ແຂວງອຸດົມໄຊ ມອບ-ສົ່ງຕົວຊາວຈີນ 46 ຄົນ ທີ່ລັກລອບເຂົ້າ-ອອກເມືອງຜິດກົດໝາຍ

ວັນທີ 26 ພຶດສະພາ 2026 ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງອຸດົມໄຊ ມອບສົ່ງຕົວຄົນຕ່າງປະເທດ ສັນຊາດຈີນ ລັກລອບເຂົ້າເມືອງຜິດກົດໝາຍ 46 ຄົນ ໃຫ້ທາງການຈີນດຳເນີນຄະດີ, ຝ່າຍລາວຕາງໜ້າມອບໂດຍ ພັທ ບຸນຄຳ ສູລິໄຊ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງອຸດົມໄຊ, ຝ່າຍຈີນຕາງໜ້າຮັບໂດຍ ພັທ ຈາງຊຽງ ຫົວໜ້າກອງຕຳຫລວດກວດຄົນເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ກອງບັນຊາການຕຳຫລວດ ເມືອງຫລ້າ ແຂວງຢຸນນານ ສປ ຈີນ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຜູ້ຖືກຫາດັ່ງກ່າວ, ເຈົ້າໜ້າທີ່ໜ່ວຍສະເພາະກິດຫ້ອງສັນຕິບານ ແລະ ຫ້ອງຕໍາຫລວດ ກອງບັນຊາການ ປກສ ແຂວງອຸດົມໄຊ ສົມທົບພາກສ່ວນກ່ຽວຂ້ອງເຂົ້າກວດກາ ວັນທີ 13 ພຶດສະພາ 2026 ທີ່ຜ່ານມາ, ສາມາດກັກຕົວຄົນຕ່າງປະເທດ ທີ່ມາພັກເຊົາຢູ່ໂຮງແຮມເຂດບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ ຈຳນວນ 2 ຈຸດ ພົບເຫັນຄົນຕ່າງປະເທດ ທີ່ມາພັກເຊົາລີ້ຊ້ອນບໍ່ຖືກຕ້ອງ 50 ຄົນ, ໂທລະສັບ 53 ເຄື່ອງ ພ້ອມເຄື່ອງຕິດຕົວຈຳນວນໜຶ່ງ. ໃນນີ້, ຄົນສັນຊາດຈີນ 46 ຄົນ ແລະ ສັນຊາດມຽນມາ 4 ຄົນ.
ຜ່ານການກວດກາ ແລະ ສືບສວນ-ສອບສວນ ຂັ້ນເບື້ອງຕົ້ນຂອງເຈົ້າໜ້າທີ່ ຈໍານວນເປົ້າໝາຍດັ່ງກ່າວແມ່ນບໍ່ມີໜັງສືຜ່ານແດນ (Passport) ທີ່ຊັດເຈນ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງອຸດົມໄຊ ຈຶ່ງໄດ້ກັກຕົວດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນ.
ດັ່ງນັ້ນ, ຈຶ່ງໄດ້ນຳຕົວພວກກ່ຽວສົ່ງໃຫ້ທາງການຈີນເພື່ອດຳເນີນຄະດີຕາມກົດໝາຍຕໍ່ໄປ, ສ່ວນຄົນສັນຊາດມຽນມາ ຈຳນວນ 4 ຄົນ ແມ່ນພວມສືບຕໍ່ດຳເນີນ.