ເມືອງນອງປ່ອຍຫຼິ່ນ 3 ໂຕຄືນສູ່ທຳມະຊາດ

 
ໃນວັນທີ 21 ພຶດສະພາ ຜ່ານມານີ້, ເມືອງນອງ ໄດ້ຈັດ ພິທີປ່ອຍສັດປ່າຫວງຫ້າມຄືນ ສູ່ທຳມະຊາດ, ເຂົ້າຮ່ວມໃນພິ ທີຄັ້ງນີ້ມີທ່ານ ບົວລົມ ອິນທີທະ ວົງ ປະທານຄະນະກຳມະການ ປົກຄອງເມືອງນອງ, ທ່ານ ສາ ຄຳ ກຽດຕະວົງສາ ຫົວໜ້າ ຫ້ອງການກະສິກຳ ແລະສິ່ງ ແວດລ້ອມເມືອງ, ມີອຳນາດ ການປົກຄອງບ້ານ, ເຖົ້າແກ່ ແນວໂຮມ ພ້ອມພາກສ່ວນກ່ຽວ ຂ້ອງ ແລະໜ່ວຍງານກວດກາ ປ່າໄມ້ເຂົ້າຮ່ວມເປັນສັກຂີພະ ຍານ. ເຊິ່ງກ່ອນຈະນຳເອົາສັດ ປ່າຫວງຫ້າມດັ່ງກ່າວກັບຄືນ ສູ່ທຳມະຊາດນັ້ນ, ທາງເມືອງ ຍັງໄດ້ມີການເຮັດພິທີທາງສາ ສະໜາກ່ອນປ່ອຍນຳອີກເຊິ່ງສັດປ່າຫວງຫ້າມທີ່ນຳ ມາປ່ອຍໃນຄັ້ງນີ້ ແມ່ນເປັນປະ ເພດຫຼິ່ນຈຳນວນ 3 ໂຕ, ລວມນ້ຳ ໜັກທັງໝົດ 6 ກວ່າກິໂລທີ່ໄດ້ ມາຈາກພົນລະເມືອງດີທີ່ໄດ້ ໄຖ່ເອົານໍາປະຊາຊົນທີ່ໄດ້ຈາກ ການໄປຊອກຢູ່ຫາກິນຕາມທໍາ ມະຊາດ, ຈາກນັ້ນກໍ່ໄດ້ນຳມາ ມອບໃຫ້ພາກສ່ວນທາງການ ທີ່ກ່ຽວຂ້ອງ ເພື່ອນໍາໄປປ່ອຍ ຄືນສູ່ທຳມະຊາດ, ເນື່ອງຈາກ ເປັນສັດທີ່ໃກ້ສູນພັນ ແລະເປັນ ປະເພດສັດທີ່ຫວງຫ້າມ ແລະ ເປັນສັດທີ່ສະຫງວນ. ເຊິ່ງການ ປ່ອຍສັດປ່າຄືນສູ່ທຳມະຊາດ ແມ່ນການຊ່ວຍເຫຼືອສິ່ງແວດ ລ້ອມທີ່ດີ, ແຕ່ຕ້ອງເຮັດຢ່າງ ຖືກວິທີເພື່ອຄວາມປອດໄພ ຂອງສັດ ແລະລະບົບນິເວດ.
 
ໂອກາດນີ້, ທ່ານ ບົວລົມ ອິນທີທະວົງ ຍັງໄດ້ຮຽກຮ້ອງ ມາຍັງພໍ່ແມ່ປະຊາຊົນ, ອຳນາດການປົກຄອງທຸກພາກສ່ວນຈົ່ງເປັນເຈົ້າການໃນການຄຸ້ມຄອງສັດນ້ຳ-ສັດປ່າທີ່ໃກ້ຈະສູນພັນ, ໃຫ້ທຸກພາກສ່ວນໃນສັງຄົມ ຫັນມາເອົາໃຈໃສ່ປົກປັກຮັກ ສາຊີວະນາໆພັນທີ່ກຳລັງຖືກ ທຳລາຍ. ໂດຍການຄຸ້ມຄອງສັດ ນ້ຳ ແລະສັດປ່າ ບໍ່ພຽງແຕ່ເປັນ ໜ້າທີ່ຂອງເຈົ້າໜ້າທີ່ເທົ່ານັ້ນ, ແຕ່ຕ້ອງອາໄສຄວາມຮ່ວມ ມືຈາກປະຊາຊົນທຸກຄົນຄື: ຢຸດ ຕິການລ່າເນື້ອ ແລະການຄ້າ ຂາຍສັດປ່າທີ່ຜິດກົດໝາຍ, ປ່ຽນຄ່ານິຍົມໃນການບໍລິໂພກ, ຮັກສາຖິ່ນທີ່ຢູ່ອາໄສຂອງສັດ ແລະມີສ່ວນຮ່ວມໃນການເປັນຫູເປັນຕາຊ່ວຍກັນ.