຍວັນທີ 26 ພຶດສະພາ 2026, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ແລະ ປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ສາອາດິ ສາລາມາ (Saadi Salama) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ລັດປາແລັດສະຕິນ ປະຈໍາ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ຮ່າໂນ້ຍ ສສ ຫວຽດນາມ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ປະຈໍາ ສປປ ລາວ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຂອງ ທ່ານ ສາອາດິ ສາລາມາ ຢູ່ ສປປ ລາວ ຕະຫລອດໄລຍະເວລາ 16 ປີທີ່ຜ່ານມາ ຢ່າງຈົບງາມ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ລັດປາແລັດສະຕິນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ສາອາດິ ສາລາມາ ຈະສືບຕໍ່ຊຸກຍູ້ສົົ່ງເສີມການພົວພັນຮ່ວມມືສອງຝ່າຍ ລາວ-ປາແລັດສະຕິນ ໃຫ້ມີຜົນສໍາເລັດອັນໃໝ່ໃນຕໍ່ໜ້າ. ຍ້ອນເຫັນໄດ້ຜົນງານອັນໃຫຍ່ຫລວງດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ສາອາດິ ສາລາມາ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ລັດປາແລັດສະຕິນ ປະຈໍາ ສປປ ລາວ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກຄຸນງາມຄວາມດີ ທີ່ທ່ານທູດໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ ແລະ ປາແລັດສະຕິນ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ໃນຕະຫລອດການປະຕິບັດໜ້າທີ່ການທູດຂອງຕົນ ປະຈໍາ ສປປ ລາວ. ສປປ ລາວ ແລະ ລັດປາແລັດສະຕິນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ພຶດສະພາ 1989. ຕະຫລອດໄລຍະ 37 ປີຜ່ານມາ, ສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍໄດ້ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ສາອາດິ ສາລາມາ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວໜ້າທີ່ການທູດຂອງຕົນ ປະຈໍາ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມ ພ້ອມທັງຢືນຢັນຈະສືບຕໍ່ ໃນການເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລັດປະແລັດສະຕິນ ແລະ ສປປ ລາວ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

ທີ່ມາ: ຂປລ